ຈາກ “ປາກະປ໋ອງ ແລະ ເຂົ້າສານ” ໃນໄວເດັກ ສູ່ແຮງບັນດານໃຈ ພາຍໃຕ້ສາຍສຳພັນ ລາວ-ອົດສະຕຣາລີ ຄົບຮອບ 74 ປີ

“ເພາະເຂົ້າສານອາຫານແຊບໃນມື້ນັ້ນ ບໍ່ໄດ້ເປັນພຽງແຕ່ການອີ່ມທ້ອງ ແຕ່ມັນຄືຂົວຕໍ່ແຫ່ງຄວາມຝັນ ທີ່ພາເດັກນ້ອຍຈາກບ້ານໄກສອກຫຼີກ ໃຫ້ກ້າວອອກໄປເຫັນໂລກກວ້າງ”

ຫວນຄືນໄປໃນອະດີດ ຢູ່ຕາມທຳມະຊາດທີ່ອ້ອມຮອບໄປດ້ວຍພູເຂົາຂອງໝູ່ບ້ານ ສົບກາຍ, ເມືອງ ຂວາ, ແຂວງ ຜົ້ງສາລີ… ພາບຂອງເດັກນ້ອຍນັກຮຽນປະຖົມກຸ່ມໜຶ່ງ ທີ່ກຳລັງຕື່ນເຕັ້ນກັບອາຫານທີ່ແປກຕາ ຍັງຄົງຝັງເລິກຢູ່ໃນຄວາມຊົງຈຳ ມັນບໍ່ແມ່ນພຽງແຕ່ອາຫານປາກະປ໋ອງທຳມະດາ ແຕ່ມັນຄືຂອງຂວັນແຫ່ງຄວາມຫ່ວງໄຍຈາກລັດຖະບານອົດສະຕຣາລີ ທີ່ໄດ້ມອບຜ່ານອົງການອາຫານໂລກ (World Food Program – WFP) ມາສູ່ເດັກນ້ອຍໃນໝູ່ບ້ານແຫ່ງນີ້.

ເຂົ້າສານຮ້ອນໆ, ປາກະປ໋ອງທີ່ແສນແຊບຄືໂພຊະນາການທີ່ຖືກຫຼັກອະນາໄມໃນມື້ນັ້ນມັນໄດ້ກາຍເປັນ “ອາຫານຈານຫຼັກ” ທີ່ເຮັດໃຫ້ຊີວິດໄວເດັກຂອງພວກນ້ອງມີຄວາມສຸກໃນທຸກໆມື້. ເລີກຮຽນພັກທ່ຽງຍາມໃດ ຄວາມຫິວກໍຖືກແທນທີ່ດ້ວຍຮອຍຍິ້ມ ແລະ ສຽງຫົວ ຄວາມແຊບຊ້ອຍຂອງອາຫານເຫຼົ່ານີ້ ໄດ້ກາຍເປັນແຮງດຶງດູດ ແລະ ເປັນກຳລັງໃຈອັນຍິ່ງໃຫຍ່ ທີ່ເຮັດໃຫ້ເດັກນ້ອຍທຸກຄົນຢາກໄປຮຽນຢູ່ໂຮງຮຽນໃນທຸກໆມື້.

ສິ່ງທີ່ສຳຄັນໄປກວ່ານັ້ນ ອາຫານເຫຼົ່ານີ້ຍັງເປັນປະຕູດ່ານທຳອິດ ທີ່ເຮັດໃຫ້ເດັກນ້ອຍຄົນນີ້ ໄດ້ຮູ້ຈັກກັບຄຳວ່າ “Hello” ແລະ “Thank you” ທີ່ແປວ່າ: “ສະບາຍດີ ແລະ ຂອບໃຈ. ເຊິ່ງເປັນພາສາອັງກິດສອງຄໍາທໍາອິດ ທີ່ປ່ຽນແປງແນວຄິດຂອງນ້ອງໄປຕະຫຼອດການ.

ໂພຊະນາການທີ່ດີໃນມື້ນັ້ນ ບໍ່ພຽງແຕ່ຊ່ວຍເຕີມເຕັມຮ່າງກາຍໃຫ້ເຕີບໃຫຍ່ ແຕ່ມັນໄດ້ “ເຕີມເຕັມຊີວິດໄວເດັກ” ແລະ ກາຍເປັນແຮງພັກດັນເປັນແຮງຈູງໃຈອັນແຮງກ້າ ທີ່ເຮັດໃຫ້ນັກຮຽນຫຼາຍໆຄົນ ລວມທັງຕົວນ້ອງເອງຢາກຈະຮຽນຮູ້ພາສາຕ່າງປະເທດ ໂດຍສະເພາະແມ່ນພາສາອັງກິດ.

ຈາກເດັກນ້ອຍທີ່ເຄີຍຢູ່ແຕ່ໃນຫ້ອງຮຽນນ້ອຍໆ ຢູ່ເຂດຫ່າງໄກສອກຫຼີກ ຄວາມຝັນກໍໄດ້ເລີ່ມຂະຫຍາຍໃຫຍ່ຂຶ້ນ. ຄວາມຊົງຈຳກ່ຽວກັບປາກະປ໋ອງ ແລະ ເຂົ້າສານ ໄດ້ຈຸດປະກາຍຄວາມຫວັງ ທີ່ຢາກຈະໄປເປີດໂລກກວ້າງ ຢາກໄປແລກປ່ຽນ ແລະ ຮຽນຕໍ່ຢູ່ຕ່າງປະເທດ ແລະ ເປົ້າໝາຍສູງສຸດກໍຄື “ປະເທດອົດສະຕຣາລີ” ໂດຍຜ່ານທຶນການສຶກສາອັນຊົງກຽດດັ່ງ Australia Awards Scholarship . ມັນຄືຈຸດເລີ່ມຕົ້ນຂອງການປ່ຽນແປງຕົວເອງ ຈາກເດັກນ້ອຍຜູ້ໄດ້ຮັບ ສູ່ການເປັນຜູ້ທີ່ຈະພັດທະນາຕົນເອງ ເພື່ອກັບມາກໍ່ສ້າງພັດທະນາບ້ານເກີດເມືອງນອນ.

ເລື່ອງລາວຄວາມຊົງຈຳອັນແສນອົບອຸ່ນຢູ່ ບ້ານ ສົບກາຍ ນີ້ ເປັນພຽງໜຶ່ງໃນລ້ານຕົວຢ່າງທີ່ສະທ້ອນໃຫ້ເຫັນເຖິງໝາກຜົນຂອງສາຍສຳພັນອັນແໜ້ນແຟ້ນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະເທດອົດສະຕຣາລີ.

ລາວ-ອົດສະຕຣາລີ ໄດ້ເລີ່ມຕົ້ນສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນ ຕັ້ງແຕ່ວັນທີ 15 ມັງກອນ 1952 ເປັນຕົ້ນມາ.

ນັບຕັ້ງແຕ່ມື້ນັ້ນຈົນມາເຖິງປັດຈຸບັນນີ້, ສາຍສຳພັນທາງການທູດໄດ້ເດີນທາງມາຢ່າງຍາວນານ ແລະ ໜັກແໜ້ນຂຶ້ນເລື້ອຍໆ ໂດຍມີການຮ່ວມມືກັນຢ່າງຮອບດ້ານ ບໍ່ວ່າຈະເປັນດ້ານການສຶກສາ, ສາທາລະນະສຸກ, ພັດທະນາຊົນນະບົດ ແລະ ໂພຊະນາການ ເຊິ່ງໃນປີນີ້ ແມ່ນການສະເຫຼີມສະຫຼອງ ຄົບຮອບ 74 ປີ ແຫ່ງຄວາມຮ່ວມມືອັນຍິ່ງໃຫຍ່.

ເລື່ອງນີ້ອາດຈະເປັນພຽງເລື່ອງລາວສ່ວນຕົວຂອງນ້ອງ ແຕ່ມັນຄືຫຼັກຖານອ້າງອີງທີ່ມີຊີວິດ ທີ່ສະແດງໃຫ້ເຫັນວ່າ ທຸກໆການຊ່ວຍເຫຼືອຈາກອົດສະຕຣາລີ ມັນບໍ່ເຄີຍສູນເປົ່າເລີຍ ມັນໄດ້ຢັ່ງຮາກເລິກລົງໃນຜືນແຜ່ນດິນລາວ ແລະ ເຕີບໃຫຍ່ເປັນຄວາມຝັນຂອງເດັກນ້ອຍລາວຫຼາຍຮ້ອຍຫຼາຍພັນຄົນ.

ຈາກວັນນັ້ນເຖິງວັນນີ້ ຄຳວ່າ “Thank you” ທີ່ເຄີຍເວົ້າໃນໄວເດັກ ຍັງຄົງດັງກ້ອງຢູ່ໃນຫົວໃຈສະເໝີ… ຂອບໃຈອົດສະຕຣາລີ ທີ່ບໍ່ໄດ້ມອບພຽງແຕ່ອາຫານໃຫ້ອີ່ມທ້ອງ ແຕ່ໄດ້ມອບອະນາຄົດ ແລະ ໂອກາດອັນຍິ່ງໃຫຍ່ ໃຫ້ກັບເດັກນ້ອຍລາວໄດ້ກ້າວໄປຂ້າງໜ້າ.

ຂອບໃຈອົດສະຕຣາລີທີ່ເຮັດໃຫ້ໂລກຮູ້ຈັກປະເທດລາວຫຼາຍຂຶ້ນ ແລະ ຂອບໃຈອົດສະຕຣາລີທີ່ເຮັດໃຫ້ປະເທດລາວ ຮູ້ຈັກຄຳວ່າ: “ປະເທດອົດສະຕຣາລີ” ເຊັ່ນດຽວກັນ.

“ເພາະະການໃຫ້ຍາມຂັດສົນຄືຄ່າຂອງຄົນ ທີ່ມີໃຈອັນປະເສີດ”

ອອກແບບ ແລະ ຂຽນໂດຍ: ທອງວັນ ແດງວິລະເສນ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles