ຫ້ອງການກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເພື່ອເຮັດໃຫ້ການຈັດຕັ້ງ ປະຕິບັດແຜນຮັບນັກຮຽນຄູ ແລະ ຄັດເລືອກນັກຮຽນເຂົ້າຮຽນຄູ ໃນສົກຮຽນ 2026-2027 ເປັນໄປຕາມທິດ ຊີ້ນໍາ ແລະ ນະໂຍບາຍ ຂອງກະຊວງສຶກສາທິການ ແລະ ກິລາ ໄດ້ວາງອອກ; ພ້ອມທັງຮັບປະກັນໃຫ້ມີຄຸນນະພາບ, ມີຄວາມໂປ່ງໃສ ແລະ ເປັນທຳ ຕໍ່ກັບ ຂະບວນການຈັດຕັ້ງປະຕິບັດການຮັບນັກຮຽນຄູ ແລະ ການຄັດເລືອກ ນັກຮຽນເຂົ້າຮຽນຄູ ຢູ່ຂັ້ນແຂວງ ແລະ ສະຖານການສຶກສາຄູແຫ່ງຕ່າງໆ ໃຫ້ສາມາດບັນລຸໄດ້ຕາມແຜນຮັບນັກຮຽນ ຄູ ສົກປີ 2026-2027 ຈໍານວນ 2,200 ຄົນ ຕົວເລກແຜນຮັບນັກຮຽນນີ້ແມ່ນອີງຕາມຈໍານວນໂຮງຮຽນ ມັດທະຍົມສຶກສາ ທັງໝົດໃນທົ່ວປະເທດ ທີ່ມີປະມານ 1,800 ແຫ່ງ, ຕົວເລກແຜນຮັບນັກຮຽນແມ່ນຄິດໄລ່ ສະເລ່ຍເອົາຈໍານວນນັກຮຽນ 1-2 ຄົນ ຕໍ່ ໂຮງຮຽນມັດທະຍົມສຶກສາ 1 ແຫ່ງ; ລາຍລະອຽດການຈັດຕັ້ງປະຕິບັດ ການຮັບນັກຮຽນຄູ ມີດັ່ງນີ້:
1. ໃຫ້ ພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ຄົ້ນຄວ້າ ແລະ ພິຈາລະນາ ໃຫ້ຕົວເລກນັກຮຽນ ເຂົ້າຮຽນຄູ ຢູ່ ສະຖານການສ້າງຄູ ທີ່ເປັນເຂດບໍລິການຂອງຕົນ ຢ່າງໜ້ອຍ 2 ຄົນ ຕໍ່ໂຮງຮຽນ ຫຼື ອີງຕາມ ແຜນຄວາມຕ້ອງການຄູທົດແທນໃນແຕ່ລະແຂວງ/ນະຄອນຫຼວງ.
2. ໃຫ້ພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ເປັນເຈົ້າການ ສົມທົບກັບ ຫ້ອງການສຶກສາທິການ ແລະ ກິລາ ເມືອງ/ນະຄອນ ຄັດເລືອກເອົານັກຮຽນທີ່ຈະເຂົ້າຮຽນຄູ ໃຫ້ໄດ້ຕາມເງື່ອນໄຂ ແລະ ມາດຕະຖານ ທີ່ ກະຊວງສຶກສາທິການ ແລະ ກິລາ ກຳນົດໄວ້ ເປັນຕົ້ນແມ່ນ ຕ້ອງເປັນນັກຮຽນທີ່ມີຄຸນສົມບັດດີ, ມີຄວາມຮັກມັກໃນອາຊີບຄູ ແລະ ມີຜົນການຮຽນດີ-ຜົນຄະແນນສອບເສັງ ມ.7 ຢູ່ໃນລະດັບທີ່ດີ ຫາ ເກັ່ງ.
3. ໃຫ້ສະຖານການສຶກສາຄູ ສົມທົບກັບ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ແບ່ງປັນສັບຊ້ອນຕົວເລກ ນັກຮຽນ-ນັກສຶກສາ ແລະ ພະນັກງານ-ລັດຖະກອນ ທີ່ຈະເຂົ້າຮຽນໃນສະຖານການສຶກສາຄູ ໂດຍຈະໄດ້ຮັບ ທຶນເບ້ຍລ້ຽງຂອງລັດຖະບານ (ທຶນໃນແຜນ) ທັງໝົດ.
4. ໃຫ້ສະຖານການສຶກສາຄູ, ພະແນກສຶກສາທິການ ແລະ ກິລາ ສົມທົບກັບ ພາກສ່ວນກ່ຽວຂ້ອງ ໃນການສ້າງ ແຜນວຽກຕ່າງໆ, ແຜນງົບປະມານຮັບໃຊ້ ແລະ ໄລຍະເວລາ ໃນການຈັດກອງປະຊຸມ ຄັດເລືອກເອົານັກຮຽນເຂົ້າຮຽນຄູໃຫ້ທັນຕາມກຳນົດເວລາ ເປີດສົກຮຽນ 2026-2027; ພາຍຫຼັງທີ່ສໍາເລັດການສ້າງແຜນຕ່າງໆ ໃຫ້ນໍາສົ່ງຫາກົມການສຶກສາຊັ້ນສູງ ບໍ່ໃຫ້ກາຍວັນທີ 10 ສິງຫາ 2026 ເພື່ອຈະໄດ້ ວາງແຜນ ແລະ ຄົ້ນຄວ້າ ໃຫ້ ຄະນະອະນຸກຳມະການວິຊາການ ແລະ ກອງເລຂາ ຮັບຜິດຊອບການສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ ພະນັກງານ ຈາກ ກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມ ກອງປະຊຸມຄັດເລືອກນັກຮຽນເຂົ້າຮຽນຄູ ຢູ່ຂັ້ນ ແຂວງ/ນະຄອນຫຼວງ ຕາມເວລາທີ່ວາງໄວ້.
ອ່ານຕື່ມຕາມແຈ້ງການດ້ານລຸ່ມ


