ຍີ່ປຸ່ນເປັນປະເທດ ທີ່ຮູ້ຈັກຕໍ່ຄິວໃຫ້ກຽດຜູ້ມາກ່ອນຫຼາຍທີ່ສຸດໃນໂລກ

ການລໍຖ້າຂຶ້ນລົດໄຟໃນຊົ່ວໂມງເລັ່ງດ່ວນ, ລໍຖ້າຊື້ຂອງຫວານຮ້ານດັງ, ຫຼື ແມ້ກະທັ້ງໃນຍາມເກີດໄພພິບັດທາງທຳມະຊາດທີ່ອັນຕະລາຍ ຄົນຍີ່ປຸ່ນກໍຍັງຕໍ່ຄິວຢ່າງສະຫງົບນິ່ງ ໂດຍບໍ່ມີການຍາດຄິວກັນ.

ຄວາມເປັນລະບຽບນີ້ບໍ່ໄດ້ເກີດຂຶ້ນຍ້ອນ “ໂຊກຊ່ວຍ” ແຕ່ມັນມີຮາກເຫງົ້າ ແລະ ເຫດຜົນທາງສັງຄົມທີ່ຢູ່ເບື້ອງຫຼັງ:

1. ການປູກຝັງຕັ້ງແຕ່ໄວເດັກ

ຕາມຂໍ້ມູນຈາກ BBC Travel ລະບຸວ່າ ລະບົບການຮຽນ-ການສອນຂອງຍີ່ປຸ່ນບໍ່ໄດ້ເນັ້ນແຕ່ເກຣດການຮຽນ, ແຕ່ເນັ້ນ “ວິຊາຊີວິດ”. ເດັກນ້ອຍຍີ່ປຸ່ນຖືກຝຶກໃຫ້ຮັບປະທານອາຫານຕາມຄິວ, ອະນາໄມຫ້ອງຮຽນຮ່ວມກັນ, ແລະ ຮຽນຮູ້ການ “ລໍຖ້າ” ຕັ້ງແຕ່ຊັ້ນອະນຸບານ. ການເຄົາລົບສິດຂອງຜູ້ມາກ່ອນຈຶ່ງກາຍເປັນຈິດວິນຍານທີ່ຝັງເລິກໂດຍບໍ່ຕ້ອງມີໃຜມາບັງຄັບ.

2. ຄ່ານິຍົມ “ເມໂອະວາກຸ” ແລະ ຄວາມກົມກຽວ (Meiwaku & Wa)

ໃນວັດທະນະທຳຍີ່ປຸ່ນ ມີຄຳວ່າ “ມະໂອະວາກຸ” (Meiwaku – 迷惑) ທີ່ແປວ່າ “ການບໍ່ເຮັດໃຫ້ຄົນອື່ນເດືອດຮ້ອນ” ແລະ “ວະ” (Wa – ) ທີ່ໝາຍເຖິງ “ຄວາມກົມກຽວຂອງສັງຄົມ”. ການຍາດຄິວ ຫຼື ຂ້າມຄິວ ຖືກເບິ່ງວ່າເປັນການທຳລາຍຄວາມສົມດຸນຂອງສັງຄົມຢ່າງຮຸນແຮງ ຄວາມອັບອາຍທາງສັງຄົມນີ້ເອງທີ່ເຮັດໃຫ້ທຸກຄົນພ້ອມໃຈກັນຮັກສາລະບຽບ.

3. ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເທົ່າທຽມ

ຈາກບົດວິໄຈຂອງ Japan Today ແລະ ສະຖາບັນຄົ້ນຄວ້າສັງຄົມ, ຄົນຍີ່ປຸ່ນມີຄວາມເຊື່ອໝັ້ນສູງຫຼາຍວ່າ “ຖ້າເຮົາຕໍ່ຄິວ ຢ່າງໃດເຮົາກໍຈະໄດ້ຮັບສິດນັ້ນຢ່າງຍຸຕິທຳ”. ເມື່ອທຸກຄົນເຊື່ອໃນລະບົບ “ມາກ່ອນ ໄດ້ກ່ອນ”ຢ່າງແທ້ຈິງ, ການຍາດແຍ່ງຄິວຈຶ່ງບໍ່ມີຄວາມຈຳເປັນເລີຍ.

ເຫດການທີ່ເຄີຍເຮັດໃຫ້ທົ່ວໂລກຕ້ອງຍົກຍ້ອງ ແມ່ນເຫດການ ແຜ່ນດິນໄຫວ ແລະ ສຶນາມິ ປີ 2011. ໃນຂະນະທີ່ອາຫານ, ນ້ຳດື່ມ, ແລະ ໄຟຟ້າຂາດແຄນຢ່າງໜັກ, ປະຊາຊົນຍີ່ປຸ່ນຮ້ອຍກວ່າຄົນກໍຍັງລຽນແຖວຕໍ່ຄິວຍາວເປັນກິໂລແມັດ ເພື່ອຮັບຖົງຍັງຊ່ວຍຊີບຢ່າງງຽບໆ. ບໍ່ມີການຍາດແຍ້ງ, ບໍ່ມີການປຸ້ນຈີ້, ແລະ ທຸກຄົນໃຫ້ກຽດຜູ້ທີ່ມາກ່ອນຢ່າງງົດງາມ.

ການລຽນຕໍ່ຄິວ ແລະ ການໃຫ້ກຽດຜູ້ມາກ່ອນຂອງຄົນຍີ່ປຸ່ນ ບໍ່ໄດ້ເປັນພຽງແຕ່ “ກົດລະບຽບ” ທີ່ຖືກຂຽນໄວ້ໃນເຈ້ຍ, ແຕ່ມັນແມ່ນ “ວັດທະນະທຳ ແລະ ຈິດສຳນຶກ” ທີ່ຖືກຫຼໍ່ຫຼອມຜ່ານການສຶກສາ, ຄ່ານິຍົມການເຄົາລົບສ່ວນລວມ ແລະ ຄວາມໄວ້ເນື້ອເຊື່ອໃຈກັນໃນສັງຄົມ. ສິ່ງເຫຼົ່ານີ້ເຮັດໃຫ້ຍີ່ປຸ່ນກາຍເປັນຕົ້ນແບບຂອງຄວາມມີລະບຽບ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles