ຄຳຝາກຈາກຮຸ່ນອ້າຍເຖິງນ້ອງໆ ມ.7: “ຖ້າມີຄົນຖາມຂ້ອຍວ່າ ການໄດ້ເຂົ້າມາສຶກສາຢູ່ ມະຫາວິທະຍາໄລແຫ່ງຊາດ ໃຫ້ຫຍັງກັບຂ້ອຍ? ຄຳຕອບຂອງຂ້ອຍບໍ່ແມ່ນພຽງແຕ່ ‘ໃບປະລິນຍາ’ ຫຼື ‘ຄະແນນ’ ແຕ່ມັນຄື… ໂອກາດ
. ເພາະໂອກາດບາງຢ່າງ ຖ້າເຮົາບໍ່ກ້າລອງ… ເຮົາຈະບໍ່ມີວັນຮູ້ເລີຍວ່າ ໂຕເຮົາສາມາດໄປໄດ້ໄກຮອດໃສ.”
ນີ້ຄືສຽງຄວາມຮັກ ແລະ ແຮງບັນດານໃຈຈາກ ທ້າວ ທະວີໄຊ ວົງມຸນຕີ (ຊ້າງ), ນັກສຶກສາ ສາຂາ International Business Management (IBM) ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (FEB), ມະຫາວິທະຍາໄລແຫ່ງຊາດ.
ຊ້າງ! ຄືຜູ້ໄດ້ຮັບທຶນ AUNS Scholarship ເພື່ອໄປສຶກສາແລກປ່ຽນຢູ່ Seoul National University (SNU) ມະຫາວິທະຍາໄລອັນດັບຕົ້ນໆ ຂອງສາທາລະນະລັດເກົາຫຼີ
ຊ້າງກ່າວວ່າ “ຕອນທີ່ຮູ້ວ່າໂຕເອງຖືກຄັດເລືອກ ຄວາມຮູ້ສຶກທຳອິດມັນຍິ່ງໃຫຍ່ກວ່າຄວາມພູມໃຈ… ມັນຄືຄວາມບໍ່ເຊື່ອວ່າ ‘ຄວາມຝັນ’ ມັນຈະເກີດຂຶ້ນໄດ້ແທ້ໆ
ຂ້ອຍເປັນພຽງນັກສຶກສາທຳມະດາຄົນໜຶ່ງຈາກລາວ ທີ່ຝັນຢາກອອກໄປເຫັນໂລກກວ້າງ ແລະ ມື້ນີ້ ຂ້ອຍໄດ້ພິສູດໃຫ້ໂຕເອງເຫັນແລ້ວວ່າ ຄວາມຝັນນັ້ນບໍ່ໄດ້ຢູ່ໄກເກີນເອື້ອມ.”
ປະສົບການທີ່ເງິນຊື້ບໍ່ໄດ້: ເຕີບໃຫຍ່ ແລະ ງົດງາມ
“ການໄດ້ໄປຮຽນແລກປ່ຽນຢູ່ ສ.ເກົາຫຼີ ເຮັດໃຫ້ຂ້ອຍໄດ້ເປີດໂລກທັດ ໄດ້ພົບໝູ່ເພື່ອນຈາກທົ່ວທຸກມຸມໂລກ, ໄດ້ຮຽນຮູ້ວັດທະນະທຳ, ວິທີຄິດ ແລະ ວິຖີຊີວິດທີ່ແຕກຕ່າງ.
ແນ່ນອນວ່າ… ການໃຊ້ຊີວິດຢູ່ຕ່າງປະເທດຕົວຄົນດຽວບໍ່ໄດ້ງ່າຍສະເໝີໄປ. ແຕ່ທຸກໆອຸປະສັກ ແລະ ທຸກໆປະສົບການ ໄດ້ຫຼໍ່ຫຼອມໃຫ້ຂ້ອຍຮູ້ຈັກການປັບຕົວ, ກ້າຄິດ, ກ້າເຮັດ, ກ້າສະແດງອອກ ແລະ ມານະອົດທົນ ຈົນກາຍເປັນຄົນທີ່ມີຄວາມໝັ້ນໃຈຫຼາຍຂຶ້ນ.”
“ສິ່ງທີ່ຂ້ອຍຮູ້ສຶກຂອບໃຈທີ່ສຸດຈາກຫົວໃຈ ຄື ມະຫາວິທະຍາໄລແຫ່ງຊາດ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ໂດຍສະເພາະ ຫຼັກສູດນາໆຊາດ ສາຂາ IBM ທີ່ໄດ້ເປີດປະຕູໃຫ້ຂ້ອຍໄດ້ເຫັນໂລກທີ່ກວ້າງໃຫຍ່ກວ່າເກົ່າ.
ຕະຫຼອດໄລຍະເວລາທີ່ຮຽນຢູ່ທີ່ນີ້ ຂ້ອຍໄດ້ເຂົ້າຮ່ວມກິດຈະກຳ, ໂຄງການ, ການແຂ່ງຂັນ ແລະ ວຽກອາສາສະໝັກຢ່າງຫຼາກຫຼາຍ. ປະສົບການເຫຼົ່ານີ້ ບໍ່ພຽງແຕ່ເຕີມເຕັມຄວາມຮູ້ທາງວິຊາການ ແຕ່ຍັງໄດ້ ‘ເຈຍລະໄນ’ ໂຕຂ້ອຍ ແລະ ສອນໃຫ້ຂ້ອຍຮູ້ວ່າ: ຄົນທຳມະດາຄົນໜຶ່ງ ກໍສາມາດສ້າງໂອກາດທີ່ຍິ່ງໃຫຍ່ໃຫ້ໂຕເອງໄດ້ ຜ່ານການສຶກສາ “
“ຖ້າຢາກຝາກຫຍັງເຖິງນ້ອງໆ ມ.7 ທີ່ກຳລັງຢືນຢູ່ທາງແຍກຂອງຊີວິດ ຂ້ອຍຢາກບອກພຽງວ່າ… ‘ຢ່າຄິດວ່າ ໂອກາດ ເປັນຂອງຄົນທີ່ເກັ່ງທີ່ສຸດ ເພາະຫຼາຍໆຄັ້ງ ໂອກາດ ເປັນຂອງຄົນທີ່ກ້າລອງກ່ອນ’
ຖ້າມື້ນີ້ນ້ອງມີຄວາມຝັນ ບໍ່ວ່າຈະເປັນການຮຽນຕໍ່, ການໄດ້ໄປຮຽນແລກປ່ຽນຕ່າງປະເທດ, ຫຼື ການລອງເຮັດສິ່ງໃໝ່ໆ… ຂໍໃຫ້ເລີ່ມຕົ້ນຈາກ ‘ຄວາມກ້າ’ ທີ່ຈຳກ້າວອອກໄປຫາມັນ. ບໍ່ວ່າຜົນຈະອອກມາສຳເລັດ ຫຼື ບໍ່ ຂໍພຽງນ້ອງໄດ້ລອງ… ນ້ອງກໍສຳເລັດ ແລະ ເຕີບໃຫຍ່ກວ່າຄົນທີ່ຍັງບໍ່ໄດ້ເລີ່ມແລ້ວ”
“ບາງເທື່ອ… ມື້ນີ້ນ້ອງໆ ອາດຈະກຳລັງອ່ານປະສົບການຂອງຂ້ອຍຢູ່. ແຕ່ຂ້ອຍຫວັງຢ່າງຍິ່ງວ່າ ໃນອີກບໍ່ດົນ ຄົນທີ່ຈະອອກມາແບ່ງປັນປະສົບການທີ່ແສນງົດງາມໃຫ້ນ້ອງໆ ຮຸ່ນຕໍ່ໄປຟັງ… ຈະເປັນ ‘ເຈົ້າ’
ເພາະທຸກຄວາມສໍາເລັດ ເລີ່ມຕົ້ນຈາກການກ້າກ້າວເດີນ… ແລະ ສຳລັບຂ້ອຍ ກ້າວທຳອິດທີ່ປ່ຽນຊີວິດນັ້ນ ເລີ່ມຕົ້ນທີ່ ມະຫາວິທະຍາໄລແຫ່ງຊາດ”
ທີ່ມາ: ກະດານຂ່າວ


