ໂຮງໝໍມິດຕະພາບ ສຳເລັດການຜ່າຕັດປູກຖ່າຍໄຂ່ຫຼັງ ຍົກລະດັບການແພດລາວ ກ້າວສູ່ມາດຕະຖານສາກົນ

ວັນທີ 25 ກໍລະກົດ 2026 ຜ່ານມາ, ທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ໂຮງໝໍມິດຕະພາບ ເປັນແຫ່ງທຳອິດໃນ ສປປ ລາວ ທີ່ໃຫ້ບໍລິການປິ່ນປົວພະຍາດໄຂ່ຫຼັງ ແລະ ເລີ່ມຟອກເລືອດມາຕັ້ງແຕ່ປີ 1994. ຕໍ່ມາ, ກະຊວງສາທາລະນະສຸກ ໄດ້ອະນຸຍາດໃຫ້ ໂຮງໝໍມິດຕະພາບ ແລະ ໂຮງໝໍສູນກາງ 103 ກອງທັບ ເປັນສະຖານທີ່ດຳເນີນການຜ່າຕັດປູກຖ່າຍໄຂ່ຫຼັງ ເຊິ່ງຖືເປັນເຕັກນິກຂັ້ນສູງສຸດໃນການປິ່ນປົວພະຍາດໄຂ່ຫຼັງຊຳເຮື້ອ.

ຜົນສຳເລັດດັ່ງກ່າວ ເກີດຂຶ້ນພາຍໃຕ້ ບົດບັນທຶກຄວາມເຂົ້າໃຈ (MOU) ປີ 2023 ກ່ຽວກັບການຮ່ວມມືແບບບໍ່ຫວັງຜົນກຳໄລ ຮ່ວມກັບ ໂຮງໝໍລາມາທິບໍດີ ປະເທດໄທ, ໂດຍເນັ້ນໃສ່ການຝຶກອົບຮົມບຸກຄະລາກອນຢ່າງເປັນລະບົບ ແລະ ສ້າງຕັ້ງ “ທີມງານປູກຖ່າຍໄຂ່ຫຼັງ” ທີ່ປະກອບດ້ວຍຊ່ຽວຊານຫຼາຍຂະແໜງການ ເຊັ່ນ: ໝໍໄຂ່ຫຼັງ, ໝໍຜ່າຕັດ, ໝໍວາງຢາສະຫຼົບ, ໝໍຫົວໃຈ, ເບົາຫວານ, ຊຶມເຊື້ອ, ພະຍາບານ ແລະ ນັກໂພຊະນາການ ພາຍໃຕ້ການຊີ້ນຳຂອງຄະນະອຳນວຍການ.

ຂະບວນການຄັດເລືອກ ແລະ ກະກຽມຄົນເຈັບ ໄດ້ປະຕິບັດຕາມລະບຽບກົດໝາຍຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ ພ້ອມທັງຂໍອະນຸມັດ, ມີການຢັ້ງຢືນຈາກອຳນາດການປົກຄອງທ້ອງຖິ່ນ ເພື່ອປ້ອງກັນການຊື້-ຂາຍອະໄວຍະວະ. ຜູ້ບໍລິຈາກຕ້ອງເປັນສາຍຍາດໂດຍຕົງທີ່ສະໝັກໃຈ, ສາມາດພິສູດໄດ້ທາງກົດໝາຍ ແລະ ຜ່ານການກວດພິສູດທາງວິທະຍາສາດ (DNA) ຢ່າງຖືກຕ້ອງ.

ທ່ານ ສອນໄຊ ລາດຊະວົງ ກ່າວຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດ, ໂຮງໝໍມິດຕະພາບ ສາມາດຜ່າຕັດປູກຖ່າຍໄຂ່ຫຼັງ ປະສົບຜົນສໍາເລັດແລ້ວ 2 ກໍລະນີຄື: ກໍລະນີທີ 1: ຜ່າຕັດສໍາເລັດໃນວັນທີ 18 ພະຈິກ 2024 (ຕິດຕາມຜົນແລ້ວ 18 ເດືອນ); ກໍລະນີທີ 2: ຜ່າຕັດສໍາເລັດໃນວັນທີ 6 ຕຸລາ 2025 (ຕິດຕາມຜົນແລ້ວ 10 ເດືອນ) ປັດຈຸບັນ, ທັງສອງກໍລະນີ ແມ່ນມີສຸຂະພາບແຂງແຮງດີ, ມີຊີວິດໃໝ່ ແລະ ສາມາດກັບຄືນມາໃຊ້ຊີວິດໄດ້ຕາມປົກກະຕິ ໂດຍໄດ້ຮັບການຕິດຕາມສຸຂະພາບຕາມນັດຢູ່ໂຮງໝໍມິດຕະພາບຢ່າງເປັນລະບົບ.

ທີ່ມາ: ໜັງສືພິມປະຊາຊົນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles