Seasia Stats ເປີດເຜີຍສະຖິຕິການປຽບທຽບ “ພື້ນທີ່ສ່ວນຕົວຕໍ່ປະຊາກອນ” (Personal Space per Person) ໃນບັນດາປະເທດອາຊຽນ ໂດຍສົມມຸດວ່າ ຖ້ານຳເອົາດິນທັງໝົດຂອງແຕ່ລະປະເທດມາຫານສະເລ່ຍໃຫ້ປະຊາກອນແຕ່ລະຄົນຢ່າງເທົ່າທຽມກັນ ຈະໄດ້ພື້ນທີ່ຄົນລະເທົ່າໃດ.
ປະຊາກອນໃນປະເທດລາວ ຈະໄດ້ເນື້ອທີ່ຫຼາຍທີ່ສຸດ: ໂດຍປະຊາກອນ 1 ຄົນ ຈະໄດ້ຮັບເນື້ອທີ່ສູງເຖິງ 30,303.0 ຕາແມັດ (ຫຼື ປະມານ 3 ເຮັກຕາຕໍ່ຄົນ) ເຊິ່ງຖືວ່າຫຼາຍທີ່ສຸດໃນບັນດາປະເທດສະມາຊິກອາຊຽນ.
ມາກວດເບິ່ງປະເທດອື່ນໆ ໃນອາຊຽນ ວ່າໄດ້ເນື້ອທີ່ສ່ວນຕົວຈັກຕາແມັດ/ຄົນ:
ມຽນມາ: 12,048.2 ຕາແມັດ/ຄົນ.
ບຣູໄນ: 11,494.3 ຕາແມັດ/ຄົນ.
ຕີມໍ ເລສເຕ: 10,309.3 ຕາແມັດ/ຄົນ.
ກຳປູເຈຍ: 10,101.0 ຕາແມັດ/ຄົນ.
ມາເລເຊຍ: 9,345.8 ຕາແມັດ/ຄົນ.
ໄທ: 7,142.9 ຕາແມັດ/ຄົນ.
ອິນໂດເນເຊຍ: 6,711.4 ຕາແມັດ/ຄົນ.
ຫວຽດນາມ: 3,125.0 ຕາແມັດ/ຄົນ.
ຟິລິບປິນ: 2,597.4 ຕາແມັດ/ຄົນ.
ສິງກະໂປ (ເປັນປະເທດທີ່ມີ ພື້ນທີ່ຕຊ່ຄົນໜ້ອຍທີ່ສຸດ): ເພາະເປັນປະເທດເກາະທີ່ມີປະຊາກອນໜາແໜ້ນ 1 ຄົນ ຈະໄດ້ຮັບພື້ນທີ່ພຽງແຕ່ 121.3 ຕາແມັດ ເທົ່ານັ້ນ.
ອ້າງອີງຂໍ້ມູນຈາກ: UN / World Population Review, Seasia Stats
Lao Youth Radio FM90MHz


