ລັດວິສາຫະກິດນ້ຳມັນເຊື້ອໄຟລາວ ຮ່ວມກັບ ໄຟຟ້າລາວ ລົງນາມ MOU ສຶກສາພັດທະນາສະຖານີສາກລົດໄຟຟ້າທົ່ວປະເທດ

ເມື່ອບໍ່ດົນມານີ້ ທີ່ສຳນັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ (EDL) ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໃນການຮ່ວມມືພັດທະນາສະຖານີສາກລົດໄຟຟ້າ ແລະ ຂະຫຍາຍທຸລະກິດບໍລິການປິ່ນອ້ອມໃນຂອບເຂດທົ່ວປະເທດ.

ພິທີລົງນາມໄດ້ຈັດຂຶ້ນລະຫວ່າງ ທ່ານ ວຽງທອງ ວົງທະວີໄລ ຜູ້ອຳນວຍການລັດວິສາຫະກິດນ້ຳມັນເຊື້ອໄຟລາວ (ລນລ) ແລະ ທ່ານ ບຸນທັນ ພັນໂດລັກ ຮອງຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ.

ຕາມເນື້ອໃນຂອງ MOU ທັງສອງຝ່າຍຈະຮ່ວມສຶກສາຄວາມເປັນໄປໄດ້ ໃນການນຳສະຖານີນ້ຳມັນຂອງ ລນລ ທົ່ວປະເທດ ມາພັດທະນາເປັນ ສະຖານີສາກລົດໄຟຟ້າແບບໄວ (EV Fast Charging Station) ທີ່ຮອງຮັບທັງມາດຕະຖານສາກົນ ແລະ ມາດຕະຖານຂອງ ສປ ຈີນ (CCS Type 2 ແລະ GB/T) ເພື່ອຮອງຮັບການສາກໄຟຂອງລົດໄຟຟ້າຫຼາຍຍີ່ຫໍ້.

ນອກຈາກການພັດທະນາສະຖານີສາກໄຟແລ້ວ ຍັງຈະມີການພັດທະນາບໍລິການປິ່ນອ້ອມ ເຊັ່ນ ຮ້ານກາເຟ, ຮ້ານອາຫານ, ຮ້ານຄ້າສະດວກຊື້ ແລະ ບໍລິການອື່ນໆ ເພື່ອປັບປ່ຽນສະຖານີນ້ຳມັນໃຫ້ກາຍເປັນ Energy Service Hub ທີ່ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ລົດໄຟຟ້າ ແລະ ຜູ້ເດີນທາງໃນອະນາຄົດ.

ປັດຈຸບັນ ສປປ ລາວ ຍັງຕ້ອງນຳເຂົ້ານ້ຳມັນເຊື້ອໄຟເປັນປະລິມານຫຼາຍ ຊຶ່ງເປັນການນຳໃຊ້ເງິນຕາຕ່າງປະເທດຈຳນວນສູງ ແລະ ເປັນໜຶ່ງໃນປັດໃຈທີ່ກົດດັນດຸນການຄ້າ ລວມທັງອັດຕາແລກປ່ຽນ ໂດຍສະເພາະໃນໄລຍະທີ່ລາຄານ້ຳມັນໃນຕະຫຼາດໂລກມີຄວາມຜັນຜວນ.

ໃນອີກດ້ານໜຶ່ງ ປະເທດລາວມີທ່າແຮງດ້ານການຜະລິດໄຟຟ້າຈາກພະລັງງານນ້ຳ ແລະ ພະລັງງານສະອາດ. ດັ່ງນັ້ນ ການສົ່ງເສີມການນຳໃຊ້ລົດໄຟຟ້າ (EV) ຈຶ່ງເປັນການນຳຊັບພະຍາກອນທີ່ປະເທດມີຢູ່ມາສ້າງມູນຄ່າເພີ່ມ ພ້ອມທັງຊ່ວຍເສີມສ້າງຄວາມໝັ້ນຄົງໃຫ້ເສດຖະກິດມະຫາພາກ ກ້າວສູ່ເສດຖະກິດສີຂຽວ (Green Economy) ແລະ ເປົ້າໝາຍການເປັນສູນກາງດ້ານລົດໄຟຟ້າ (EV) ຂອງພາກພື້ນ.

ການລົງນາມ MOU ໃນຄັ້ງນີ້ ນັບເປັນກ້າວສຳຄັນຂອງການຮ່ວມມືລະຫວ່າງ ລັດວິສາຫະກິດນ້ຳມັນເຊື້ອໄຟລາວ ແລະ ລັດວິສາຫະກິດໄຟຟ້າລາວ ເພື່ອສຶກສາແນວທາງການພັດທະນາໂຄງສ້າງພື້ນຖານດ້ານລົດໄຟຟ້າ ແລະ ຍົກລະດັບລະບົບບໍລິການພະລັງງານໃຫ້ສອດຄ່ອງກັບທິດທາງການພັດທະນາໃນອະນາຄົດ.

ທີ່ມາ: ຂ່າວສານ ອຄ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles