ຖ້າທ່ານເປັນຄົນໜຶ່ງທີ່ມັກຄວາມຄິດສ້າງສັນ ຢາກລອງແຕ່ງເພງ ເຮັດເພງ ຫຼື ສ້າງ MV ດ້ວຍຕົວເອງ ຫ້າມພາດເດັດຂາດ! ຂໍເຊີນຊວນນ້ອງໆ ຊາວໜຸ່ມ ໄວໜຸ່ມລາວ ເຂົ້າຮ່ວມ ການຝຶກອົບຮົມອອນລາຍ ແລະ ການແຂ່ງຂັນການນຳໃຊ້ AI ເຂົ້າໃນການແຕ່ງເພງ, ຜະລິດເພງ ແລະ ສ້າງ MV
ປີນີ້ພວກເຮົາຈັດຂຶ້ນພາຍໃຕ້ຫົວຂໍ້ທີ່ສຳຄັນ ແລະ ເປັນສິ່ງທ້າທາຍສຸດໆ: “ຊາວໜຸ່ມປົກປ້ອງຕົນເອງ ຕ້ານການຫຼອກລວງທາງໄຊເບີ ແລະ ການຄ້າມະນຸດ” ມາໃຊ້ສຽງເພງ ແລະ ຄວາມຄິດສ້າງສັນ ແລະ ຈິນຕະນາການຂອງທ່ານ ເພື່ອສ້າງເປັນກະບອກສຽງຊ່ວຍສັງຄົມ ແລະ ໄວໜຸ່ມລາວ ໃຫ້ອອກຫ່າງຈາກ ການຄຸກຄາມ ແລະ ການຫຼອກລວງ ທາງໄຊເບີ ແລະ ການຄ້າມະນຸດ !
ພິເສດສຸດໆ! ສຳລັບຜູ້ທີ່ຜ່ານການຄັດເລືອກເຂົ້າຮ່ວມໂຄງການແມ່ນ ເຂົ້າຮ່ວມຟຣີ 100% (ບໍ່ມີຄ່າໃຊ້ຈ່າຍໃດໆທັງສິ້ນ!) ພ້ອມເຂົ້າສູ່ການຝຶກອົບຮົມ ລົງມືປະຕິບັດຕົວຈິງ ແລະ ສາມາດ ສົ່ງຜົນງານ ເຂົ້າລຸ້ນຮັບຊິງທຶນການສຶກສາ ລວມມູນຄ່າເຖິງ 5,000,000 ກີບ!
ກຳນົດການທີ່ສຳຄັນ:
• ປິດຮັບສະໝັກ: 10/08/2026
• ວັນຝຶກອົບຮົມ: 15/08/2026 (ຮຽນອອນລາຍຜ່ານ Zoom)
• ວັນປິດຮັບຜົນງານແຂ່ງຂັນ: 24/08/2026 (ເວລາ 24:00)
• ປະກາດຜົນ: ຕິດຕາມໄດ້ທາງຄື້ນວິທະຍຸ Lao Youth Radio FM 90.0 MHz
ວິທີສະໝັກງ່າຍໆ: ພຽງແຕ່ສະແກນ QR Code ທີ່ຢູ່ໃນໂພສເຕີ ນີ້ໄດ້ເລີຍ! (ຫຼື ສາມາດຄລິກລີ້ງສະໝັກໄດ້ທີ່ນີ້: https://forms.gle/gtnoY6YLoADnXS3G7
ຢ່າລໍຊ້າ! ມາຍົກລະດັບການໃຊ້ AI ໃຫ້ເກັ່ງຂຶ້ນ ແລະ ສ້າງສັນຜົນງານດີໆໄປນຳກັນ. ແທັກໝູ່ທີ່ມັກເຮັດເພງ ແລ້ວຊວນກັນ ມາສະໝັກເລີຍ!


