ກວດຄວາມພ້ອມຮອບດ້ານ! ກຽມກຳລັງກອບກູ້ໄພພິບັດໃນ 3 ແຂວງພາກກາງ

ວັນທີ 23 ກໍລະກົດ 2026 ຢູ່ໜອງຝາຍໃຫຍ່ ຂອງກອງພົນທະຫານຮາບທີ 4, ກອງພັນ 564 (ຊ່າງແສງ) ທີ່ຂຶ້ນກັບກອງພົນທະຫານຮາບທີ 4 ໄດ້ຈັດການກວດກາຄວາມພ້ອມດ້ານກຳລັງພົນ, ພາຫະນະ ແລະ ເຕັກນິກ ເພື່ອຮອງຮັບວຽກງານຕ້ານ ແລະ ກອບກູ້ໄພພິບັດທາງທຳມະຊາດ ທີ່ອາດເກີດຂຶ້ນໃນ 3 ແຂວງພາກກາງ ປະກອບມີ ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ.

ການກວດກາໃນຄັ້ງນີ້ ນຳໂດຍ ພັນໂທ ຄຳແກ້ວ ກົງປາລີ ຫົວໜ້າພະແນກຊ່າງແສງ ພ້ອມຄະນະ ແລະ ພັນໂທ ອຳພອນ ສອນມະນີ ຫົວໜ້າການທະຫານກອງພັນ 564 ພ້ອມຄະນະ. ມີຄະນະພັກ-ຄະນະບັນຊາ, ພະນັກງານ, ວິຊາການ ແລະ ນັກຮົບເຂົ້າຮ່ວມຢ່າງພ້ອມພຽງ.

ພັນຕີ ຄຳມ່ວນ ພົມມີໄຊ ຫົວໜ້າການທະຫານກອງຮ້ອຍເຕັກນິກ ໃຫ້ຮູ້ວ່າ ການກວດກາຄັ້ງນີ້ ເປັນການປະຕິບັດຕາມແຜນການ ແລະ ຄຳສັ່ງຂອງກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ສະບັບເລກທີ 866/ກສນ ລົງວັນທີ 10 ກໍລະກົດ 2024 ໂດຍມີເປົ້າໝາຍເພື່ອກວດສອບຄວາມພ້ອມຂອງກຳລັງພົນ, ພາຫະນະ ແລະ ອຸປະກອນເຕັກນິກ ໃຫ້ສາມາດປະຕິບັດພາລະກິດໄດ້ຢ່າງມີປະສິດທິຜົນ.

ນອກຈາກນີ້ ຍັງເປັນການຝຶກທົບທວນທັກສະ ແລະ ເພີ່ມຄວາມຊຳນານໃຫ້ແກ່ນັກຂັບຂີ່ ແລະ ກຳລັງພົນ ເພື່ອໃຫ້ສາມາດເຂົ້າປະຕິບັດວຽກກອບກູ້ ແລະ ຊ່ວຍເຫຼືອປະຊາຊົນໃນເວລາເກີດໄພພິບັດ ໃນ 3 ແຂວງພາກກາງ ໄດ້ຢ່າງທັນເວລາ ແລະ ປອດໄພ.

ພ້ອມກັນນັ້ນ ການກວດກາຄວາມພ້ອມຄັ້ງນີ້ ຍັງເປັນກິດຈະກຳໃນການສ້າງຂະບວນການແຂ່ງຂັນສ້າງຜົນງານ ເພື່ອຕ້ອນຮັບວັນສ້າງຕັ້ງເຫຼົ່າຮົບຊ່າງແສງທີ່ຈະມາເຖິງໃນໄລຍະອັນໃກ້ນີ້ ດ້ວຍບັນຍາກາດແຫ່ງຄວາມຟົດຟື້ນ ແລະ ມຸ່ງໝັ້ນປະຕິບັດພາລະກິດ.

ພາບ-ຂ່າວ: ຫ້ອງຂ່າວ F4 ຫນັງສຶພິມ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles