ແຂວງບໍ່ແກ້ວ: ຂະແໜງທາງນ້ຳ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ໄດ້ລາຍງານຄວາມຄືບໜ້າການດຳເນີນໂຄງການກໍ່ສ້າງພື້ນຖານໂຄງລ່າງປ້ອງກັນຕາຝັ່ງເຈື່ອນ ຕາມແນວແມ່ນ້ຳຂອງ ແລະ ແມ່ນ້ຳທາ ຈຳນວນ 6 ໂຄງການ ປະກອບດ້ວຍ 5 ໂຄງການໃນແມ່ນ້ຳຂອງ ແລະ 1 ໂຄງການໃນແມ່ນ້ຳທາ ໂດຍໃນໄລຍະ 6 ເດືອນຜ່ານມາ ທຸກໂຄງການມີຄວາມຄືບໜ້າຕາມແຜນທີ່ກຳນົດ.
ໂຄງການທີ 1 ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ບ້ານດ່ານຖິ່ນ ຊ່ວງທີ 2 ມີຄວາມຍາວ 3.300 ແມັດ ມູນຄ່າກໍ່ສ້າງ 88.558 ຕື້ກີບ ເລີ່ມກໍ່ສ້າງວັນທີ 27 ກັນຍາ 2024 ໄລຍະເວລາ 4 ປີ ປັດຈຸບັນມີຄວາມຄືບໜ້າ 15,80%.
ໂຄງການທີ 2 ກໍ່ສ້າງແນວປ້ອງກັນຕາຝັ່ງເຈື່ອນ ຈາກບ້ານດ່ານຖິ່ນ ຫາ ບ້ານດອນສະຫວັນ ໄລຍະທີ 3 ຄວາມຍາວ 2.669 ແມັດ ມູນຄ່າ 144.239 ຕື້ກີບ ເລີ່ມກໍ່ສ້າງວັນທີ 27 ກັນຍາ 2024 ມີຄວາມຄືບໜ້າ 21,29%.
ໂຄງການທີ 3 ກໍ່ສ້າງແນວປ້ອງກັນຕາຝັ່ງເຈື່ອນ ຈາກບ້ານມິໄຊສະຫວ່າງ ຫາ ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ມີຄວາມຍາວ 3.692 ແມັດ ມູນຄ່າ 350.403 ຕື້ກີບ ເລີ່ມດຳເນີນການວັນທີ 1 ກໍລະກົດ 2025 ແລະ ປັດຈຸບັນມີຄວາມຄືບໜ້າ 30%.
ໂຄງການທີ 4 ກໍ່ສ້າງແນວປ້ອງກັນຕາຝັ່ງເຈື່ອນ ຈາກຂົວມິດຕະພາບ ລາວ–ໄທ ແຫ່ງທີ 4 ຫາ ບ້ານດ່ານຖິ່ນ ໄລຍະທີ 1 ຄວາມຍາວ 2.250 ແມັດ ມູນຄ່າ 290.306 ຕື້ກີບ ເລີ່ມກໍ່ສ້າງວັນທີ 30 ເມສາ 2026 ມີຄວາມຄືບໜ້າ 5,64%.
ໂຄງການທີ 5 ກໍ່ສ້າງແນວປ້ອງກັນຕາຝັ່ງເຈື່ອນ ຈາກຂົວມິດຕະພາບ ລາວ–ໄທ ແຫ່ງທີ 4 ຫາ ບ້ານດ່ານຖິ່ນ ໄລຍະທີ 2 ຄວາມຍາວ 2.250 ແມັດ ມູນຄ່າ 265.593 ຕື້ກີບ ເລີ່ມກໍ່ສ້າງວັນທີ 30 ເມສາ 2026 ແລະ ມີຄວາມຄືບໜ້າ 6,20%.
ໂຄງການທີ 6 ກໍ່ສ້າງແນວປ້ອງກັນຕາຝັ່ງເຈື່ອນ ຕາມແນວເສັ້ນທາງ ຊ່ວງເມືອງປາກທາ ຫາ ເມືອງຜາອຸດົມ ລວມ 7 ຈຸດ ຄວາມຍາວ 1.010 ແມັດ ມູນຄ່າ 45.294 ຕື້ກີບ ເລີ່ມກໍ່ສ້າງວັນທີ 12 ມິຖຸນາ 2026 ແລະ ມີຄວາມຄືບໜ້າ 30%.
ການດຳເນີນທັງ 6 ໂຄງການ ສະທ້ອນໃຫ້ເຫັນຄວາມພະຍາຍາມຂອງພາກລັດໃນການພັດທະນາໂຄງລ່າງພື້ນຖານ ເພື່ອປ້ອງກັນການກັດເຊາະຕາຝັ່ງ ຫຼຸດຜ່ອນຜົນກະທົບຈາກໄພທຳມະຊາດ ແລະ ສ້າງຄວາມໝັ້ນຄົງໃຫ້ແກ່ຊຸມຊົນຕາມແນວແມ່ນ້ຳຂອງ ແລະ ແມ່ນ້ຳທາ ໃນໄລຍະຍາວ.
ທີ່ມາ: ຂ່າວແຂວງບໍ່ແກ້ວ


