ໃນວັນທີ 24 ກໍລະກົດ 2026 ທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີລົງນາມເຊັນບົດທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຮ່ວມມືທາງວິຊາການ ສຳລັບ ໂຄງການເສີມສ້າງສະມັດຖະນະການສອນ ແລະ ການຮຽນຮູ້ ສຳລັບການສຶກສາຄະນິດສາດຂັ້ນປະຖົມ (ITEAM3) ລະຫວ່າງກະຊວງສຶກສາທິການ ແລະ ກິລາ ກັບ ອົງການຮ່ວມມືສາກົນແຫ່ງຍີ່ປຸ່ນ (JICA) ເພື່ອສືບຕໍ່ຍົກລະດັບຄຸນນະພາບການສອນ ແລະ ການຮຽນຮູ້ວິຊາຄະນິດສາດຂັ້ນປະຖົມທົ່ວປະເທດ.
ບົດທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ຮ່ວມລົງນາມໂດຍ ທ່ານ ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ທາຄາໂອະ ມະຣຸຢາມະ (Takao MARUYAMA) ຫົວໜ້າຄະນະສຳຫຼວດເພື່ອຈັດທຳແຜນລາຍລະອຽດ ຂອງອົງການ JICA. ພິທີດັ່ງກ່າວ ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ການລົງນາມຄັ້ງນີ້ ເປັນຜົນສືບເນື່ອງຈາກການສຳຫຼວດ ແລະ ປຶກສາຫາລື ລະຫວ່າງຄະນະສຳຫຼວດ JICA ກັບພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ໃນໄລຍະວັນທີ 15-24 ກໍລະກົດ 2026 ເພື່ອຕົກລົງແຜນການດຳເນີນງານ, ກິດຈະກຳ ແລະ ບົດບາດຮັບຜິດຊອບໃນການຈັດຕັ້ງໂຄງການ.
ໂຄງການ ITEAM3 ໄດ້ຖືກພັດທະນາໃຫ້ສອດຄ່ອງກັບແຜນພັດທະນາຂະແໜງສຶກສາ ແລະ ກິລາ (ESSDP) ສົກປີ 2026-2030 ໂດຍມຸ່ງເນັ້ນການປັບປຸງຜົນການຮຽນຮູ້ຂອງນັກຮຽນຂັ້ນປະຖົມ, ເສີມສ້າງຄວາມຮູ້ ແລະ ທັກສະໃຫ້ຄູສອນ ພ້ອມທັງພັດທະນາລະບົບການພັດທະນາອາຊີບຄູຢ່າງຕໍ່ເນື່ອງ (CPD) ທີ່ອີງໃສ່ໂຮງຮຽນ.
ນອກຈາກນີ້ ໂຄງການຍັງເປັນກົນໄກສຳຄັນໃນການສະໜັບສະໜູນການປັບປ່ຽນລະບົບການສຶກສາຂັ້ນປະຖົມຈາກລະບົບ 5 ປີ ໄປສູ່ລະບົບ 6 ປີ (6+3+3) ຂອງ ສປປ ລາວ ໂດຍມຸ່ງຍົກລະດັບການສອນວິຊາຄະນິດສາດ ເພື່ອໃຫ້ນັກຮຽນມີຜົນການຮຽນທີ່ດີຂຶ້ນຢ່າງເປັນຮູບປະທຳ.
ໂຄງການຈະມີໄລຍະດຳເນີນງານປະມານ 48 ເດືອນ ແລະ ຈະເລີ່ມຈັດຕັ້ງປະຕິບັດໃນເດືອນ ມັງກອນ 2027 ໂດຍປະກອບມີ 3 ກິດຈະກຳຫຼັກ ຄື:
ປັບປຸງປຶ້ມແບບຮຽນ ແລະ ຄູ່ມືຄູ ວິຊາຄະນິດສາດ ຊັ້ນປີທີ 4-6 ໃຫ້ງ່າຍຕໍ່ການຮຽນຮູ້, ເພີ່ມເວລາໃຫ້ນັກຮຽນໄດ້ຝຶກແກ້ໂຈດ, ສົ່ງເສີມການປະເມີນເພື່ອການຮຽນຮູ້ ແລະ ນຳໃຊ້ເຕັກໂນໂລຊີເພື່ອໃຫ້ຄູເຂົ້າເຖິງສື່ການສອນໄດ້ສະດວກ.
ພັດທະນາຄູຝຶກ ແລະ ຄູສອນ ຜ່ານການຈັດເຮັດສື່ຝຶກອົບຮົມ ແລະ ພັດທະນາຄູຝຶກຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ວິທະຍາໄລຄູ ກ່ອນຂະຫຍາຍຜົນໄປຫາຄູຝຶກລະດັບແຂວງ ແລະ ຄູສອນຊັ້ນປີທີ 1-6 ທົ່ວປະເທດ.
ຂະຫຍາຍຜົນ ແລະ ຍົກລະດັບລະບົບການສອນ ໂດຍນຳລະບົບທີ່ອີງໃສ່ໂຮງຮຽນໄປປະຕິບັດໃນ 35 ເມືອງ ຂອງ 7 ແຂວງ ປະກອບມີ: ອຸດົມໄຊ, ໄຊຍະບູລີ, ຫຼວງພະບາງ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຈຳປາສັກ ແລະ ອັດຕະປື ພ້ອມທັງນຳໃຊ້ Dashboard ເພື່ອຕິດຕາມຜົນການຮຽນຮູ້ ແລະ ຜົນການດຳເນີນງານຂອງໂຄງການ.
ທີ່ມາ: ຂ່າວສຶກສາ ວິທະຍາສາດ ແລະ ກິລາ


