ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ສສກ.ນວ) ຈະສຸມໃສ່ການຊ່ວຍເຫຼືອນັກຮຽນທຸກຍາກ ໂດຍຊຸກຍູ້ໂຮງຮຽນພາກລັດສືບຕໍ່ນະໂຍບາຍຍົກເວັ້ນຄ່າຊຸກຍູ້ພັດທະນາ ແລະ ຄ່າບໍລິຫານໂຮງຮຽນ ໃຫ້ແກ່ນັກຮຽນທີ່ມີຄວາມຫຍຸ້ງຍາກ ແລະ ຄອບຄົວທີ່ມີອ້າຍນ້ອງຫຼາຍຄົນ ເພື່ອແກ້ໄຂບັນຫາການປະລະການຮຽນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງ ສສກ.ນວ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດ 2026 ທີ່ຫ້ອງການ ສສກ.ນວ ພ້ອມທັງຕອບຄຳຖາມເຈາະຈີ້ມ ເພື່ອຊອກຫາແນວທາງແກ້ໄຂບັນຫາ ໂດຍສະເພາະບັນຫາອັດຕາການປະລະການຮຽນຂອງນັກຮຽນ.
ພິທີດັ່ງກ່າວ ໄດ້ຮັບກຽດຈາກ ທ່ານ ທະນົງໄຊ ຄຸດໄພທູນ ກຳມະການສຳຮອງສູນກາງພັກ, ກຳມະການປະຈຳພັກນະຄອນຫຼວງວຽງຈັນ ແລະ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ເປັນປະທານ. ມີ ທ່ານ ນາງ ລີປ່າເອຍ ລີບົວປ່າວ ກຳມະການພັກນະຄອນຫຼວງວຽງຈັນ ແລະ ຫົວໜ້າພະແນກ ສສກ.ນວ, ທ່ານ ນາງ ຄຳແຫວນ ສິງບັນດິດ ປະທານຄະນະກຳມະການວັດທະນະທຳ ສັງຄົມ ແລະ ຊົນເຜົ່າ ພ້ອມດ້ວຍບັນດາສະມາຊິກສະພານະຄອນຫຼວງວຽງຈັນ, ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ລີປ່າເອຍ ລີບົວປ່າວ ໄດ້ລາຍງານວ່າ ໃນສົກຮຽນ 2025-2026 ທົ່ວນະຄອນຫຼວງວຽງຈັນ ມີໂຮງຮຽນທັງໝົດ 1.170 ແຫ່ງ ເພີ່ມຂຶ້ນ 5 ແຫ່ງ ແລະ ມີນັກຮຽນທັງໝົດ 215.833 ຄົນ ເພີ່ມຂຶ້ນ 2.737 ຄົນ. ໃນນັ້ນ ມີໂຮງຮຽນລ້ຽງເດັກ-ອະນຸບານ 427 ແຫ່ງ, ປະຖົມສຶກສາ 538 ແຫ່ງ, ມັດທະຍົມຕອນຕົ້ນ 84 ແຫ່ງ, ມັດທະຍົມຕອນປາຍ 11 ແຫ່ງ ແລະ ມັດທະຍົມສົມບູນ 110 ແຫ່ງ. ສ່ວນນັກຮຽນຊັ້ນ ມ.ຕົ້ນ ມີ 59.053 ຄົນ ແລະ ຊັ້ນ ມ.ປາຍ ມີ 30.945 ຄົນ.
ໃນໄລຍະ 6 ເດືອນຕົ້ນປີ 2026 ຂະແໜງສຶກສາ ແລະ ກິລາ ສາມາດບັນລຸໄດ້ 6 ຄາດໝາຍ, ບໍ່ບັນລຸ 3 ຄາດໝາຍ ແລະ ກຳລັງເກັບກຳຂໍ້ມູນອີກ 4 ຄາດໝາຍ.
ສຳລັບ 6 ຄາດໝາຍທີ່ບັນລຸ ໄດ້ແກ່ ອັດຕາເຂົ້າຮຽນເດັກ 5 ປີ ປະຕິບັດໄດ້ 101,91%, ອັດຕາເຂົ້າໃໝ່ສຸດທິ ປ.1 ປະຕິບັດໄດ້ 101,2%, ອັດຕາເຂົ້າຮຽນລວມ ມ.ຕົ້ນ ປະຕິບັດໄດ້ 100,1%, ອັດຕາປະລະ ມ.ປາຍ ຕ່ຳກວ່າເກນ 7,17%, ວຽກງານລົບລ້າງຄວາມບໍ່ຮູ້ໜັງສື ແລະ ຍົກລະດັບບັນລຸເກີນແຜນ ແລະ ການຮຽນ-ການສອນ ICT ລະດັບມັດທະຍົມ ກວມເອົາ 95,61%.
ສ່ວນ 3 ຄາດໝາຍທີ່ບໍ່ບັນລຸ ປະກອບມີ ອັດຕາປະລະຊັ້ນປະຖົມ ປະຕິບັດໄດ້ 2,38%, ອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1 ປະຕິບັດໄດ້ 98,5% ແລະ ອັດຕາປະລະ ມ.ຕົ້ນ ປະຕິບັດໄດ້ 5,35%.
ສາເຫດຫຼັກຂອງການປະລະການຮຽນ ແມ່ນມາຈາກບັນຫາດ້ານເສດຖະກິດຄອບຄົວ, ພໍ່ແມ່ມີອາຊີບຮັບຈ້າງ ບໍ່ມີບ່ອນຢູ່ອາໄສຖາວອນ ແລະ ຕ້ອງຍ້າຍຕາມສະຖານທີ່ເຮັດວຽກ ເຮັດໃຫ້ບໍ່ສາມາດນຳລູກຫຼານເຂົ້າຮຽນຕໍ່ໃນພື້ນທີ່ໃໝ່ໄດ້. ສ່ວນນັກຮຽນຊັ້ນມັດທະຍົມ ຈຳເປັນຕ້ອງອອກໂຮງຮຽນເພື່ອໄປອອກແຮງງານຊ່ວຍຄອບຄົວ.
ສະຖິຕິຍັງພົບວ່າ ອັດຕາປະລະຊັ້ນປະຖົມສູງຢູ່ເມືອງໄຊເສດຖາ, ເມືອງຈັນທະບູລີ ແລະ ເມືອງສັງທອງ. ສ່ວນຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ ມີອັດຕາປະລະສູງຢູ່ເມືອງສັງທອງ, ນາຊາຍທອງ, ຈັນທະບູລີ ແລະ ປາກງື່ມ.
ສຳລັບ 6 ເດືອນທ້າຍປີ 2026 ພະແນກ ສສກ.ນວ ຈະເລັ່ງດຳເນີນມາດຕະການຮີບດ່ວນ ໂດຍແຕ່ງຕັ້ງຄະນະກຳມະການຂັ້ນເມືອງ ລົງສົມທົບກັບອົງການປົກຄອງບ້ານ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ ເພື່ອປຸກລະດົມໃຫ້ຜູ້ປົກຄອງນຳລູກຫຼານກັບຄືນມາສືບຕໍ່ການຮຽນ.
ນອກຈາກນັ້ນ ຈະສືບຕໍ່ນະໂຍບາຍຍົກເວັ້ນຄ່າຊຸກຍູ້ພັດທະນາ ແລະ ຄ່າບໍລິຫານໂຮງຮຽນ ສຳລັບນັກຮຽນທຸກຍາກ, ຈັດຫາປຶ້ມແບບຮຽນໃຫ້ຢືມ, ແກ້ໄຂບັນຫາຂາດແຄນຄູ ໂດຍຈັດສັບຊ້ອນຄູສອນ ແລະ ສົ່ງເສີມການຮຽນ-ການສອນ STEM ແລະ ICT ຄວບຄູ່ກັບການລະດົມການຊ່ວຍເຫຼືອຈາກອົງການສາກົນ ເພື່ອພັດທະນາໂຄງສ້າງພື້ນຖານ ແລະ ສະໜອງອຸປະກອນການຮຽນ-ການສອນ.
ທີ່ມາ: ຂ່າວສຶກສາ ວິທະຍາສາດ ແລະ ກິລາ


