ວັນທີ 19 ມິຖຸນາ 2026, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງບໍລິຄໍາໄຊ ໄດ້ຈັດພິທີຈູດທຳລາຍອາວຸດລ່າເນື້ອ, ຈັກສະຕິ່ນ ແລະ ເຄື່ອງຊັອດປາ ທີ່ຖືກເກັບກູ້ມາໄດ້ໃນໄລຍະຜ່ານມາ ເພື່ອປ້ອງກັນການນຳໃຊ້ອາວຸດຜິດກົດໝາຍ ແລະ ອະນຸລັກຊັບພະຍາກອນທຳມະຊາດ.
ພິທີດັ່ງກ່າວ ມີ ພົຈວ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ທ່ານ ບຸນລ້ຽງ ດວງສະເພົາທອງ ຮອງປະທານຄະນະປົກຄອງແຂວງ ພ້ອມຄະນະການນຳ, ພາກສ່ວນກ່ຽວຂ້ອງ ແລະ ກຳລັງຕຳຫຼວດ ເຂົ້າຮ່ວມຢ່າງພ້ອມພຽງ.
ອຸປະກອນທີ່ນຳມາຈູດທຳລາຍປະກອບມີ: ປືນລູກຊອງ 4 ກະບອກ
ປືນແກັບ 1.088 ກະບອກ
ເລົາປືນ 17 ເລົາ
ເຄື່ອງຊັອດປາ 102 ເຄື່ອງ
ໝໍ້ໄຟ 6 ໜ່ວຍ
ຈັກສະຕິ່ນ 142 ເຄື່ອງ
ລວມທັງໝົດກວ່າ 1.300 ລາຍການ ທີ່ຖືກເກັບກູ້ຈາກ 7 ເມືອງທົ່ວແຂວງ ໂດຍການປະສານງານຂອງກຳລັງປ້ອງກັນຊາດ-ປກສ ແລະ ໜ່ວຍງານວິຊາສະເພາະ.
ການຈູດທຳລາຍໃນຄັ້ງນີ້ ແມ່ນດຳເນີນຕາມກົດໝາຍ ແລະ ຄຳສັ່ງຂອງລັດຖະບານ ເພື່ອກຳຈັດອາວຸດຜິດກົດໝາຍ, ຫຼຸດຜ່ອນການລ່າສັດປ່າ ແລະ ຮັກສາຄວາມສະຫງົບຮຽບຮ້ອຍໃນສັງຄົມ.
ທີ່ມາ: ຄວາມສະຫງົບ




