ເກີດເຫດໄຟໄໝ້ຢ່າງຮຸນແຮງຢູ່ໂຮງຮຽນປະຖົມແຫ່ງໜຶ່ງ ໃນເຂດຄິຕະ (Kita Ward) ຂອງນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໃນວັນທີ 19 ມິຖຸນາ ນີ້.ເຈົ້າໜ້າທີ່ດັບເພີງກຳລັງເລັ່ງຄວບຄຸມສະຖານະການຢ່າງຮີບດ່ວນ
ຕາມການລາຍງານຈາກກອງບັນຊາການຕຳຫຼວດນະຄອນຫຼວງໂຕກຽວ ແລະ ໜ່ວຍກູ້ໄພດັບເພີງ ໃຫຊາບວ່າ: ເຫດການດັ່ງກ່າວໄດ້ຮັບແຈ້ງກ່ອນເວລາ 11:00 ໂມງ (ຕາມເວລາທ້ອງຖິ່ນ). ໂດຍຈຸດເກີດເຫດແມ່ນ ໂຮງຮຽນປະຖົມ ທາກິໂນກາວະ ໄດຊັງ (Takinogawa Daisan Elementary School) ເຊິ່ງພົບກຸ່ມຄວັນໄຟສີດຳຂະໜາດໃຫຍ່ ພຸ່ງອອກມາຈາກບໍລິເວນ ຫ້ອງດົນຕີ ທີ່ຕັ້ງຢູ່ຊັ້ນ 4 ຂອງອາຄານຮຽນ
ເຫດການດັ່ງກ່າວສົ່ງຜົນໃຫ້ ມີນັກຮຽນຫຼາຍຄົນມີອາການສະມັກຄວັນໄຟ ແລະ ມີຄູສອນ 1 ຄົນ ໄດ້ຮັບບາດເຈັບ
ຄູ ແລະ ນັກຮຽນທັງໝົດ ສາມາດອົບພະຍົບອອກມາຈາກຕົວອາຄານໄດ້ຢ່າງປອດໄພ ແລະ ບໍ່ມີໃຜຕິດຄ້າງຢູ່ພາຍໃນ
ໂຮງຮຽນແຫ່ງນີ້ມີນັກຮຽນທັງໝົດ 340 ຄົນ ແລະ ຄູ-ອາຈານ 24 ຄົນ ໂດຍຕົວອາຄານເປັນໂຄງສ້າງເບຕົງເສີມເຫຼັກ ສູງ 4 ຊັ້ນ.
ຂະນະນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງກຳລັງຢູ່ໃນລະຫວ່າງການກວດສອບ ເພື່ອຊອກຫາສາເຫດທີ່ແທ້ຈິງຂອງການເກີດເພີງໄໝ້ໃນຄັ້ງນີ້ຢ່າງລະອຽດ
ທີ່ມາ: World Forum
Lao Youth Radio FM90MHz




