ກົມອຸຕຸນິຍົມ ແລະ ອຸທົກກະສາດ,ໄດ້ລາຍງານສະພາບອາກາດ ປະຈຳວັນທີ 17 ມິຖຸນາ 2026 (ຕັ້ງແຕ່ເວລາ 7:00 ໂມງເຊົ້າຫາ 12:00 ໂມງທ່ຽງ) ໃຫ້ຮູ້ວ່າ: ບໍລິເວນຄວາມກົດດັນອາກາດຕໍ່າ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ.
ສະພາບການດັ່ງກ່າວ ຈະເຮັດໃຫ້ອາກາດຮ້ອນໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ພາກເໜືອດ້ານຕາເວັນອອກ ແລະ ພາກເໜືອດ້ານຕາເວັນຕົກ
ແຂວງ ຜົ້ງສາລີ: ມີຝົນຕົກເປັນບໍລິເວນກວ້າງ ເນື້ອທີ່ປົກຫຸ້ມ 50%.
ມ. ຜົ້ງສາລີ: ອຸນຫະພູມ 20 – 25 ອົງສາ C.
ມ. ບຸນເໜືອ: ອຸນຫະພູມ 20 – 27 ອົງສາ C.
ແຂວງ ຫົວພັນ: ມີຝົນຕົກໃນລະດັບຄ່ອຍເປັນບາງບໍລິເວນ.
ມ. ວຽງໄຊ: ອຸນຫະພູມ 23 – 29 ອົງສາ C (ເນື້ອທີ່ການປົກຫຸ້ມຂອງຝົນກວມເອົາ 30%).
ມ. ຊຳເໜືອ: ອຸນຫະພູມ 23 – 29 ອົງສາ C (ເນື້ອທີ່ການປົກຫຸ້ມຂອງຝົນກວມເອົາ 20%).
ແຂວງ ຊຽງຂວາງ: ມ. ແປກ ມີຝົນຕົກເປັນບໍລິເວນກວ້າງ, ເນື້ອທີ່ປົກຫຸ້ມຂອງຝົນ 60%. ອຸນຫະພູມ 21 – 29 ອົງສາ C.
ແຂວງ ອຸດົມໄຊ: ມ. ໄຊ ມີຝົນຕົກໃນລະດັບຄ່ອຍເປັນບາງບໍລິເວນ, ເນື້ອທີ່ການປົກຫຸ້ມຂອງຝົນກວມເອົາ 40%. ອຸນຫະພູມ 25 – 30 ອົງສາ C.
ແຂວງ ບໍ່ແກ້ວ: ມ. ຫ້ວຍຊາຍ ມີຝົນຕົກເປັນບໍລິເວນກວ້າງ, ເນື້ອທີ່ການປົກຫຸ້ມຂອງຝົນກວມເອົາ 60%. ອຸນຫະພູມ 24 – 31 ອົງສາ C.
ແຂວງ ຫຼວງນໍ້າທາ: ມີເມກປົກຫຸ້ມໜາແໜ້ນ ຕະຫຼອດໄລຍະ.
ມ. ຫຼວງນໍ້າທາ: ອຸນຫະພູມ 25 – 31 ອົງສາ C.
ມ. ສິງ: ອຸນຫະພູມ 25 – 30 ອົງສາ C.
ແຂວງ ຫຼວງພະບາງ: ມ. ຫຼວງພະບາງ ມີຝົນຕົກໃນລະດັບຄ່ອຍ, ເນື້ອທີ່ການປົກຫຸ້ມຂອງຝົນກວມເອົາ 50%. ອຸນຫະພູມ 20 – 34 ອົງສາ C.
ແຂວງ ໄຊຍະບູລີ: ມ. ໄຊຍະບູລີ ມີຝົນຕົກໃນລະດັບຄ່ອຍ, ເນື້ອທີ່ການປົກຫຸ້ມຂອງຝົນກວມເອົາ 50%. ອຸນຫະພູມ 26 – 34 ອົງສາ C.
ນະຄອນຫຼວງວຽງຈັນ:
ທຸກເມືອງມີສະພາບອາກາດຄ້າຍຄືກັນ: ມີຝົນຕົກໃນລະດັບຄ່ອຍ, ເນື້ອທີ່ການປົກຫຸ້ມຂອງຝົນກວມເອົາ 50%.
ມ. ຈັນທະບູລີ, ມ. ຫາດຊາຍຟອງ, ມ. ໄຊທານີ, ມ. ສີໂຄດຕະບອງ, ມ. ສີສັດຕະນາກ: ອຸນຫະພູມ 26 – 33 ອົງສາ C.
ມ. ປາກງື່ມ, ມ. ສັງທອງ: ອຸນຫະພູມ 25 – 32 ອົງສາ C.
ພາກກາງ:
ແຂວງ ໄຊສົມບູນ: ມ. ອານຸວົງ ມີຝົນຕົກໃນລະດັບຄ່ອຍ, ເນື້ອທີ່ການປົກຫຸ້ມຂອງຝົນກວມເອົາ 50%. ອຸນຫະພູມ 21 – 28 ອົງສາ C.
ແຂວງ ວຽງຈັນ:
ມ. ໂພນໂຮງ: ມີຝົນຕົກເປັນບໍລິເວນກວ້າງ, ເນື້ອທີ່ການປົກຫຸ້ມຂອງຝົນກວມເອົາ 60%. ອຸນຫະພູມ 25 – 32 ອົງສາ C.
ມ. ວັງວຽງ: ມີຝົນຕົກໃນລະດັບຄ່ອຍ, ເນື້ອທີ່ການປົກຫຸ້ມຂອງຝົນກວມເອົາ 50%. ອຸນຫະພູມ 24 – 32 ອົງສາ C.
ແຂວງ ບໍລິຄຳໄຊ: ມີຝົນຕົກໃນລະດັບຄ່ອຍເປັນບາງບໍລິເວນ.
ມ. ປາກຊັນ, ມ. ຄຳເກີດ: ອຸນຫະພູມ 25 – 33 ອົງສາ C (ເນື້ອທີ່ການປົກຫຸ້ມຂອງຝົນກວມເອົາ 40%).
ມ. ວຽງທອງ: ອຸນຫະພູມ 26 – 32 ອົງສາ C (ເນື້ອທີ່ການປົກຫຸ້ມຂອງຝົນກວມເອົາ 50%).
ແຂວງ ຄໍາມ່ວນ: ມີຝົນຕົກໃນລະດັບຄ່ອຍເປັນບາງບໍລິເວນ, ເນື້ອທີ່ການປົກຫຸ້ມຂອງຝົນກວມເອົາ 50%.
ມ. ນາກາຍ: ອຸນຫະພູມ 23 – 28 ອົງສາ C.
ມ. ທ່າແຂກ: ອຸນຫະພູມ 25 – 33 ອົງສາ C.
ແຂວງ ສະຫວັນນະເຂດ: ມີຝົນຕົກໃນລະດັບຄ່ອຍເປັນບາງບໍລິເວນ, ເນື້ອທີ່ການປົກຫຸ້ມຂອງຝົນກວມເອົາ 50%.
ນະຄອນໄກສອນ ພົມວິຫານ: ອຸນຫະພູມ 27 – 33 ອົງສາ C.
ມ. ອຸທຸມພອນ: ອຸນຫະພູມ 27 – 34 ອົງສາ C.
ພາກໃຕ້:
ແຂວງ ຈຳປາສັກ: ມີຝົນຕົກໃນລະດັບຄ່ອຍເປັນບາງບໍລິເວນ, ເນື້ອທີ່ການປົກຫຸ້ມຂອງຝົນກວມເອົາ 50%.
ນະຄອນປາກເຊ: ອຸນຫະພູມ 26 – 33 ອົງສາ C.
ມ. ປາກຊ່ອງ: ອຸນຫະພູມ 17 – 26 ອົງສາ C.
ເຂດນິຄົມ 34 (ປາກຊ່ອງ): ອຸນຫະພູມ 18 – 26 ອົງສາ C.
ແຂວງ ສາລະວັນ:
ມ. ສາລະວັນ ມີຝົນຕົກໃນລະດັບຄ່ອຍເປັນບາງບໍລິເວນ, ເນື້ອທີ່ການປົກຫຸ້ມຂອງຝົນກວມເອົາ 30%. ອຸນຫະພູມ 26 – 32 ອົງສາ C.
ແຂວງ ເຊກອງ:
ມີຝົນຕົກໃນລະດັບຄ່ອຍເປັນບາງບໍລິເວນ, ເນື້ອທີ່ການປົກຫຸ້ມຂອງຝົນກວມເອົາ 30% – 40%.
ມ. ລະມາມ: ອຸນຫະພູມ 26 – 32 ອົງສາ C.
ມ. ທ່າແຕງ: ອຸນຫະພູມ 21 – 30 ອົງສາ C.
ມ. ກະລຶມໃໝ່: ອຸນຫະພູມ 22 – 29 ອົງສາ C.
ມ. ດາກຈຶງ: ອຸນຫະພູມ 19 – 26 ອົງສາ C.
ແຂວງ ອັດຕະປື:
ມ. ສາມັກຄີໄຊ ມີຝົນຕົກໃນລະດັບຄ່ອຍເປັນບາງບໍລິເວນ, ເນື້ອທີ່ການປົກຫຸ້ມຂອງຝົນກວມເອົາ 30%. ອຸນຫະພູມ 25 – 33 ອົງສາ C.
ຜູ້ຂັບຂີ່ລົດ: ຄວນເພີ່ມຄວາມລະມັດລະວັງໃນການສັນຈອນ ເນື່ອງຈາກສະພາບຫົນທາງມື່ນ ແລະ ທັດສະນະການເບິ່ງເຫັນຕໍ່າ ໃນເວລາຝົນຕົກ.
ຂໍໃຫ້ຕິດຕາມຂ່າວຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງໃກ້ຊິດ ເພື່ອຄວາມປອດໄພໃນຊີວິດ ແລະ ຊັບສິນ.
Lao Youth Radio FM90MHz




