ຢຸດກ່ອນສາຍຫວານ! ວິໄຈເຜີຍ “ນ້ຳຕານ” ອາດທໍາລາຍສະໝອງໄລຍະຍາວ ເຖິງແມ່ນວ່າຈະຫັນມາກິນຄລີນກໍຟື້ນຟູບໍ່ໄດ້ 100%

ເປີດຫ້ອງທົດລອງ: ເກີດຫຍັງຂຶ້ນກັບໜູສາຍຫວານ?

ທີມນັກວິໄຈຈາກ ມະຫາວິທະຍາໄລເຕັກໂນໂລຊີຊິດນີ (University of Technology Sydney) ໄດ້ທົບທວນ ແລະ ວິເຄາະຂໍ້ມູນຈາກການທົດລອງໃນສັດເຖິງ 27 ການສຶກສາ ໂດຍການໃຫ້ໜູທົດລອງກິນອາຫານທີ່ມີໄຂມັນສູງ ແລະ ນ້ຳຕານສູງ ເປັນເວລາຢ່າງໜ້ອຍ 2 ສັບປະດາ ຈາກນັ້ນຈຶ່ງແບ່ງໜູອອກເປັນ 2 ກຸ່ມ:

ກຸ່ມທີ 1: ກັບມາກິນອາຫານປົກກະຕິທີ່ມີຄຸນຄ່າທາງໂພຊະນາການສູງ (ອາຫານສຸຂະພາບ)

ກຸ່ມທີ 2: ຍັງຄົງກິນອາຫານທີ່ມີໄຂມັນ ແລະ ນ້ຳຕານສູງຄືເກົ່າ

ຜົນລັບທີ່ໜ້າຕົກໃຈ: “ນ້ຳຕານ” ຕົວຮ້າຍທໍາລາຍຄວາມຈໍາ

ເມື່ອຜ່ານການທົດສອບຄວາມຈຳ ແລະ ພຶດຕິກຳຕ່າງໆ ພົບວ່າ:

1. ສະໝອງຟື້ນຕົວໄດ້ບາງສ່ວນ: ໜູກຸ່ມທີ່ປ່ຽນມາກິນອາຫານສຸຂະພາບ ມີຜົນການທົດສອບຄວາມຈຳດີກວ່າໜູທີ່ກິນຫວານ/ມັນຕໍ່ໄປ.

2. ແຕ່…ບໍ່ສາມາດກັບມາເຕັມ 100%: ປະສິດທິພາບດ້ານຄວາມຈຳຂອງພວກມັນ ຍັງບໍ່ສາມາດກັບໄປທຽບເທົ່າກັບໜູທີ່ກິນອາຫານສຸຂະພາບມາໂດຍຕະຫຼອດໄດ້.

ຈຸດປ່ຽນທີ່ສຳຄັນ: ເມື່ອແຍກວິເຄາະຕາມປະເພດອາຫານ ພົບວ່າ ໜູທີ່ເຄີຍກິນ “ໄຂມັນສູງພຽງຢ່າງດຽວ” ສາມາດຟື້ນຟູຄວາມຈຳໃຫ້ກັບມານິ້ງຄືເກົ່າໄດ້ຫຼັງຈາກປ່ຽນພຶດຕິກຳ. ແຕ່ກຸ່ມທີ່ເຄີຍກິນ “ນ້ຳຕານສູງ” ຫຼື “ທັງຫວານທັງມັນ” ຄວາມສາມາດດ້ານຄວາມຈຳກັບບໍ່ຟື້ນຕົວ ໃນລະດັບດຽວກັນ.

ຕົວການຄື “ພາວະສະໝອງອັກເສບ”

ນັກວິໄຈອະທິບາຍວ່າ ນ້ຳຕານອາດເປັນປັດໄຈຫຼັກທີ່ຂັດຂວາງການຟື້ນຕົວຂອງສະໝອງ ເນື່ອງຈາກມັນໄປກະຕຸ້ນໃຫ້ເກີດການອັກເສບໃນສະໝອງ ໂດຍສະເພາະບໍລິເວນ “ຮິບໂປແຄມປັດ” ເຊິ່ງເປັນສູນກາງສຳຄັນຂອງການຮຽນຮູ້ ແລະ ຄວາມຈຳ. ການອັກເສບນີ້ອາດຈະຍັງຄົງຢູ່ (ຝັງເລິກ) ແມ້ວ່າເຮົາຈະເຊົາກິນຫວານໄປແລ້ວກໍຕາມ.

ຢ່າງໃດກໍຕາມ, ຂ່າວດີຄືຄວາມເສຍຫາຍນີ້ຈະສົ່ງຜົນກະທົບສະເພາະກັບ “ຄວາມຈຳຫຼັກ” ເທົ່ານັ້ນ, ສ່ວນເລື່ອງຄວາມວິຕົກກັງວົນ, ລະດັບການເຄື່ອນໄຫວ ຫຼື ແຮງຈູງໃຈແມ່ນສາມາດກັບຄືນສູ່ພາວະປົກກະຕິໄດ້.

ບົດສະຫຼຸບ ແລະ ສັນຍານເຕືອນ

ແມ້ວ່ານີ້ຈະເປັນການທົດລອງໃນສັດ ແລະ ຍັງຕ້ອງລໍຖ້າການຢືນຢັນໃນມະນຸດເພີ່ມເຕີມ, ແຕ່ຜູ້ຊ່ຽວຊານດ້ານປະສາດວິທະຍາລະບຸວ່າ ວົງຈອນສະໝອງຂອງໜູ ແລະ ຄົນເຮົາມີຄວາມຄ້າຍຄືກັນຫຼາຍ.

ດັ່ງນັ້ນ, ການຫຼຸດນ້ຳຕານຕັ້ງແຕ່ມື້ນີ້ຈຶ່ງເປັນສິ່ງທີ່ຈຳເປັນທີ່ສຸດ ເພາະການບໍລິໂພກນ້ຳຕານໃນປະລິມານຫຼາຍເປັນເວລາດົນ ອາດຈະສົ່ງຜົນເສຍຕໍ່ສະໝອງເລິກກວ່າທີ່ເຮົາຄິດ ແລະ ອາດ “ບໍ່ສາມາດຍ້ອນກັບມາເປັນຄືເກົ່າໄດ້ທັງໝົດ” ໃນໄລຍະສັ້ນ.

ແຫຼ່ງຂໍ້ມູນອ້າງອີງ: University of Technology Sydney

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles