ໃນວັນທີ 16 ມິຖຸນາ 2026 ພະແນກຕຳຫຼວດສິ່ງແວດລ້ອມ ຫ້ອງຕຳຫຼວດປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ຮ່ວມກັບຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ດຳເນີນການທຳລາຍປາມຶກຈຳນວນ 620 ກິໂລກຣາມ ຫຼັງຈາກກວດພົບວ່າມີສານຕົກຄ້າງ ແລະ ສານປົນເປື້ອນທີ່ອາດສົ່ງຜົນກະທົບຕໍ່ສຸຂະພາບຜູ້ບໍລິໂພກ.
ການທຳລາຍດັ່ງກ່າວ ໄດ້ຈັດຂຶ້ນຢູ່ສະຖານທີ່ກຳຈັດຂີ້ເຫຍື້ອຫຼັກ 32 ເມືອງໄຊທານີ ໂດຍມີ ພັນໂທ ຈັນສະໝຸດ ຈັນທະລັງສອນ ຮອງຫົວໜ້າພະແນກຕຳຫຼວດສິ່ງແວດລ້ອມ ແລະ ທ່ານ ນາງ ວັນເພັງ ສຸວັນນະລາດ ຮອງຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກ່ອນໜ້ານີ້ ໃນວັນທີ 12 ມິຖຸນາ 2026 ເຈົ້າໜ້າທີ່ໄດ້ຮັບແຈ້ງຈາກພົນລະເມືອງ ວ່າມີການແຊ່ປາມຶກຢູ່ເຂດບ້ານໂພນໄຮຄຳ ເມືອງໄຊທານີ. ຫຼັງຈາກລົງກວດສອບ ພົບປາມຶກທີ່ກຽມສົ່ງອອກຈຳໜ່າຍ 38 ຖົງ ນ້ຳໜັກ 220 ກິໂລກຣາມ ແລະ ປາມຶກແຊ່ໃນຊາມອີກ 12 ຊາມ ນ້ຳໜັກລວມ 400 ກິໂລກຣາມ.
ນອກຈາກນັ້ນ ຍັງພົບສານໂຟມາລິນ (Formalin) ຈຳນວນ 4 ຖັງ ໂດຍໃຊ້ໄປແລ້ວ 1 ຖັງ ແລະ ຍັງເຫຼືອ 3 ຖັງ ພ້ອມທັງພົບໂຊດາໄຟ ຈຳນວນ 9 ຖົງ ນ້ຳໜັກລວມ 9 ກິໂລກຣາມ. ເຈົ້າໜ້າທີ່ຈຶ່ງໄດ້ບັນທຶກກວດກາ ແລະ ດຳເນີນການຕາມຂັ້ນຕອນກົດໝາຍ.
ພັນໂທ ຈັນສະໝຸດ ຈັນທະລັງສອນ ກ່າວວ່າ ຜົນການກວດສອບພົບວ່າ ປາມຶກດັ່ງກ່າວມີສານປົນເປື້ອນທີ່ອາດສົ່ງຜົນອັນຕະລາຍຕໍ່ສຸຂະພາບຫາກຖືກນຳໄປບໍລິໂພກ. ດັ່ງນັ້ນ ຈຶ່ງໄດ້ມີຄຳສັ່ງໃຫ້ນຳສິນຄ້າທັງໝົດມາທຳລາຍ ເພື່ອປ້ອງກັນບໍ່ໃຫ້ຫຼຸດລອດສູ່ຕະຫຼາດ ແລະ ຄຸ້ມຄອງຄວາມປອດໄພດ້ານອາຫານໃຫ້ແກ່ປະຊາຊົນ.
ເຫດການຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງພາກລັດໃນການຄຸ້ມຄອງຄຸນນະພາບອາຫານ ແລະ ປົກປ້ອງສຸຂະພາບຜູ້ບໍລິໂພກ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ຮ່ວມກັນແຈ້ງເບາະແສ ຫາກພົບເຫັນການຜະລິດ ຫຼື ຈຳໜ່າຍອາຫານທີ່ອາດບໍ່ປອດໄພ ເພື່ອສ້າງສັງຄົມທີ່ປອດໄພສຳລັບທຸກຄົນ.
ທີ່ມາ: ປກສ ນະຄອນຫຼວງວຽງຈັນ
ຮຽບຮຽງ: Lao Youth Radio




