ຈາກສຽງຜ່ານໜ້າປັດວິທະຍຸຂອງພໍ່ ສູ່ການເປັນກະບອກສຽງຍຸກດິຈິຕອນ ຂອງກະຊວງການເງິນ

ຕອນຍັງນ້ອຍ, ນາງ ອາພັດສະລາ ຈັນທະວົງ 33 ປີ ປະຈຸບັນ ເຄີຍມີຄວາມຝັນຢາກໃສ່ຊຸດກາວ ເປັນທ່ານໝໍ. ແຕ່ເມື່ອໄດ້ມີໂອກາດຕິດຕາມຜູ້ເປັນພໍ່ ທີ່ເປັນໂຄສົກ ແລະ ນັກຂ່າວຂອງວິທະຍຸກະຈາຍສຽງແຫ່ງຊາດ, ສາຍໃຍຄວາມຜູກພັນ ແລະ ສະເໜ່ຂອງການເປັນນັກ ສື່ສານມວນຊົນ ໄດ້ປ່ຽນທິດທາງຊີວິດຂອງນາງ.

ຫຼັງຈາກຈົບການສຶກສາປະລິນຍາຕີ ສາຂາໂທລະຄົມມະນາຄົມ ແລະ ການສື່ສານ, ມະຫາວິທະຍາໄລ ແຫ່ງຊາດ ນາງໄດ້ຕັດສິນໃຈກ້າວເຂົ້າສູ່ກະຊວງການເງິນໃນປີ 2016 ດ້ວຍຄວາມມຸ່ງໝັ້ນທີ່ຈະເປັນນັກຂ່າວ ເພື່ອສືບຕໍ່ອຸດົມການການເປັນກະບອກສຽງໃຫ້ກັບສັງຄົມ.

ແຕ່ໃນຍຸກທີ່ໂລກອອນລາຍປ່ຽນແປງໄວພຽງພິບຕາ, ອາພັດສະລາ ບໍ່ຍອມໃຫ້ຕົນເອງຢຸດນິ້ງ. ນາງໄດ້ຜັນຕົວເອງມາເປັນ “ນັກສ້າງຄອນເທັນ” ປະຈຳພະແນກ ໂຄສະນາ ຂ່າວສານ ເສດຖະກິດ ແລະ ການເງິນ ຂອງກະຊວງການເງິນ. ໜ້າທີ່ນີ້ມາພ້ອມກັບສິ່ງທ້າທາຍອັນໃຫຍ່ຫຼວງ ນັ້ນຄືການປະເຊີນໜ້າກັບກອງເອກະສານ ແລະ ຂໍ້ມູນທີ່ມະຫາສານ. ຫຼາຍຄັ້ງທີ່ນາງພົບກັບທາງຕັນ, ບໍ່ຮູ້ຈະຈັບຈຸດ ຫຼື ດຶງເອົາປະເດັນໃດມາເປັນມຸມມອງ ໃນການນຳສະເໜີຂ່າວໃຫ້ໜ້າສົນໃຈ ເຊິ່ງເຮັດໃຫ້ການສ້າງຄອນເທັນໃນໄລຍະທຳອິດ ມີຂີດຈຳກັດຫຼານຢ່າງ.

ຈຸດປ່ຽນສຳຄັນເກີດຂຶ້ນເມື່ອນາງຕັດສິນໃຈບູລະນາການເຕັກໂນໂລຊີ ເຂົ້າໃນຂະບວນການເຮັດວຽກ. ອາພັດສະລາ ໄດ້ນຳໃຊ້ປັນຍາປະດິດ ເຊັ່ນ: ການໃຊ້ NotebookLM ເພື່ອຍ່ອຍເອກະສານທີ່ຊັບຊ້ອນ ແລະ ການຄົ້ນຄິດໄອເດຍໃໝ່ໆຮ່ວມກັບ Gemini ເຮັດໃຫ້ນາງສາມາດຈັບປະເດັນຂ່າວໄດ້ຄົມແຈ້ງ ຈົນສາມາດຜະລິດຄອນເທັນໄດ້ເຖິງ 20 ບົດຕໍ່ເດືອນ. ແຕ່ເຖິງນະວັດຕະກຳຈະຊ່ວຍໃຫ້ເຮັດວຽກໄວຂຶ້ນ, ນາງຍັງຄົງໃຫ້ຄວາມສຳຄັນກັບການຮູ້ເທົ່າທັນສື່ ແລະ ຍຶດໝັ້ນໃນຄຳສອນຂອງພໍ່ສະເໝີວ່າ “ຂ່າວທຸກຂ່າວ ຕ້ອງມີມູນຄວາມຈິງ ຈຶ່ງສາມາດເຜີຍແຜ່ສູ່ມວນຊົນໄດ້” ເພື່ອຮັກສາຈັນຍາບັນວິຊາຊີບ ແລະ ປ້ອງກັນຄວາມເຂົ້າໃຈຜິດໃນສັງຄົມ.

ຄວາມພະຍາຍາມນັ້ນອອກດອກ ອອກຜົນຢ່າງຈົບງາມ. ມື້ນີ້, ເລື່ອງກົດໝາຍການເງິນ ທີ່ເຄີຍເປັນເລື່ອງໄກຕົວ ໄດ້ຖືກປ່ຽນໃຫ້ກາຍເປັນຄອນເທັນ ທີ່ຕິດພັນກັບວິຖີຊີວິດປະຈຳວັນ. ໂດຍສະເພາະປະເດັນກ່ຽວກັບ ການເສຍອາກອນທີ່ດິນ ແລະ ຄ່າທາງ ທີ່ນາງສາມາດສື່ສານອອກມາໄດ້ຢ່າງເຂົ້າໃຈງ່າຍ ເຊິ່ງໄດ້ຮັບຄວາມນິຍົມ ແລະ ຄວາມສົນໃຈຢ່າງລົ້ນຫຼາມຈາກກຸ່ມຄົນໄວເຮັດວຽກ. ນີ້ເປັນຂໍ້ພິສູດວ່າ ຖ້າຂໍ້ມູນພາກລັດຖືກນຳສະເໜີ ຢ່າງຖືກຈຸດ, ປະຊາຊົນກໍພ້ອມທີ່ຈະຮັບຟັງ ແລະ ໃຫ້ຄວາມຮ່ວມມືສະເໝີ.

ສຳລັບບາດກ້າວຕໍ່ໄປ, ອາພັດສະລາ ມີເປົ້າໝາຍທີ່ຈະຍົກລະດັບການສື່ສານຂອງກົມກອງໃຫ້ທັນສະໄໝ ແລະ ມີສີສັນຍິ່ງຂຶ້ນ. ນາງຕັ້ງໃຈຈະນຳສະເໜີຄອນເທັນ ໃນຮູບແບບວິດີໂອ “Storytelling” ຫຼື ການເລົ່າເລື່ອງ ເພື່ອດຶງດູດຄວາມສົນໃຈ ແລະ ສ້າງແຮງບັນດານໃຈ.

ເລື່ອງລາວຂອງນາງບໍ່ພຽງແຕ່ເປັນແບບຢ່າງຂອງການປັບຕົວໃນຍຸກດິຈິຕອນ, ແຕ່ຍັງເປັນແສງສະຫວ່າງທີ່ພິສູດໃຫ້ເຫັນວ່າ: ເຕັກໂນໂລຊີທີ່ທັນສະໄໝ ເມື່ອບວກເຂົ້າກັບຫົວໃຈທີ່ຮັກໃນຄວາມຈິງ, ສາມາດປ່ຽນເລື່ອງຍາກໆ ໃຫ້ກາຍເປັນພະລັງທີ່ຂັບເຄື່ອນສັງຄົມໄດ້ຢ່າງແທ້ຈິງ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles