ໃນຍຸກທີ່ມີການແຂ່ງຂັນສູງ, CV ຂອງເຮົາມີເວລາພຽງແຕ່ 6 ຫາ 7 ວິນາທີ ເທົ່ານັ້ນໃນການດຶງດູດສາຍຕາຂອງຜູ້ຄັດເລືອກ (HR). ຖ້າຢາກໃຫ້ CV ບໍ່ຖືກເບິ່ງຂ້າມ ແລະ ຖືກຮຽກສຳພາດທັນທີ, ນີ້ຄື 5 ວິທີການຂຽນ CV ໃຫ້ໜ້າສົນໃຈຕາມມາດຕະຖານສາກົນ:
1. ປັບແຕ່ງ CV ໃຫ້ເຂົ້າກັບຕຳແໜ່ງວຽກ
ຢ່າສົ່ງ CV ແບບດຽວກັນໄປທຸກບໍລິສັດ ອີງຕາມຄຳແນະນຳຈາກ Indeed, ການອ່ານລາຍລະອຽດຂອງວຽກແລ້ວນຳເອົາຄຳສຳຄັນທີ່ບໍລິສັດຕ້ອງການມາໃສ່ໃນ CV ຂອງເຮົາ ຈະຊ່ວຍໃຫ້ CV ຜ່ານລະບົບຄັດກອງອັດຕະໂນມັດ (ATS) ແລະ ເຮັດໃຫ້ HR ເຫັນວ່າເຮົາມີຄຸນສົມບັດກົງກັບຄວາມຕ້ອງການຂອງພວກເຂົາແທ້ໆ.
2. ເນັ້ນຜົນງານເປັນ “ຕົວເລກ” ທີ່ຊັດເຈນ
ການຂຽນພຽງແຕ່ວ່າ “ມີປະສົບການໃນການບໍລິຫານ” ມັນຍັງບໍ່ມີນ້ຳໜັກພໍ. ມະຫາວິທະຍາໄລຮາວາດ (Harvard University) ແນະນຳໃຫ້ປ່ຽນມາໃຊ້ຕົວເລກ ຫຼື ເປີເຊັນເພື່ອສະແດງໃຫ້ເຫັນຜົນສຳເລັດທີ່ຈັບຕ້ອງໄດ້ ເຊັ່ນ:
• ແບບເກົ່າ: “ຊ່ວຍລະດົມທຶນໃຫ້ໂຮງຮຽນ”
• ແບບໃໝ່: “ເປັນຜູ້ນຳພາແຄມເປນລະດົມທຶນ ສາມາດສ້າງລາຍຮັບໄດ້ 44,000,000 ກີບ ເພື່ອສ້ອມແປງອາຄານຮຽນ”
3. ໃຊ້ຄຳກິລິຍາທີ່ຊົງພະລັງ
ຫຼີກລ່ຽງການໃຊ້ຄຳຊ້ຳໆ ຫຼື ຄຳສັບທີ່ເບິ່ງທຳມະດາ. ຄວນເລີ່ມຕົ້ນປະໂຫຍກໃນສ່ວນຂອງປະສົບການດ້ວຍ “ຄຳກິລິຍາທີ່ສະແດງເຖິງການກະທຳ” ເພື່ອສະທ້ອນເຖິງຄວາມເປັນຜູ້ນຳ ແລະ ຄວາມກະຕືລືລົ້ນເຊັ່ນ: ຜູ້ນຳພາ, ພັດທະນາ,, ບໍລິຫານ, ຫຼື ປັບປຸງ.
4. ຈັດຮູບແບບໃຫ້ສະອາດ ແລະ ອ່ານງ່າຍ
ຄວາມງ່າຍດາຍຄືຫົວໃຈສຳຄັນ. CV ທີ່ດີບໍ່ຄວນເກີນ 1 ຫາ 2 ໜ້າເຈ້ຍ. ຄວນເລືອກໃຊ້ຟອນຕ໌ (Font) ທີ່ເປັນມາດຕະຖານ, ເວັ້ນໄລຍະຫ່າງໃຫ້ເໝາະສົມ, ແລະ ໃຊ້ Bullet Points (ຈຸດໜ້າປະໂຫຍກ) ໃນການແບ່ງເນື້ອຫາ ເພື່ອໃຫ້ HR ສາມາດກວາດສາຍຕາອ່ານຂໍ້ມູນທີ່ສຳຄັນໄດ້ຢ່າງວ່ອງໄວພະຍາຍາມຫຼີກລ່ຽງການໃຊ້ສີສັນທີ່ສັບສົນເກີນໄປ.
5. ໃສ່ທັກສະທີ່ກົງກັບຍຸກສະໄໝ
ແຍກສ່ວນທັກສະໃຫ້ຊັດເຈນລະຫວ່າງ Hard Skills (ທັກສະດ້ານເຕັກນິກເຊັ່ນ: ການແປພາສາ, ການວິເຄາະຂໍ້ມູນ, ການສ້າງສື່) ແລະ Soft Skills (ທັກສະດ້ານມະນຸດສຳພັນເຊັ່ນ: ການເປັນຜູ້ນຳ, ການສື່ສານ, ການແກ້ໄຂບັນຫາ). ທີ່ສຳຄັນ, ຕ້ອງກວດສອບຄວາມຖືກຕ້ອງຂອງພາສາ ແລະ ຫຼັກໄວຍາກອນ (Proofread) ຢ່າງລະອຽດ ເພາະຄວາມຜິດພາດພຽງເລັກນ້ອຍອາດເຮັດໃຫ້ຄວາມໜ້າເຊື່ອຖືຫຼຸດລົງໄດ້.
ແຫຼ່ງຂໍ້ມູນອ້າງອີງ:
• Harvard University
• Indeed Career Guide




