ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດແຫ່ງ ສປປ ຈີນ ໄດ້ພົບປະເຈລະຈາຢ່າງເປັນທາງການກັບ ທ່ານ ກິມເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ ເພື່ອຮັດແໜ້ນສາຍສຳພັນອັນເປັນມູນເຊື້ອລະຫວ່າງສອງຊາດ.
ໃນການພົບປະຄັ້ງນີ້, ທ່ານ ສີ ຈິ້ນຜິງ ໄດ້ເນັ້ນໜັກເຖິງຮາກຖານອັນໜັກແໜ້ນຂອງມິດຕະພາບ ຈີນ-ສປປ ເກົາຫຼີ ທີ່ມີແຫຼ່ງກຳເນີດມາຈາກອຸດົມການ ແລະ ເປົ້າໝາຍສູ້ຊົນຮ່ວມກັນ ພ້ອມທັງຊີ້ໃຫ້ເຫັນວ່າ ທ່າມກາງສະພາບການໂລກທີ່ຜັນແປໄປຢ່າງຮ້າຍແຮງໃນຮອບຮ້ອຍປີ, ສອງຝ່າຍຕ້ອງຈັບມືກັນບຸກເບີກອະນາຄົດ ແລະ ຮັກສາສັນຕິພາບໃນພາກພື້ນ.
ໂອກາດນີ້, ຜູ້ນຳຈີນໄດ້ສະເໜີ ຂໍ້ສະເໜີຍຸດທະສາດ 4 ຂໍ້ ເພື່ອຂະຫຍາຍສາຍສຳພັນ ດັ່ງນີ້:
ຍຶດໝັ້ນການໄປມາຫາສູ່ກັນຂອງການນຳຂັ້ນສູງ: ເພື່ອເປັນເຂັມທິດຊີ້ນຳ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈທາງການເມືອງໃຫ້ໝັ້ນຄົງ.
ຍຶດໝັ້ນການສ້າງຄວາມສຸກໃຫ້ປະຊາຊົນ: ຍົກສູງລະດັບການຮ່ວມມືທີ່ຕິດແທດຕົວຈິງ ແລະ ເກີດຜົນປະໂຫຍດຮ່ວມກັນ.
ຍຶດໝັ້ນການສືບທອດມິດຕະພາບ: ເຊື່ອມສານຈິດໃຈ ແລະ ຄວາມຜູກພັນຂອງປະຊາຊົນສອງຊາດໃຫ້ສະໜິດແໜ້ນຍິ່ງຂຶ້ນ.
ຍຶດໝັ້ນທັດສະນະທີ່ຍຸດຕິທຳ: ເພີ່ມທະວີການປະສານງານດ້ານຍຸດທະສາດໃຫ້ມີເນື້ອໃນອຸດົມສົມບູນ ແລະ ເລິກເຊິ່ງກວ່າເກົ່າ.
ດ້ານທ່ານ ກິມ ເຈິງອຸນ ໄດ້ສະແດງຄວາມຂອບໃຈ ແລະ ເຫັນດີເປັນເອກະພາບຢ່າງສູງຕໍ່ຂໍ້ສະເໜີຂອງຜູ້ນຳຈີນ ພ້ອມທັງຢືນຢັນວ່າ ສປປ ເກົາຫຼີ ຈະທຸ່ມເທຄວາມພະຍາຍາມຢ່າງສຸດຂີດ ໃນການຊຸກຍູ້ການແລກປ່ຽນ ແລະ ຮ່ວມມືໃນຫຼາຍຂົງເຂດຕົວຈິງ ເປັນຕົ້ນແມ່ນ:
ເສດຖະກິດ-ການຄ້າ
ພື້ນຖານໂຄງລ່າງ
ວິທະຍາສາດ ແລະ ເຕັກໂນໂລຊີ
ການສຶກສາ ແລະ ວັດທະນະທຳ
ທ່ານ ກິມ ເຈິງອຸນ ກ່າວເນັ້ນຢຳ້ວ່າ:“ສປປ ເກົາຫຼີ ຈະເດັດດ່ຽວສະໜັບສະໜູນນະໂຍບາຍ ແລະ ຫຼັກໝັ້ນຂອງຈີນ ເພື່ອປົກປັກຮັກສາຜົນປະໂຫຍດແກນກາງ ແລະ ຈະຖືການຂະຫຍາຍການພົວພັນກັບ ຈີນ ເປັນພາລະກິດຍຸດທະສາດອັນດັບໜຶ່ງທີ່ສຳຄັນທີ່ສຸດຂອງລັດ ເພື່ອສ້າງໃຫ້ເປັນແບບຢ່າງຂອງການພົວພັນລະຫວ່າງປະເທດ ແລະ ຮ່ວມກັນສ້າງສັນຕິພາບ, ຄວາມຈະເລີນຮຸ່ງເຮືອງໃຫ້ແກ່ພາກພື້ນ ກໍຄືຂອງໂລກ.”
ທີ່ມາ: CMG
Lao Youth Radio FM90MHz



