ແຈ້ງທຶນການສຶກສາຂອງ ລັດຖະບານ ມົງໂກລີ ປະຈໍາສົກປີ 2026-2027

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍແຈ້ງມາຍັງທ່ານຊາບວ່າ: ລັດຖະບານ ມົງໂກລີ ໃຫ້ທຶນການສຶກສາ ແກ່ ສປປ ລາວ ປະຈໍາສົກຮຽນ 2026-2027 ມີຈໍານວນ 09 ທຶນ (ປະລິນຍາໂທ 01 ທຶນ ແລະ ປະລິນຍາຕີ 08 ທຶນ) ໃນ ນັ້ນມີວິຊາການແພດ 04 ທຶນ, ສັດຕະວະແພດ 02 ທຶນ ແລະ ວິທະຍາສາດລ້ຽງສັດ 02 ທຶນ, ຫຼັກສູດການຮຽນ-ການສອນ ເປັນພາສາມົງໂກລີ.

I. ເງື່ອນໄຂຂອງຜູ້ສະຫມັກ

– ເປັນຄົນລາວຖືສັນຊາດລາວ,

– ສຸຂະພາບແຂງແຮງດີ,

– ມີປະຫວັດຈະແຈ້ງ,

– ອາຍຸບໍ່ເກີນ 25 ປີ,

– ສໍາລັບປະລິນຍາຕີ ແລະ ປະລິນຍາໂທບໍ່ໃຫ້ເກີນ 35 ປີ;

– ສໍາເນົາໃບປະກາສະນິຍະບັດ ແລະ ໃບຄະແນນຈົບສູງສຸດມີຜົນການຮຽນທີ່ດີ ສໍາລັບປະລິນຍາໂທ ຕ້ອງແມ່ນຜູ້ ທີ່ຮຽນຈົບປະລິນຍາຕີ ຈາກປະເທດ ມົງໂກລີ ດ້ານສາຂາວິຊາ: ການແພດເທົ່ານັ້ນ.

II. ລັດຖະບານ ມົງໂກລີ ຮັບຜິດຊອບ: ຄ່າຮຽນ, ທີ່ພັກ, ເບ້ຍລ້ຽງ ແລະ ຄ່າປະກັນສຸຂະພາບ.

III. ວິທີສະຫມັກ

ຜູ້ສົນໃຈສະຫນັກໃຫ້ໄປພົວພັນ, ສອບຖາມຂໍ້ມູນລາຍລະອຽດ ແລະ ແບບຟອມສະຫມັກຢູ່ທີ່ກົມກິດຈະການ ນັກສຶກສາ ກະຊວງສຶກສາທິການ ແລະ ກິລາ (ເຂດສະຫນາມກິລາເຈົ້າອານຸວົງ) ແລະ ຕິດຕໍ່ສອບຖາມສູນບໍລິການນັກສຶກສາຕາມເບີໂທ 021 255 035, ພະແນກຄຸ້ມ ຄອງທຶນການສຶກສາ ແລະ ນັກສຶກສາ ເບີໂທ 021 255 033, ເປີດຮັບສະຫມັກນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປຈົນເຖິງ ວັນ ພະຫັດ, ວັນທີ 19 ມິຖຸນາ 2026 ເປັນມື້ປິດຮັບເອກະສານ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ແຈ້ງໄປຍັງນັກຮຽນ-ນັກສຶກສາ ສະຫມັກໃຫ້ທັນເວລາດ້ວຍ.

ສາມາດດາວໂຫຼດເອົາແບບຟອມໃນເວັບໄຊ ຂອງກົມ: www. moes.dsa.edu.la


Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles