ຄາລ໌ສເບີກ ເປີດໂຕແຄມເປນໃໝ່ SUMMER FOOTBALL 2026 ພ້ອມບັນຈຸພັນ Limited Edition

ເມື່ອວັນທີ່ 6 ມິຖຸນາ ທີ່ຜ່ານມາ, ຄາລ໌ສເບີກໄດ້ມີກິດຈະກຳອອກແຄມເປນໃໝ່ ຕ້ອນຮັບລະດູການບານເຕະ “SUMMER FOOTBALL 2026” ທີ່ມາພ້ອມກັບແນວຄວາມຄິດ “WE ARE ALL TOGETHER AS FAN / ບໍ່ວ່າຈະເຊຍທີມໃດ ກໍ່ຫົວໃຈດຽວກັນ” ທີ່ຫ້າງຊັບພະສິນຄ້າພາກຊັນ, ເຊິ່ງເປັນການສ້າງປະກົດການ ແລະ ປະສົບການທີ່ໜ້າປະທັບໃຈໃຫ້ແກ່ຜູ້ທີ່ມີຄວາມມັກ-ຮັກໃນກິລາບານເຕະ.

ເພື່ອເປັນການເອົາໃຈແຟນບານຕົວຈິງ, ຄາລ໌ສເບີກ ໄດ້ນຳສະເໜີບັນຈຸພັນລຸ້ນພິເສດ Limited Edition ທີ່ຮວບຮວມເອົາລວດລາຍທຸງຊາດຂອງ 8 ທີມເຕະບານທີ່ມີຊື່ສຽງລະດັບໂລກ ມາໄວ້ເທິງກະປ໋ອງຂະໜາດ 330 ມລ ແລະ ແບບແກ້ວຂະໜາດ 640 ມລ ເພື່ອໃຫ້ແຟນບານໄດ້ເກັບສະສົມ ແລະ ຮ່ວມເຊຍທີມໃນດວງໃຈໄປພ້ອມໆກັນ, ແຄມເປນນີ້ ຈະສິ້ນສຸດໃນທ້າຍເດືອນ ກໍລະກົດ 2026 ນີ້.

ຄາລ໌ສເບິກ ເປັນເບຍພຣີມ້ຽມລະດັບສາກົນ ທີ່ມີຕົ້ນກຳເນີດຈາກເອີຣົບ (ປະເທດເດັນມາກ) ເຊິ່ງເປັນຜູ້ຊ່ຽວຊານໃນການຜະລິດເບຍ ທີ່ມີຄຸນນະພາບສູງມາຫຼາຍກວ່າ 175 ປີ ແລະ ມີຄວາມຜູກພັນກັບວົງການກິລາບານເຕະຢ່າງເລິກເຊິ່ງ ແລະ ຍາວນານ. ຄາລ໌ສເບີກເປັນຜູ້ສະໜັບສະໜູນສະໂມສອນບານເຕະ ລີເວີພູ ມາຕັ້ງແຕ່ ປີ 1993 ແລະ ແລະ ໃນປັດຈຸບັນ ກໍ່ເປັນຜູ້ອຸປະຖຳຢ່າງເປັນທາງການ ໃຫ້ກັບການແຂ່ງຂັນບານເຕະຢູຟາ (UEFA NATIONAL TEAM FOOTBALL) ເຊິ່ງເປັນສິ່ງຢັ້ງຢືນເຖິງຄວາມມຸ່ງໝັ້ນ ແລະ ການເປັນສ່ວນໜຶ່ງຂອງວົງການບານເຕະ ຢ່າງແທ້ຈິງ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles