ສປປ ລາວ – IAEA ລົງນາມຂອບການຮ່ວມມືດ້ານວິຊາການ ສະບັບທີ 3 (2026-2033) ມຸ່ງເນັ້ນການນຳໃຊ້ນິວເຄຣຍໃນທາງສັນຕິ ເພື່ອການພັດທະນາແບບຍືນຍົງ

​ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການພະລັງງານປະລໍາມະນູສາກົນ (IAEA) ຮັດແໜ້ນສາຍສຳພັນທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ດ້ວຍການລົງນາມໃນເອກະສານຂອບການຮ່ວມມື (Country Programme Framework – CPF) ສະບັບໃໝ່ ເພື່ອຍົກລະດັບການນຳໃຊ້ພະລັງງານນິວເຄຣຍ ແລະ ລັງສີ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມທັນສະໄໝ ແລະ ຍືນຍົງ.

​ພິທີລົງນາມເອກະສານຂອບການຮ່ວມມືດ້ານວິຊາການ ສະບັບທີ 3 ສຳລັບສົກປີ 2026-2033 ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 13 ມີນາ 2026 ທີ່ສໍານັກງານໃຫຍ່ IAEA ນະຄອນຫຼວງວຽນ, ປະເທດໂອຕຣິດ ໂດຍການຮ່ວມລົງນາມຂອງ:

• ​ຝ່າຍລັດຖະບານ ສປປ ລາວ: ທ່ານ ຄໍາແພງ ດວງທອງລາ, ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການຈັດຕັ້ງສາກົນ ທີ່ນະຄອນຫຼວງວຽນ.

• ​ຝ່າຍອົງການ IAEA: ທ່ານ Hua Liu, ຮອງຜູ້ອໍານວຍການໃຫຍ່ ອົງການ IAEA.

​7 ຂົງເຂດຍຸດທະສາດສຳຄັນ ໃນການຮ່ວມມື (2026-2033) ເອກະສານ CPF ສະບັບທີ 3 ນີ້ ຈະເປັນເຂັມທິດເຍືອງທາງໃນການສືບຕໍ່ສະໜັບສະໜູນທາງດ້ານເຕັກນິກ-ວິຊາການ ທີ່ຕິດພັນກັບວຽກງານລັງສີ ແລະ ນິວເຄຣຍ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 (2026-2030) ໂດຍເນັ້ນໃສ່:

• ​ຄວາມປອດໄພຈາກລັງສີ: ສ້າງລະບົບຄຸ້ມຄອງ ແລະ ມາດຕະຖານຄວາມປອດໄພໃຫ້ເຂັ້ມງວດ.

• ​ການແພດ ແລະ ໂພຊະນາການ: ນຳໃຊ້ເຕັກໂນໂລຊີໃນການບົ່ງມະຕິ, ປິ່ນປົວພະຍາດ ແລະ ສົ່ງເສີມສຸຂະພາບ.

• ​ກະສິກຳ ແລະ ສະບຽງອາຫານ: ຍົກລະດັບການຜະລິດ, ການປັບປຸງພັນພືດ ແລະ ຄວາມປອດໄພຂອງອາຫານ.

• ​ການຄຸ້ມຄອງນ້ຳ ແລະ ສິ່ງແວດລ້ອມ: ນຳໃຊ້ເຕັກນິກໄອໂຊໂທບ (Isotope) ເພື່ອຕິດຕາມ ແລະ ຮັກສາຊັບພະຍາກອນທຳມະຊາດ.

• ​ອຸດສາຫະກຳ ແລະ ພະລັງງານ: ເພີ່ມປະສິດທິພາບໃນຂະບວນການຜະລິດ ແລະ ພະລັງງານທົດແທນ.

• ​ການສຶກສາ ແລະ ວິໄຈ: ພັດທະນາຊັບພະຍາກອນມະນຸດ ແລະ ສ້າງຊ່ຽວຊານສະເພາະດ້ານວິທະຍາສາດນິວເຄຣຍ.

• ​ການສ້າງຂີດຄວາມສາມາດ: ເພີ່ມທະວີຄວາມຮູ້ ແລະ ຄວາມອາດສາມາດໃຫ້ແກ່ໜ່ວຍງານທີ່ກ່ຽວຂ້ອງຂອງລາວ.

​ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຄໍາແພງ ດວງທອງລາ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ IAEA ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອລາວໃນໄລຍະຜ່ານມາ ໂດຍສະເພາະແມ່ນການສ້າງຂີດຄວາມສາມາດ ແລະ ຄວາມຮູ້ກ່ຽວກັບການນຳໃຊ້ນິວເຄຣຍໃນທາງສັນຕິ ພ້ອມທັງຫວັງວ່າ IAEA ຈະສືບຕໍ່ເປັນພັນທະມິດທີ່ສຳຄັນໃນການນຳໃຊ້ເຕັກໂນໂລຊີຂັ້ນສູງເພື່ອການພັດທະນາປະເທດ.

​ດ້ານ ທ່ານ Hua Liu ໄດ້ເນັ້ນບົດບາດຂອງ IAEA ໃນການສົ່ງເສີມການນຳໃຊ້ນິວເຄຣຍເພື່ອການພັດທະນາ ແລະ ຊົມເຊີຍ ສປປ ລາວ ທີ່ມີຄວາມເປັນເຈົ້າການໃນການສ້າງແຜນງານ CPF ນີ້ ໃຫ້ສອດຄ່ອງກັບບຸລິມະສິດ ແລະ ຄວາມຕ້ອງການຕົວຈິງຂອງຊາດ.

ທ່ານຍັງຢືນຢັນທີ່ຈະສືບຕໍ່ໃຫ້ການຮ່ວມມືຢ່າງໃກ້ຊິດ ເພື່ອໃຫ້ການຈັດຕັ້ງປະຕິບັດບັນລຸຕາມເປົ້າໝາຍທີ່ວາງໄວ້.

​ຜ່ານມາ, ສປປ ລາວ ແລະ IAEA ໄດ້ປະສົບຜົນສຳເລັດໃນການຈັດຕັ້ງປະຕິບັດ CPF ມາແລ້ວ 2 ສະບັບ (2014-2018 ແລະ 2020-2025). ການລົງນາມໃນສະບັບທີ 3 ນີ້ ຈຶ່ງເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນຂອງລາວ ໃນການກ້າວໄປສູ່ຍຸກວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ດີຂຶ້ນເລື້ອຍໆ.

ທີ່ມາ: KPL

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles