Google Maps ນຳເອົາ Gemini ເຂົ້າມາຊ່ວຍການເດີນທາງ ເພີ່ມລະບົບວາງແຜນການເດີນທາງຄົບວົງຈອນ ເລີ່ມນຳຮ່ອງໃນອາເມຣິກາ ແລະ ອິນເດຍ ກຽມທະຍອຍອັບເດດທົ່ວໂລກໃນບໍ່ເທົ່າໃດເດືອນຂ້າງໜ້າ !!!
Google Maps ບໍລິການແຜນທີ່ຂອງ Google ໄດ້ອັບເດດຄັ້ງສຳຄັນໃນຮອບກວ່າ 10 ປີ ໂດຍນຳ Gemini ປັນຍາປະດິດ (AI) ຂອງບໍລິສັດເຂົ້າມາຊ່ວຍໃນການຄົ້ນຫາ ແລະ ການນຳທາງໃຫ້ຊັດເຈນຫຼາຍຂຶ້ນ ໂດຍການປ່ຽນແປງຫຼັກແບ່ງອອກເປັນ 2 ສ່ວນ ຄື ຟີເຈີ Ask Maps ແລະ ລະບົບນຳທາງແບບ Immersive Navigation
ຟີເຈີ Ask Maps ຖືກອອກແບບໃຫ້ເປັນເຄື່ອງມືສົນທະນາ ທີ່ຜູ້ໃຊ້ງານສາມາດສອບຖາມຂໍ້ມູນແບບເຈາະເລິກ ແລະ ມີຄວາມສະເພາະເຈາະຈົງໄດ້ຫຼາຍກວ່າການຄົ້ນຫາດ້ວຍຄຳສຳຄັນທົ່ວໄປ ເຊັ່ນ ການສອບຖາມຈຸດສາກໂທລະສັບທີ່ບໍ່ມີຄິວລໍຖ້າ ຫຼື ການຄົ້ນຫາສະໜາມເທນນິສສາທາລະນະທີ່ມີໄຟສ່ອງສະຫວ່າງໃນຕອນກາງຄືນ ລະບົບຂອງ Google Maps ຈະປະມວນຜົນຈາກຖານຂໍ້ມູນກວ່າ 300 ລ້ານສະຖານທີ່ທົ່ວໂລກ ເພື່ອນຳສະເໜີຜົນລັບທີ່ກົງກັບຄວາມຕ້ອງການສະເພາະບຸກຄົນ ໂດຍອ້າງອີງຈາກປະຫວັດການຄົ້ນຫາ ແລະ ສະຖານທີ່ທີ່ຜູ້ໃຊ້ເຄີຍບັນທຶກໄວ້ໃນແອັບພິລເຄຊັນ
ແນວໃດກໍຕາມ Google ຢືນຢັນວ່າ ຂໍ້ມູນເຫຼົ່ານີ້ຈະຖືກນຳໃຊ້ຢູ່ສະເພາະພາຍໃນ Google Maps ເທົ່ານັ້ນ ແລະ ບໍ່ຖືກເຊື່ອມໂຍງກັບແອັບພິລເຄຊັນອື່ນ ເພື່ອຮັກສາຄວາມເປັນສ່ວນຕົວຂອງຜູ້ໃຊ້ງານ
ສ່ວນລະບົບການນຳທາງ Immersive Navigation ຖືເປັນການປັບປຸງຮູບແບບການສະແດງຜົນໃຫ້ເປັນມຸມມອງແບບ 3 ມິຕິ (3D) ເພື່ອໃຫ້ເຫັນສະພາບແວດລ້ອມຊັດເຈນຍິ່ງຂຶ້ນ ໂດຍຈະມີການສະແດງອາຄານ ແລະ ທາງຍົກລະດັບແບບໂປ່ງແສງ ຄວບຄູ່ໄປກັບລາຍລະອຽດຂອງໄຟສັນຍານຈະລາຈອນ ແລະ ທາງມ້າລາຍ
ທີ່ມາຈາກ: Google Blog

