ອີງຕາມຂ່າວຕ່າງປະເທດ:
ອົງການມະນຸດສະທຳຂອງສະຫະປະຊາຊາດ (UN) ໄດ້ເຕືອນໃນວັນທີ 17 ມີນາ ທີ່ຜ່ານມານີ້ວ່າ: ຈຳນວນປະຊາກອນທົ່ວໂລກທີ່ປະເຊີນກັບຄວາມອຶດຫິວຢ່າງຮຸນແຮງ ອາດຈະເພີ່ມຂຶ້ນອີກຫຼາຍສິບລ້ານຄົນ ທ່າມກາງຄວາມພະຍາຍາມຮຽກຮ້ອງໃຫ້ມີການແກ້ໄຂທາງການທູດຕໍ່ສະຖານະການໃນຕາເວັນອອກກາງ.
ໂຄງການອາຫານໂລກ (WFP) ຄາດຄະເນວ່າ:
ຈໍານວນປະຊາກອນທີ່ຂາດແຄນອາຫານຢ່າງຮຸນແຮງອາດບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນໃນປີ 2026.
ຖ້າຂໍ້ຂັດແຍ່ງໃນຕາເວັນອອກກາງຍັງຄົງສືບຕໍ່ ແລະ ສົ່ງຜົນກະທົບຕໍ່ສະຖຽນລະພາບທາງເສດຖະກິດທົ່ວໂລກ.
ທ່ານ ຟາຮານ ຮັກ ຮອງໂຄສົກເລຂາທິການໃຫຍ່ UN ກ່າວວ່າ:
“ຈະມີປະຊາກອນເກືອບ 45 ລ້ານຄົນ
ທີ່ອາດຈະຕົກຢູ່ໃນສະພາບບໍ່ໝັ້ນຄົງທາງດ້ານອາຫານຂັ້ນຮຸນແຮງ ຖ້າຫາກຂໍ້ຂັດແຍ່ງບໍ່ສິ້ນສຸດລົງພາຍໃນກາງປີນີ້ ແລະ ລາຄານ້ຳມັນ ຍັງຄົງສູງກວ່າ 100 ໂດລາຕໍ່ບາເຣວ.”
ຜົນກະທົບດ້ານການຂົນສົ່ງ:
ການປິດລ້ອມຊ່ອງແຄບຮໍມຸສ ຈະບໍ່ພຽງແຕ່ສົ່ງຜົນກະທົບຕໍ່ການຂົນສົ່ງນ້ຳມັນເທົ່ານັ້ນ, ແຕ່ຍັງລວມເຖິງ ປຸ໋ຍ
ຊຶ່ງເປັນປັດໄຈສຳຄັນຂອງການຜະລິດອາຫານນຳອີກ.
ການຊ່ວຍເຫຼືອຈາກ OCHA ແລະ ຄູ່ຮ່ວມງານ:
UN ຍັງສືບຕໍ່ເພີ່ມການຊ່ວຍເຫຼືອດ້ານມະນຸດສະທຳຢ່າງເລັ່ງດ່ວນ:
ອາຫານ ແລະ ນ້ຳສະອາດ
ທີ່ພັກອາໄສຊົ່ວຄາວ
ການບໍລິການທາງການແພດ ສໍາລັບຄອບຄົວທີ່ອົບພະຍົບ.
ໃນປະເທດລີບັງ:
ອົງການ WFP, UNHCR ແລະ UNICEF ໄດ້ຮ່ວມມືກັນ:
ແຈກຢາຍອາຫານປຸງແຕ່ງແລ້ວຫຼາຍກວ່າ 1.1 ລ້ານຊຸດ.
ເຄື່ອງນອນ ແລະ ເຄື່ອງໃຊ້ທີ່ຈຳເປັນຫຼາຍສິບພັນຊຸດ.
ຈັດສົ່ງນ້ຳສະອາດຫຼາຍຮ້ອຍພັນລິດ.
ຕົວເລກຜູ້ອົບພະຍົບ:
ປັດຈຸບັນມີຜູ້ລົງທະບຽນອົບພະຍົບແລ້ວຫຼາຍກວ່າ 1 ລ້ານຄົນ , ໃນນັ້ນເກືອບ 300,000 ຄົນ ເປັນເດັກນ້ອຍ .
ສະຖານະການໃນອີຣ່ານ:
ຜົນກະທົບດ້ານສາທາລະນະສຸກໜ້າເປັນຫ່ວງຫຼາຍ:
ມີພະນັກງານການແພດເສຍຊີວິດ 17 ຄົນ, ບາດເຈັບ 100 ຄົນ.
ສະຖານທີ່ປິ່ນປົວ 240 ແຫ່ງ ແລະ ເຮືອນຫຼາຍສິບພັນຫຼັງໄດ້ຮັບຄວາມເສຍຫາຍ.
ທີ່ມາ: ໜັງສືພິມປະຊາຊົນ

