ຂ່າວດີ ! ຂໍເຊີນຊາວໜຸ່ມລາວທົ່ວປະເທດ ສົ່ງຜົນງານ ເຂົ້າຮ່ວມແຂ່ງຂັນການຜະລິດຄອນເທັນ ຊິງທຶນການສຶກສາ ລວມ 7 ລ້ານກີບ ! ພາຍໃຕ້ຫົວຂໍ້: ອິດທິພົນຂອງສື່ສະໄໝໃໝ່ ຕໍ່ວຽກງານ ການພັດທະນາ ຊາວໜຸ່ມ”

ຂ່າວດີ ! ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຂໍເຊີນ ໄວໜຸ່ມ ຊາວໜຸ່ມລາວ ໃນຂອບເຂດທົ່ວປະເທດ ສົ່ງຜົນງານ ເຂົ້າຮ່ວມແຂ່ງຂັນການຜະລິດຄອນເທັນ ເພື່ອຮ່ວມສະເຫຼີມສະຫຼອງ ກອງປະຊຸມ ວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຊິງທຶນການສຶກສາ ລວມ 7 ລ້ານກີບ ! ພາຍໃຕ້ຫົວຂໍ້: ອິດທິພົນຂອງສື່ສະໄໝໃໝ່ ຕໍ່ວຽກງານ ການພັດທະນາ ຊາວໜຸ່ມ”.

1. ເຫດຜົນໃນການຈັດ

ໃນຍຸກດິຈິຕອນທີ່ເຕັກໂນໂລຊີ ແລະ ສື່ສັງຄົມອອນລາຍເຂົ້າມາມີບົດບາດສຳຄັນໃນການດຳລົງຊີວິດ, ໄວໜຸ່ມເຍົາວະຊົນລາວ ໄດ້ກາຍເປັນກຳລັງແຮງຫຼັກໃນການຂັບເຄື່ອນການສື່ສານ ແລະ ການສ້າງສັນຜົນງານໃໝ່ໆ. ເພື່ອເປັນການສ້າງຂະບວນການຟົດຟື້ນ ແລະ ມີຄວາມໝາຍ ໃນໂອກາດ ສະເຫຼີມສະຫຼອງ ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I, ການຈັດກິດຈະກຳປະກວດການຜະລິດຄອນເທັນ ຈຶ່ງເປັນເວທີອັນສຳຄັນ ທີ່ບໍ່ພຽງແຕ່ເປີດໂອກາດໃຫ້ຊາວໜຸ່ມໄດ້ສະແດງຄວາມສາມາດ ທາງດ້ານການຜະລິດຄອນເທັນເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມໃຫ້ຊາວໜຸ່ມໄວໜຸ່ມ ໄດ້ຮູ້ຈັກໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຜະລິດສື່ ຢ່າງສ້າງສັນ ແລະ ມີຈັນຍາບັນ.

2. ວັດຖຸປະສົງຂອງໂຄງການ

• ເພື່ອສ້າງຂະບວນການ ແລະ ປູກຈິດສຳນຶກໃຫ້ສັງຄົມ ໂດຍສະເພາະໄວໜຸ່ມ ໄດ້ຮັບຮູ້ ແລະ ເຫັນຄວາມສຳຄັນຂອງ ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1.

• ເພື່ອເປີດເວທີ ໃຫ້ຊາວໜຸ່ມທົ່ວປະເທດ ໄດ້ສະແດງຄວາມສາມາດ, ຄວາມຄິດສ້າງສັນ ໃນການຜະລິດສື່ (ຂ່າວ, ວິດີໂອ, ໂພສເຕີ້) ທີ່ແທດເໝາະກັບຍຸກສະໄໝ.

• ເພື່ອສົ່ງເສີມການນຳໃຊ້ເຄື່ອງມືອິເລັກໂຕຣນິກ ແລະ ເຕັກໂນໂລຊີປັນຍາປະດິດ (AI) ເຂົ້າໃນການເພີ່ມປະສິດທິພາບການຜະລິດຄອນເທັນຢ່າງຖືກຕ້ອງ ແລະ ເໝາະສົມ.

3. ຮູບແບບການແຂ່ງຂັນ

ເປີດກວ້າງໃຫ້ໄວໜຸ່ມ ແລະ ຊາວໜຸ່ມ ໃນຂອບເຂດທົ່ວປະເທດ ສາມາດສົ່ງຜົນງານເຂົ້າຮ່ວມແຂ່ງຂັນ ພາຍໃຕ້ຫົວຂໍ້: “ອິດທິພົນຂອງສື່ສະໄໝໃໝ່ ຕໍ່ວຽກງານການພັດທະນາ ຊາວໜຸ່ມ” ໂດຍເລືອກໜຶ່ງໃນຮູບແບບ ການຜະລິດຄອນເທັນ ດັ່ງຕໍ່ໄປນີ້:

• ເນື້ອຫາ ປະກອບຮູບພາບຈິງ: ຄວາມຍາວບໍ່ເກີນ 5 ວັກ, ເນັ້ນການເລົ່າເລື່ອງທີ່ໜ້າສົນໃຈ ແລະ ພາສາລາວທີ່ຖືກຕ້ອງ.

• ວິດີໂອສັ້ນ: ຄວາມຍາວບໍ່ຕໍ່າກວ່າ 1 ນາທີ, ພາບ ແລະ ສຽງຄົມແຈ້ງ, ມີເນື້ອຫາສ້າງສັນ ຖືກຕ້ອງຕາມຫຼັກພາສາລາວ

• ໂພສເຕີ້ ພ້ອມແຄັບຊັນ: ອອກແບບສວຍງາມ, ສື່ຄວາມໝາຍໄດ້ຊັດເຈນ ພ້ອມແຄັບຊັນອະທິບາຍ.

ການນຳໃຊ້ເຕັກໂນໂລຊີ:

. ອະນຸຍາດ ແລະ ຊຸກຍູ້ໃຫ້ຜູ້ເຂົ້າແຂ່ງຂັນ ສາມາດສ້າງຜົນງານໂດຍນຳໃຊ້ເຄື່ອງມືອິເລັກໂຕຣນິກ ທຸກຮູບແບບ ລວມເຖິງ ສາມາດນຳໃຊ້ ປັນຍາປະດິດ (AI) ເຂົ້າຊ່ວຍໃນຂັ້ນຕອນ ການຜະລິດໄດ້ (ເຊັ່ນ: ການຊ່ວຍຮຽບຮຽງບົດ, ການປັບແຕ່ງສຽງ-ພາບ, ຫຼື ການສ້າງອົງປະກອບກຣາຟິກ) ເພື່ອຍົກລະດັບຄຸນນະພາບຂອງຜົນງານ.

• ຜົນງານຕ້ອງບໍ່ລອກຮຽນແບບໃຜ, ບໍ່ຜິດຕໍ່ລະບຽບກົດໝາຍ ບ້ານເມືອງ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.

ວິທີການເຂົ້າຮ່ວມ:

ພາຍຫຼັງ ຜະລິດຜົນງານ ຮຽບຮ້ອຍແລ້ວ ຜູ້ເຂົ້າແຂ່ງຂັນ ຕ້ອງໂພສຜົນງານຂອງຕົນເອງ ລົງໃນສື່ສັງຄົມອອນລາຍ ເຊັ່ນ: Facebook, Instagram, TT, ແລະ ອື່ນໆ) ໂດຍຕັ້ງຄ່າເປັນສາທາລະນະ (Public) ແລະ ພິມແຮັດແທັກ #ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດຄັ້ງທີI

• ສາມາດສົ່ງຜົນງານເຂົ້າຮ່ວມການແຂ່ງຂັນອອນລາຍ ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ ຜ່ານລິ້ງການລົງທະບຽນ ຕໍ່ໄປນີ້:

https://forms.gle/gqcpEiixgVwD6aFs8

ກຳນົດເວລາ

• ມື້ເປີດຮັບສະໝັກ ແລະ ເລີ່ມໂຄງການ: 15 ມິຖຸນາ 2026

• ມື້ປິດຮັບສະໝັກ: 30 ມິຖຸນາ 2026

• ມື້ປະກາດຜົນຜູ້ຊະນະເລີດ: 03 ກໍລະກົດ 2026 (ຜ່ານຊ່ອງທາງເຟສບຸກເພຈ: Lao Youth Radio FM 90.0 Mhz)

ທຶນການສຶກສາ:

– ຊະນະເລີດ: ທຶນການສຶກສາສະໜັບສະໜູນການຊື້ອຸປະກອນອິເລັກໂຕຣນິກໃນການຜະລິດສື່ ພ້ອມໃບຍ້ອງຍໍ ຈາກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ລວມ 4,000,000 ກີບ.

– ຮອງຊະນະເລີດ ອັນດັບ1: ທຶນການສຶກສາ ພ້ອມໃບຢັ້ງຢືນ

ລວມ 2,000,000 ກີບ.

– ຮອງຊະນະເລີດ ອັນດັບ 2: ທຶນການສຶກສາ ພ້ອມໃບຢັ້ງຢືນ

1,000,000 ກີບ.

ສອບຖາມຂໍ້ມູນເພີ່ມຕື່ມ: ວອດແອັບ 020-55400099

ໃນໂມງລັດຖະການ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles