“ນ້ອງເຄວ້າ” ນັກເທັນນິດລາວ ສ້າງຊື່ສຽງຂ້າມແມ່ນ້ຳຂອງ ຄວ້າແຊ້ມທີ່ຂອນແກ່ນ ປະເທດໄທ

ນັກກິລາເທັນນິດອະນຸຊົນລາວ ທ້າວ ຄຳປະສົງ ຈັນທະວົງ ຫຼື “ນ້ອງເຄວ້າ” ຈາກສະໂມສອນ ພູຜາ ເທັນນິດ ເຂດບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ສ້າງຜົນງານໂດດເດັ່ນ ດ້ວຍການຄວ້າແຊ້ມເທັນນິດໃນລາຍການ ຂອນແກ່ນ ສີຊາພັນ ຈູເນຍ 2026 ທີ່ແຂວງຂອນແກ່ນ ປະເທດໄທ.

ໃນຮອບຊີງຊະນະເລີດ “ນ້ອງເຄວ້າ” ສາມາດເອົາຊະນະ ນະພັດ ທັບກະ ນັກກິລາເຈົ້າຖິ່ນຈາກປະເທດໄທ ໄປໄດ້ແບບຂາດລອຍ 2-0 ເກມ ດ້ວຍຄະແນນ 4-0 ແລະ 4-1 ຄວ້າຖ້ວຍແຊ້ມມາຄອງໄດ້ຢ່າງສະຫງ່າງາມ.

ລາຍການແຂ່ງຂັນນີ້ ຈັດຂຶ້ນໂດຍ ພາລາດອນ ສີຊາພັນ ອະດີດນັກເທັນນິດອາຊີບ ແລະ ນັກກິລາທີມຊາດໄທ ເພື່ອສົ່ງເສີມນັກກິລາເຍົາວະຊົນໃນອາຊຽນ ໃຫ້ກ້າວສູ່ເສັ້ນທາງນັກກິລາອາຊີບໃນອະນາຄົດ.

ການແຂ່ງຂັນຈັດຂຶ້ນໃນວັນທີ 13-14 ມິຖຸນາ 2026 ໂດຍໃນຮຸ່ນທີ່ນ້ອງເຄວ້າລົງແຂ່ງຂັນ ມີນັກກິລາຈາກ ລາວ ແລະ ໄທ ເຂົ້າຮ່ວມເກືອບ 30 ຄົນ. ຂະນະທີ່ ສະໂມສອນພູຜາ ເທັນນິດ ກໍໄດ້ສົ່ງນັກກິລາເຂົ້າຮ່ວມຫຼາຍຄົນ ແລະ ສາມາດສ້າງຜົນງານໄດ້ຢ່າງໜ້າປະທັບໃຈ.

ໄຊຊະນະຄັ້ງນີ້ ຖືເປັນອີກໜຶ່ງຄວາມພາກພູມໃຈຂອງວົງການເທັນນິດລາວ ແລະ ສະທ້ອນໃຫ້ເຫັນເຖິງສັກກະຍະພາບຂອງນັກກິລາລາວຮຸ່ນໃໝ່ ທີ່ກຳລັງກ້າວຂຶ້ນສູ່ເວທີສາກົນ.

ທີ່ມາ: Lao Sports Media

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles