ໂອກາດດີ! ໂຮງໝໍມະໂຫສົດ ເປີດຮັບລົງທະບຽນຜ່າຕັດ ສົບບ່ຽງ-ເພດານໂຫວ່ ຟຣີ ໂດຍບໍ່ເສຍຄ່າປິ່ນປົວ

ໂຮງໝໍມະໂຫສົດ ຮ່ວມມືກັບ ມູນນິທິພັດທະນາແມ່ຍິງຈີນ ແລະ ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ຂໍເຊີນຊວນພໍ່ແມ່ປະຊາຊົນ, ຜູ້ທີ່ມີບັນຫາ ຫຼື ມີຍາດພີ່ນ້ອງທີ່ມີຂໍ້ບົກຜ່ອງທາງຮ່າງກາຍ ເຂົ້າຮ່ວມກິດຈະກຳການກຸສົນ ພາຍໃຕ້ໂຄງການ “ຮອຍຍິ້ມຂອງແມ່ – ຄວາມຮັກ ໃນລາວ” ເພື່ອຮັບການຜ່າຕັດສ້າງຮອຍຍິ້ມໃໝ່ ໂດຍທີມງານແພດໝໍຊ່ຽວຊານສະເພາະທາງ.

​ ໂຄງການນີ້ເໝາະສຳລັບ:

• ​ຜູ້ທີ່ມີອາການສົບແຫວ່ງ (ສົບບ່ຽງ)

• ​ຜູ້ທີ່ມີອາການເພດານໂຫວ່

​ ລາຍລະອຽດການບໍລິການ:

• ​ສະຖານທີ່: ພະແນກຜ່າຕັດ ປົວແປງ-ຕົບແຕ່ງ, ໂຮງໝໍມະໂຫສົດ

• ​ກຳນົດເວລາຜ່າຕັດ: ວັນທີ 25 – 30 ພະຈິກ 2026

• ​ຄ່າໃຊ້ຈ່າຍ:ຟຣີ! ໂດຍບໍ່ເສຍຄ່າປິ່ນປົວໃດໆທັງສິ້ນ

​ ເງື່ອນໄຂ ແລະ ກຳນົດການລົງທະບຽນ:

​ທ່ານໃດທີ່ມີຄວາມສົນໃຈ ຫຼື ມີຈຸດປະສົງ ທີ່ຕ້ອງການຮັບການຜ່າຕັດ ຕ້ອງໄດ້ຕິດຕໍ່ລົງທະບຽນລ່ວງໜ້າ ເພື່ອໃຫ້ເຈົ້າໜ້າທີ່ກວດກາ ແລະ ກະກຽມຄວາມພ້ອມ:

• ​ ໄລຍະເວລາເປີດຮັບລົງທະບຽນ: ເລີ່ມຕັ້ງແຕ່ມື້ນີ້ ເຖິງ ວັນທີ 20 ພະຈິກ 2026 ເທົ່ານັ້ນ.

​ ຊ່ອງທາງການຕິດຕໍ່ລົງທະບຽນ ແລະ ສອບຖາມຂໍ້ມູນເພີ່ມເຕີມ

​ທ່ານສາມາດຕິດຕໍ່ພົວພັນກັບເຈົ້າໜ້າທີ່ໂດຍກົງຕາມເບີໂທລະສັບລຸ່ມນີ້:

1. ​ ນ. ວຽງ ໄຊຍະສິນ | ໂທ: 020 2224 9023

2. ​ ນ. ໂຄຕາມິ ສອນສຸວັນ | ໂທ: 020 7731 0443

3. ​ ນ. ແສງເດືອນ | ໂທ: 020 5523 4976

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles