ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງພະນັກງານ-ນັກສຶກສາຊາບວ່າ: ASEAN Centre ຢູ່ທີ່ MGIMO ປະເທດຣັດເຊຍ, ສະເໜີໃຫ້ທຶນການສຶກສາແກ່ນັກສຶກສາຢູ່ບັນດາປະເທດອາຊຽນ ທີ່ມີຄວາມ ສົນໃຈຢາກໄປສຶກສາຕໍ່ ທີ່ MGIMO University ປະເທດຣັດເຊຍ ໃນລະດັບ ປະລິນຍາໂທ ສາຂາວິຊາ Political Economy, ຫຼັກສູດຮຽນເປັນ ພາສາອັງກິດ, ພາຍໃຕ້ທຶນຂອງ ການຮ່ວມມືຍຸດທະສາດ ASEAN-Russia. ຂັ້ນຕອນ ສະໝັກ ແລະ ເງື່ອນໄຂລະອຽດສະເໜີໃຫ້ຜູ້ສົນໃຈ ເຂົ້າເບິ່ງທີ່ເວັບໄຊ ກ້ອງຄອມເມັນ.
ສະໝັກຜ່ານອອນລາຍຈົນເຖິງ ວັນສຸກ, ວັນທີ 31 ກໍລະກົດ 2026 ເປັນມື້ປິດຮັບສະ ໝັກ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ດໍາເນີນການສະໝັກໃຫ້ທັນເວລາດ້ວຍ.





