ວັນທີ 5 ກັນຍາ 2026 ທ່ານ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ພ້ອມຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ພົນໂທ ວໍລະເທບ ບຸນຍະ ຜູ້ບັນຊາການແມ່ທັບພາກທີ 3 ກອງທັບຣາຊະອານາຈັກໄທ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 5–7 ກັນຍາ 2026.
ໃນການພົບປະ, ທ່ານ ພົນຕີ ວັນທອງ ບຸດຕະວົງ ກ່າວວ່າ ການພົບປະຄັ້ງນີ້ມີຄວາມໝາຍສຳຄັນ ຕໍ່ການສືບຕໍ່ເສີມຂະຫຍາຍມູນເຊື້ອການຮ່ວມມືອັນດີ ພ້ອມທັງທົບທວນຄືນໝາກຜົນການຮ່ວມມືໃນໄລຍະຜ່ານມາ.
ໂດຍສະເພາະ ສອງຝ່າຍເນັ້ນການຮ່ວມມືຕ້ານ ແລະ ສະກັດກັ້ນບັນຫາຕາມແນວຊາຍແດນ ແລະ ເຂດແມ່ນ້ຳຂອງ ລວມເຖິງ:
ການລັກລອບເຂົ້າ–ອອກເມືອງຜິດກົດໝາຍ
ອາຊະຍາກຳຂ້າມຊາດ
ການປາບປາມແກ້ງ Call Center
ບັນຫາຢາເສບຕິດ
ການຄ້າມະນຸດ
ການຄ້າອາວຸດ
ການຄ້າຂາຍເຖື່ອນ
ການແກ້ໄຂບັນຫາໝອກຄວັນຂ້າມຊາຍແດນ ແລະ ຝຸ່ນ PM2.5
ທັງສອງຝ່າຍເຫັນດີຈະສືບຕໍ່ປະສານງານ ແລະ ຮ່ວມກັນຜ່ານຜ່າສິ່ງທ້າທາຍຕ່າງໆ ເພື່ອຮັບປະກັນ ຄວາມສະຫງົບ–ຄວາມໝັ້ນຄົງ ໃຫ້ແກ່ປະຊາຊົນຂອງສອງປະເທດ ພ້ອມທັງປະກອບສ່ວນຊຸກຍູ້ການພັດທະນາ ເສດຖະກິດ–ສັງຄົມ ໃຫ້ມີຜົນສຳເລັດເປັນຮູບປະທຳຍິ່ງຂຶ້ນ.
ຂະນະດຽວກັນ, ທ່ານ ພົນໂທ ວໍລະເທບ ບຸນຍະ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍລາວ ສຳລັບການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ໂດຍເຫັນວ່າ ການພົບປະຄັ້ງນີ້ຈະຊ່ວຍຮັດແໜ້ນສາຍສຳພັນລະຫວ່າງ ສອງກອງທັບ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ພ້ອມນີ້ ທັງສອງຝ່າຍເນັ້ນການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມແນວຊາຍແດນ ໄທ–ລາວ ແລະ ລາວ–ໄທ ໃຫ້ມີຄວາມສະຫງົບໝັ້ນຄົງໂດຍພື້ນຖານ.
ໃນໄລຍະຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ຄະນະຜູ້ແທນກອງທັບໄທ ຍັງໄດ້ທ່ຽວຊົມສະຖານທີ່ທ່ອງທ່ຽວ ແລະ ແຫຼ່ງວັດທະນະທຳຕ່າງໆ ຢູ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ.
ທີ່ມາ: Lao people’s Army News


