ເພື່ອຮັບປະກັນເຮັດໃຫ້ການຫຼິ້ນບຸນປະເພນີຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2569 ຄສ 2026 ທີ່ນະຄອນ ຫຼວງພະບາງ ໄດ້ຮັບການອານຸລັກຮັກສາ ແລະ ສືບທອດມູນເຊື້ອທາງດ້ານວັດທະນະທຳ-ຮີດຄອງອັນດີງາມໃຫ້ຍືນຍົງ, ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບປອດໄພ ແລະ ມີບັນຍາກາດ ເບີກບານມ່ວນຊື່ນ.
ເພື່ອຮັບປະກັນເຮັດໃຫ້ການຫຼິ້ນບຸນປະເພນີຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2569 ຄສ 2026 ທີ່ນະຄອນ ຫຼວງພະບາງ ໄດ້ຮັບການອານຸລັກຮັກສາ ແລະ ສືບທອດມູນເຊື້ອທາງດ້ານວັດທະນະທຳ-ຮີດຄອງອັນດີງາມໃຫ້ຍືນຍົງ, ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບປອດໄພ ແລະ ມີບັນຍາກາດ ເບີກບານມ່ວນຊື່ນ.
ສິ່ງທີ່ຕ້ອງຫ້າມ:
1. ຫ້າມເດັດຂາດບໍ່ໃຫ້ພໍ່ຄ້າ-ແມ່ຄ້າ ແລະ ຜູ້ປະກອບການຕ່າງໆ ນໍາເອົາເຄື່ອງສິນຄ້າ ທີ່ໝົດອາຍຸການນໍາໃຊ້ມາວາງຂາຍຢູ່ຕະຫຼາດນັດ, ຖ້າຫາກກວດກາພົບເຫັນແມ່ນຈະຖືກປັບໃໝ ຕາມລະບຽບກົດໝາຍຢ່າງເຂັ້ມງວດ;
2. ຫ້າມຜູ້ປະກອບການ ສວຍໂອກາດຂຶ້ນລາຄາສິນຄ້າປະເພດຕ່າງໆ ເປັນຕົ້ນ: ເຄື່ອງອຸປະໂພກ, ບໍລິໂພກ, ລວມທັງລາຄາເຮືອນພັກ, ໂຮງແຮມ ແລະ ຮ້ານອາຫານຕ່າງໆ ໂດຍບໍ່ໄດ້ຮັບອານຸຍາດ ຢ່າງເດັດຂາດ;
3. ຫ້າມບໍ່ໃຫ້ຂັບລົດເວລາມືນເມົາ ແລະ ຈອດລົດຊະຊາຍ ໂດຍສະເພາະເສັ້ນທາງກາງເມືອງ, ທາງເຂົ້າສະຖານທີ່ຈັດງານບຸນ, ທຸກທ່ານທີ່ນໍາພາຫະນະມາທ່ຽວງານບຸນ ຕ້ອງຈອດຢູ່ແຕ່ລະຈຸດທີ່ໄດ້ກຳນົດໄວ້ ຢ່າງເປັນລະບຽບ ແລະ ປະຕິບັດຕາມກົດຈະລະຈອນຢ່າງເຂັ້ມງວດ;
4. ຫ້າມມົ້ວສຸມຫຼິ້ນການພະນັນທຸກຮູບແບບ-ການແຂ່ງຂັນເຮືອຊ່ວງ, ເສບຢາເສບຕິດ, ອາລະວາດຕີກັນ, ຊິງຊັບ-ປຸ້ນຊັບ, ສໍ້ໂກງຊັບ, ການຄ້າປະເວນີ ແລະ ການກະທໍາອື່ນໆ ທີ່ຜິດຕໍ່ລະບຽບກົດໝາຍ;
5. ຫ້າມນໍາເຂົ້າ, ຄຸ້ມຄອງ, ຈໍາໜ່າຍ ແລະ ນໍາໃຊ້ອຸປະກອນຕ່າງໆ ທີ່ເປັນທາດແຕກ ໃນງານບຸນ ເປັນຕົ້ນ: ວັດຖຸທີ່ນໍາມາຜະລິດເປັນທາດລະເບີດ ເຊັ່ນ: ຂີ້ເຈຍ-ມາດ-ດອກແກັບ-ສາຍສະນວນ-ໝາກກະໂພກ-ບັ້ງໄຟດອກ-ລູກປືນ-ລູກຫວ່ານ-ເລົ່າປືນ-ດິນລະເບີດ ຢ່າງເດັດຂາດ;
6. ຫ້າມຖິ້ມຂີ້ເຫຍື້ອລົງໃສ່ນໍ້າຄານ, ນໍ້າຂອງ ແລະ ສະຖານທີ່ສາທາລະນະອື່ນໆ ຢ່າງເດັດຂາດ.
ມາດຕະການຕໍ່ຜູ້ລະເມີດ:
1. ສໍາລັບບຸກຄົນ, ນິຕິບຸກຄົນ ມາຫຼິ້ນໃນງານບຸນ ຖ້າຫາກມີການຜິດຖຽງກັນ, ອາລະວາດຕີກັນ ແມ່ນຈະຖຶກສຶກສາອົບຮົມກ່າວເຕືອນ, ຮ້າຍແຮງກວ່ານັ້ນ ຈະຖືກປະຕິບັດວິໄນສົ່ງໃຫ້ເຈົ້າໜ້າທີ່ກັກຕົວຈົນກ່ວາສໍາເລັດງານບຸນ ຈຶ່ງຄົ້ນຄ້ວາ ພິຈາລະນາ;
2. ຖ້າຫາກມີການຫຼິ້ນການພະນັນປະເພດຕ່າງໆ ຈະຖືກສຶກສາອົບຮົມກ່າວເຕືອນ ແລະ ສັ່ງຢຸດການເຄື່ອນໄຫວ ພ້ອມທັງຢຶດເອົາອຸປະກອນເຄື່ອງຫຼິ້ນທັງໝົດ;
3. ການຫຼິ້ນບຸນ ສະເພາະຕອນຄໍ່າ ກໍານົດຮອດ 23:30 ໂມງ; ຖ້າຍັງມີສຽງເນື່ອງນັ້ນເປີດກາຍໂມງ-ກາຍເວລາ ຈະຖືກສຶກສາອົບຮົມກ່າວເຕືອນ, ກໍລະນີຫາກຍັງຝ່າຝືນ ຈະຖືກປະຕິບັດຕາມລະບຽບກົດໝາຍ ຢ່າງເຂັ້ມງວດ;
4. ຖ້າບຸກຄົນໃດມີການລະເມີດຕໍ່ກັບການນໍາໃຊ້ພາຫະນະ-ນໍາໃຊ້ຖະໜົນ ຄັ້ງທີ 1 ແມ່ນຈະຖືກສຶກສາອົບຮົມ-ກ່າວເຕືອນ, ຄັ້ງທີ 2 ຈະຖືກປັບໃໝຕາມແຕ່ລະກໍລະນີການກະທໍາຜິດຢ່າງເຂັ້ມງວດ;
5. ບຸກຄົນ, ນິຕິບຸກຄົນ ຫາກມີການລະເມີດຂຶ້ນລາຄາສິນຄ້າປະເພດຕ່າງໆ ແລະ ລາຄາທີ່ພັກອາໄສ ໃນໄລຍະການຈັດງານບຸນ ແມ່ນຈະຖືກສຶກສາອົບອົບຮົມ, ປັບໃໝຕາມກໍລະນີໜັກ ຫຼື ເບົາ ຂອງກົດໝາຍຢ່າງເຂັ້ມງວດ;
6. ທຸກສະຖານະການ ທີ່ກໍ່ຄວາມບໍ່ສະຫງົບ ຢູ່ໃນຊ່ວງໃນໄລຍະການຈັດງານບຸນ ທີ່ເຫັນວ່າ ມີການລະເມີດຕໍ່ແຈ້ງການສະບັບນີ້ແມ່ນສົ່ງໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງ ພາຍຫຼັງສໍາເລັດການຫຼິ້ນບຸນ ຈຶ່ງໄດ້ຮັບການຄົ້ນຄ້ວາພິຈາລະນາຕາມລະບຽບການ ແລະ ຖ້າບຸກຄົນໃດລະເມີດຈະປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ ແລະ ເດັດຂາດ.
ລາຍລະອຽດອ່ານຕາມແຈ້ງການກ້ອງຄອມເມັ້ນຕື່ມ





