ໂຮງໝໍມິດຕະພາບ ອອກໜັງສືແຈ້ງການ ບໍ່ສະແດງບັດປະກັນສັງຄົມ ແລະ ບັດປະຈຳຕົວ ຕ້ອງຈ່າຍເງິນເອງ – ເຄມເງິນຄືນບໍ່ໄດ້

ຄະນະອໍານວຍການໂຮງໝໍມິດຕະພາບ (150​ ຕຽງ) ໄດ້ອອກໜັງສືແຈ້ງການ​ ສະບັບເລກທີ 1176/ຮໝ,ມຕພ,​ລົງວັນທີ​ 7​ ສິງຫາ​ 2026, ເລື່ອງ: ການຈັດຕັ້ງປະຕິບັດສັນຍາການບໍລິການປິ່ນປົວສຸຂະພາບຕາມລະບົບປະກັນສັງຄົມ,​ ຄົນເຈັບທີ່ໃຊ້ບັດປະກັນສັງຄົມ ແລະ ຄົນເຈັບບໍລິສັດຕ່າງໆ ທີ່ມາເຊັນສັນຍາຮ່ວມກັບໂຮງໝໍມິດຕະພາບ ຊາບວ່າ:

1​. ໃນການມາໃຊ້ບໍລິການປິ່ນປົວສຸຂະພາບທຸກຄັ້ງຕ້ອງແຈ້ງບັດປະກັນສັງຄົມ, ຫຼື ບັດບໍລິສັດ ພ້ອມດ້ວຍບັດປະຈຳຕົວ ຫຼື ສໍາມະໂນຄົວ ຫຼື ເອກະສານອື່ນຂອງຜູ້ເກິດສິດທີ່ມາໃຊ້ບໍລິການ ເພື່ອຢັ້ງຢືນຄວາມຖືກຕ້ອງ ທີ່ປ່ອງໃຫ້ບໍລິການຄົນເຈັບປະກັນສັງຄົມ ແລະ ຄົນເຈັບປະກັນໄພຕ່າງໆ, ຖ້າຫາກທ່ານບໍ່ເອົາເອກະສານໃດໜຶ່ງມາຢັ້ງຢືນຄວາມຖືກຕ້ອງ ຂອງຕົນ ຕໍ່ພະນັກງານປ່ອງບໍລິການທີ່ກ່ຽວຂ້ອງ ທ່ານຈະບໍ່ໄດ້ອະນຸມັດຜ່ານການໃຊ້ສິດຕາມຂັ້ນຕອນຂອງພະແນກ ປະກັນສຸຂະພາບ.

2​. ກໍລະນີ ຄົນເຈັບປະກັນສັງຄົມມາໃຊ້ບໍລິການຢູ່ໂຮງໝໍ ແຕ່ບໍ່ແຈ້ງບັດປະກັນສັງຄົມຂອງຕົນພ້ອມເອກະສານທີ່ກ່ຽວຂ້ອງເພື່ອຢັ້ງຢືນຄວາມຖືກຕ້ອງ ແລະ ໄດ້ຈ່າຍເງິນເອງ ແລ້ວ​ ຖ້າຫາກຈະມາຂໍຖອນເງິນຄືນ ໃນກໍລະນີນີ້ໂຮງໝໍຈະບໍ່ທົດແທນເງິນຄືນໃຫ້ຄົນເຈັບ (ຍົກເວັ້ນກໍລະນີຄົນເຈັບໜັກ ບໍ່ໄດ້ສະຕິ ແລະ ເຫດການອຸປະຕິເຫດດ່ວນ ສຸກເສີນແທ້).

3​. ກໍລະນີຄົນເຈັບເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບໄດ້ຜ່າຕັດໃສ່ເຫຼັກ ສະເພາະເຫຼັກທຸກຊະນິດຄົນເຈັບຈະໄດ້ຈ່າຍເອງ ແລ້ວເກັບບິນໄປພົວພັນຂໍຖອນເງິນນໍາ ອົງການປະກັນສັງຄົມແຫ່ງຊາດ.

4​. ກໍລະນີຄົນເຈັບປະກັນສັງຄົມທີ່ເກີດສິດຢູ່ມິດຕະພາບໄປນອນປິ່ນປົວຢູ່ໂຮງໝໍລັດທີ່ບໍ່ແມ່ນຄູ່ສັນຍາກັບປະກັນສັງຄົມ ຄົນເຈັບ ເກັບບິນໄປພົວພັນນໍາ ອົງການປະກັນສັງຄົມແຫ່ງຊາດ, ໂຮງໝໍຈະບໍ່ໄດ້ທົດແທນເງິນຄືນໃຫ້ຄົນເຈັບ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ ຕາມເນື້ອໃນຂ້າງເທິງນີ້ດ້ວຍ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles