ໃນວັນທີ 18 ສິງຫາ 2026 ນີ້, ໄດ້ຈັດພິທີມອບ-ຮັບທຶນເພີ່ມເຕີມມູນຄ່າ 2,415,000 ເອີໂຣໃຫ້ແກ່ແຜນງານເສີມສ້າງລັດທີ່ປົກຄອງດ້ວຍກົດໝາຍ, ການເຂົ້າເຖິງຄວາມຍຸຕິທຳ ແລະ ການປົກຄອງທີ່ດີຈາກລັດຖະບານລຸກຊຳບວກ, ໂດຍການເປັນປະທານ ແລະ ຕາງໜ້າລັດຖະບານຮັບຂອງທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ແລະ ຕາງໜ້າມອບໂດຍທ່ານ ໂທມາສ ລາມມາ (Thomas Lammar) ອຸປະທູດ ແຫ່ງຣາຊະອານາຈັກລຸກຊໍາບວກ ປະຈຳ ສປປ ລາວ; ໂດຍມີ ທ່ານ ນາງ ສີສຸດາ ໂສພາວັນດີ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຫົວໜ້າອົງການຮ່ວມມືເພື່ອການພັດທະນາລຸກຊຳບວກ (LuxDev) ພ້ອມດ້ວຍຕາງໜ້າຈາກບັນດາກົມ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ແຜນງານການເຂົ້າເຖິງຄວາມຍຸຕິທຳ ແລະ ການປົກຄອງທີ່ດີ (Rule of Law, Access to Justice, and Good Governance programme ຫຼື ROLAG/LAO/037) ເປັນແຜນງານທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານລຸກຊຳບວກຜ່ານອົງການ LuxDev ພາຍໃຕ້ຂອບ ICPV. ແຜນງານນີ້ມີໄລຍະຈັດຕັ້ງປະຕິບັດຕັ້ງແຕ່ປີ 2023 ຫາ 2027 ໂດຍມີມູນຄ່າທຶນເດີມ 11.5 ລ້ານເອີໂຣ, ເຊິ່ງຈັດຕັ້ງປະຕິບັດໂດຍກະຊວງຍຸຕິທຳ ແລະ ກະຊວງສຶກສາທິການ ແລະ ກິລາ.
ສຳລັບເນື້ອໃນຕົ້ນແມ່ນສຸມໃສ່ການພັດທະນາ ແລະ ຍົກລະດັບພື້ນຖານໂຄງລ່າງການສຶກສາຂັ້ນສູງໃນຂະແໜງ ກົດໝາຍ, ສົ່ງເສີມໃຫ້ປະຊາຊົນເຂົ້າເຖິງການຊ່ວຍເຫຼືອທາງກົດໝາຍໄດ້ຫຼາຍຂຶ້ນ, ເພື່ອຕອບສະໜອງເປົ້າໝາຍຂອງລັດຖະບານໃນການສ້າງສປປ ລາວ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ແລະ ອີງໃສ່ຄວາມຈຳເປັນຂອງໜ້າວຽກ, ລັດຖະບານລຸກຊຳບວກເຫັນດີອະນຸມັດງົບປະມານເພີ່ມເຕີມອີກ 2,415,000 ເອີໂຣ (ລວມມູນຄ່າທັງໝົດເປັນ 13.8 ລ້ານເອີໂຣ) ເພື່ອດຳເນີນງານໄປຈົນເຖິງທ້າຍປີ 2027.
ທຶນເພີ່ມເຕີມນີ້ຈະເນັ້ນໃສ່ການສະໜັບສະໜູນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ພາຍໃຕ້ກອບການຮ່ວມມືສອງຝ່າຍສະບັບປັບປຸງ. ທັງນີ້,ແຜນງານດັ່ງກ່າວແມ່ນມີສ່ວນຮ່ວມສຳຄັນໃນການຊຸກຍູ້ເປົ້າໝາຍທີ 6 ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 ຂອງ ສປປ ລາວ ໂດຍມຸ່ງເນັ້ນການຄຸ້ມຄອງບໍລິຫານລັດໃຫ້ມີປະສິດທິພາບ, ມີຄວາມຍຸຕິທຳ ແລະ ໄດ້ຮັບການປົກປ້ອງຕາມທິດທາງການປົກຄອງດ້ວຍກົດໝາຍຢ່າງສັກສິດ ແລະ ເຂັ້ມງວດ.
ຂໍ້ມູນ: ກະຊວງການເງິນ


