ອີງຕາມດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກ! ໃນໝວດທີ 6 ມາດຕາ 38 ການບັນທຸກຜູ້ໂດຍສານ ເກີນຈໍານວນ ໄດ້ລະບຸໄວ້ວ່າ:
ໃນກໍລະນີ ຜູ້ຂັບຂີ່ລົດຂົນສົ່ງຜູ້ໂດຍສານ ຫາກບັນຈຸຜູ້ໂດຍສານເກີນຈໍານວນ ຈະຖືກປັບໃໝ ດັ່ງນີ້:
1. 15,000 ກີບ ຕໍ່ຄົນ ສໍາລັບລົດຖີບ, ລົດໂມເປດທີ່ຂີ່ເກີນ ສອງຄົນ;
2. 30,000 ກີບ ຕໍ່ຄົນ ສໍາລັບລົດຈັກ ທີ່ຂີ່ເກີນສອງຄົນ ບໍ່ລວມເດັກນ້ອຍອາຍຸບໍ່ເກີນ ສິບເອັດປີ;
3. 40,000 ກີບ ຕໍ່ຄົນ ສໍາລັບລົດສາມລໍ້ຕິດເຄື່ອງຈັກ ທີ່ຂີ່ເກີນ 9 ຄົນ;
4. 50,000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ ທີ່ບັນທຸກສິນຄ້າ ຫຼື ເຄື່ອງຂອງ ເກີນ 300 ກິໂລກຣາມ, 90,000 ກີບ ສໍາລົດລັບຕຸກໆທີ່ບັນທຸກສິນຄ້າ ຫຼື ເຄື່ອງຂອງ ເກີນ 500 ກິໂລກຣາມ;
5. 50,000 ກີບ ຕໍ່ຄົນ ສໍາລັບລົດສີ່ລໍ້ທຸກປະເພດ ທີ່ບັນຈຸຜູ້ໂດຍສານເກີນຕັ່ງນັ່ງທີ່ປະກອບມາຈາກໂຮງງານຜະລິດ;
6. 50,000 ກີບ ຕໍ່ຄົນ ສໍາລັບລົດຂົນສົ່ງຜູ້ໂດຍສານສອງແຖວ ທີ່ບັນຈຸຜູ້ໂດຍສານເກິນ 14 ຄົນ ແລະ ເຄື່ອງຂອງບໍ່ເກີນ 500 ກິໂລກຣາມ. ໃນກໍລະນີທີ່ເອົາຜູ້ໂດຍສານຂຶ້ນເທິງຫຼັງຄາ ຫຼື ແຂວນທ້າຍລົດ ຜູ້ຂັບຂີ່ ຫຼື ເຈົ້າຂອງລົດທີ່ລະເມິດ ຈະຖືກປັບໃໝ ເພີ່ມອີກ 60,000 ກີບ ຕໍ່ຄົນ;
7. 50,000 ກີບ ຕໍ່ຄົນ ສໍາລັບຜູ້ທີ່ນັ່ງຂອບກະບະ;
8. 200,000 ກີບ ຕໍ່ໜຶ່ງຄັ້ງ ສໍາລັບລົດຂົນສົ່ງຜູ້ໂດຍສານທີ່ແລ່ນລະຫວ່າງ ແຂວງ ຫາ ແຂວງ ຫຼື ລະຫວ່າງປະເທດ ທີ່ບັນທຸກເຄື່ອງຜູ້ໂດຍສານໃສ່ຫຼັງຄາລົດ.


