ກົມພາສີກະຊວງການເງິນ ສາມາດແກ້ໄຂຄະດີ ລົດ ໄດ້ 32.457 ຄັນ ເກັບລາຍຮັບໄດ້ ກວ່າ 1,500 ຕຶ້ກີບ

ວັນທີ 18 ມິຖຸນາ 2026, ກົມພາສີ ກະຊວງການເງິນ ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການແກ້ໄຂຍານພາຫະນະນຳເຂົ້າທີ່ບໍ່ຖືກຕ້ອງ ແລະ ນຳໃຊ້ບໍ່ຖືກເປົ້າໝາຍ ໂດຍການເປັນປະທານ ຂອງທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີ, ມີຄະນະກົມ ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ ອ້ອມຂ້າງກົມພາສີ, ຫົວໜ້າ, ຮອງຫົວໜ້າພາສີປະຈໍາແຂວງ, ຫົວໜ້າດ່ານພາສີສາກົນທົ່ວປະເທດເຂົ້າຮ່ວມ.

ທ່ານ ພູເຂົາຄຳ ວັນນະວົງໄຊ ໄດ້ມີຄຳເຫັນວ່າ: ໄລຍະຜ່ານມາ ລັດຖະ ບານໄດ້ອອກ ແຈ້ງການສະບັບເລກທີ 1553/ຫສນຍ ແລະ ສະບັບເລກທີ 175/ຫສນຍ ເຊິ່ງເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 15 ກັນຍາ 2025 ເຖິງ ວັນທີ 08 ພຶດສະພາ 2026 ຜ່ານການຈັດຕັ້ງປະຕິບັດ ສາມາດແກ້ໄຂຄະດີໄດ້ທັງໝົດ ຈໍານວນ 32.457 ຄັນ (ລົດໃຫຍ່ 31.612 ຄັນ, ລົດຈັກ 845 ຄັນ) ຈັດເກັບລາຍຮັບໄດ້ທັງໝົດ ຈໍານວນ 1.509,33 ຕື້ກີບ ໃນຂອບເຂດທົ່ວປະເທດ, ແຕ່ສະພາບການລັກລອບນຳເຂົ້າ, ການແລກປ່ຽນຊື້-ຂາຍ, ການນໍາໃຊ້ ຍານພາຫະນະນຳເຂົ້າບໍ່ຖືກຕ້ອງ ແລະ ບໍ່ທັນໄດ້ເສຍພາສີ-ອາກອນ, ຍັງມີລັກສະນະແຜ່ລາມຫຼາຍ ເປັນຕົ້ນ ການນໍາໃຊ້ປ້າຍ, ໃບທະບຽນບໍ່ຖືກຕ້ອງ, ການແລກປ່ຽນຊື້-ຂາຍ ຍານພາຫະນະນຳເຂົ້າບໍ່ຖືກຕ້ອງ ທີ່ມີໄວ້ໃນຄອບຄອງ, ແລະ ນໍາໃຊ້ ມາຮອດປັດຈຸບັນ ລັດຖະບານກໍ່ໄດ້ອອກແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 712/ຫສນຍ, ລົງວັນທີ 28 ພຶດສະພາ 2026 ກ່ຽວກັບທິດຊີ້ນໍາຜົນການຈັດຕັ້ງປະຕິບັດການແກ້ໄຂຍານພາຫະນະນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ.

ການຈັດກອງປະຊຸມໃນຄັ້ງນີ້ ກໍ່ແມ່ນເພື່ອສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດ ຕາມແຈ້ງການ ສະບັບເລກທີ 1553/ຫສນຍ, ລົງວັນທີ 15 ກັນຍາ 2025 ແລະ 175/ຫສນຍ, ລົງວັນທີ 09 ກຸມພາ 2026 ແລະ ບັນຫາຫາງສຽງຂອງສັງຄົມ ແລະ ຢ່າງໜຶ່ງກໍ່ເພື່ອເຜີຍແຜ່ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດ ຖະມົນຕີ ສະບັບເລກທີ 712/ຫສນຍ, ລົງວັນທີ 28 ພຶດສະພາ 2026 ກ່ຽວກັບທິດຊີ້ນໍາຜົນການຈັດຕັ້ງປະຕິບັດການແກ້ໄຂຍານພາຫະນະນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ ແລະ ເພື່ອປຶກສາຫາລືກ່ຽວກັບກົນໄກ ແລະ ວິທີການຈັດຕັ້ງປະຕິບັດ.

ທີ່ມາ: ກະຊວງການເງິນ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles