ສະມາຊິກກຸ່ມອາຊຽນທັງ 11ປະເທດ ໄດ້ມີຂໍ້ຕົກລົງຮ່ວມກັນກໍານົດເອົາ ວັນທີ 15 ມິຖຸນາ ຂອງທຸກໆປີ ເປັນວັນ “ຕ້ານໄຂ້ຍຸງລາຍອາຊຽນ” ຫຼື (ASEAN DENGUE DAY) ເພື່ອປຸກລະດົມໃຫ້ປະຊາຊົນພາຍໃນສະມາຊິກອາຊຽນທັງ 11 ປະເທດເຂົ້າໃຈເຖິງການປ້ອງກັນພະຍາດ ແລະ ຮ່ວມມືກັນແກ້ໄຂບັນຫາ ໂດຍການເບິ່ງແຍງສິ່ງແວດລ້ອມ ບໍ່ໃຫ້ເປັນແຫຼ່ງແຜ່ພັນຍຸງລາຍ ເຊິ່ງພະຍາດໄຂ້ຍຸງລາຍ ເປັນບັນຫາສາທາລະນະສຸກໃນກຸ່ມປະເທດອາຊຽນ ເນື່ອງຈາກສະພາບອາກາດທີ່ຮ້ອນອົບເອົ້າ ເໝາະສົມສໍາລັບການແຜ່ພັນຂອງຍຸງລາຍທີ່ເປັນພາຫະນະນໍາເຊື້ອ.
ເຊິ່ງຢູ່ ສປປ ລາວ ໄດ້ເລີ່ມມີການຈັດຕັ້ງປະຕິບັດປ່ອຍຍຸງໂວບັກເຄຍ ມາຕັ້ງແຕ່ປີ 2023 ໂດຍເລີ່ມຈາກ 2 ເມືອງ ຂອງນະຄອນຫຼວງວຽງຈັນ ຈົນຂະຫຍາຍໄປທັງ 9 ເມືອງ, ແລະ ໃນປີ 2026 ນີ້ ກໍ່ໄດ້ຂະຫຍາຍມາຮອດ ນະຄອນປາກເຊ ແຂວງຈໍາປາສັກແລ້ວ ໂດຍຈະໄດ້ປ່ອຍຍຸງ ຢູ່ 19 ບ້ານ ໃນເຂດຕົວເມືອງນະຄອນປາກເຊກ່ອນ.
ການປ່ອຍຍຸງລາຍບ້ານທີ່ມີເຊື້ອໂວບັກເຄຍນີ້ ຈະເປັນອີກວິທີການໜຶ່ງ ທີ່ຈະປະກອບໃສ່ວິທີການອື່ນໆທີ່ມີຢູ່ ໃນການກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໂດຍສະເພາະແມ່ນ ການປະຕິບັດ 5 ປ – ເພື່ອປາບໄຂ້ຍຸງລາຍ!
1. ປິດ ຝາພາຊະນະທີ່ເກັບນໍ້າໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່.
2. ປ່ຽນ ນໍ້າ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖານຮອງຈອກນໍ້າ.
3. ປ່ອຍ ປາຫາງນົກຍຸງ ເພື່ອກິນໜອນນໍ້າ.
4. ປັບປຸງ ບໍ່ໃຫ້ມີນໍ້າຄ້າງຂັງ ກະໂປະ, ກະປ໋ອງ, ຮາງລິນ, ຢາງຕີນລົດເກົ່າ.
5. ປະຕິບັດ ເປັນປະຈຳທຸກໆອາທິດ ແລະ ຖ້າເປັນໄຂ້ ໃຫ້ໄປປິ່ນປົວຢູ່ໂຮງໝໍ/ສຸກສາລາໃກ້ບ້ານທ່ານ.
ປະຕິບັດພຽງເທົ່ານີ້ ທ່ານກໍ່ໄດ້ມີສ່ວນຮ່ວມປາບໄຂ້ຍຸງລາຍແລ້ວ.
Lao Youth Radio FM90MHz


