ນັກວິທະຍາສາດຣັດເຊຍ ສາມາດຄົ້ນພົບສານຕ້ານມະເຮັງມະໝອງຊະນິດຮ້າຍແຮງໄດ້ແລ້້ວ

ຖືເປັນຂ່າວດີ ແລະ ເປັນຄວາມຫວັງໃໝ່ຂອງມວນມະນຸດ! ຫຼ້າສຸດ ນັກວິທະຍາສາດຈາກສະຖາບັນເຄມີອິນຊີ ໂນໂວຊີບີສ (NIOC) ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ ໂນໂວຊີບີສ (NSU) ປະເທດຣັດເຊຍ ໄດ້ປະສົບຄວາມສຳເລັດໃນການຄິດຄົ້ນ ແລະ ຈົດສິດທິບັດສານປະກອບຊະນິດໃໝ່ ທີ່ມີປະສິດທິພາບສູງໃນການຢຸດຢັ້ງ “ມະເຮັງສະໝອງຊະນິດຮ້າຍແຮງທີ່ສຸດ” (Glioblastoma ຫຼື GBM) ໂດຍສານດັ່ງກ່າວຖືກສະກັດມາຈາກ “ເປືອກຕົ້ນເບີດຊ໌” (Birch) ຊຶ່ງເປັນຕົ້ນໄມ້ທ້ອງຖິ່ນທີ່ພົບເຫັນໄດ້ທົ່ວໄປໃນຣັດເຊຍ.

ພະຍາດມະເຮັງສະໝອງຊະນິດ Glioblastoma ເປັນເນື້ອງອກໃນສະໝອງຊະນິດທີ່ເຕີບໂຕໄວ, ກະຈ່າຍຕົວໄວ ແລະ ທຳລາຍເນື້ອເຍື່ອອ້ອມຂ້າງຢ່າງຮຸນແຮງ. ທີ່ຜ່ານມາ, ວິທີການປິ່ນປົວແມ່ນການຜ່າຕັດ ຮ່ວມກັບການສາຍລັງສີ ແລະ ເຄມີບຳບັດ (ຄີໂມ). ເຖິງຢ່າງໃດກໍຕາມ, ມັນຍັງບໍ່ທັນມີປະສິດທິພາບເທົ່າທີ່ຄວນ ເພາະຈຸລັງມະເຮັງມັກຈະດື້ຢາ ແລະ ບໍ່ສາມາດຜ່າຕັດອອກໄດ້ທັງໝົດ ເຮັດໃຫ້ມີໂອກາດກັບມາເປັນຊ້ຳສູງ, ຊຶ່ງໂດຍສະເລ່ຍແລ້ວ ຜູ້ປ່ວຍຈະມີຊີວິດຢູ່ໄດ້ບໍ່ເກີນ 16 ເດືອນເທົ່ານັ້ນ .

ທີມນັກວິທະຍາສາດໄດ້ນຳເອົາ “ອາຊິດເບຕູໂລນິກ” (Betulonic Acid) ຊຶ່ງເປັນສານທຳມະຊາດທີ່ມີຢູ່ໃນເປືອກຕົ້ນເບີດຊ໌ ມາພັດທະນາ ແລະ ສັງເຄາະເປັນສານປະກອບທາງເຄມີຊະນິດໃໝ່.

ຜ່ານການທົດລອງໃນຫ້ອງປະຕິບັດການ (Lab) ພົບວ່າ ສານປະກອບຕົວໃໝ່ນີ້ມີຄຸນສົມບັດພິເສດຄື:

1. ສາມາດຢຸດຢັ້ງ ແລະ ເຮັດໃຫ້ການເຄື່ອນທີ່ຂອງຈຸລັງມະເຮັງສະໝອງ GBM ຊ້າລົງຢ່າງເຫັນໄດ້ຊັດເຈນ.

2. ມີຄວາມເປັນພິດ (Toxicity) ຕໍ່ຈຸລັງປົກກະຕິທີ່ດີຂອງຮ່າງກາຍໃນລະດັບທີ່ຕ່ຳຫຼາຍ.

ເມື່ອນຳໄປປຽບທຽບກັບ ອາຊິດເບຕູໂລນິກແບບດັ້ງເດີມ ແລະ ສານແອດຕາແຊນທິນ (Astaxanthin – ສານຕ້ານອະນຸມູນອິດສະຫຼະທີ່ພົບໃນກຸ້ງ, ປູ ແລະ ສາຫຼ່າຍສີແດງ), ສານປະກອບທີ່ນັກວິທະຍາສາດຣັດເຊຍຄິດຄົ້ນຂຶ້ນມາໃໝ່ນີ້ ມີປະສິດທິພາບໃນການຢຸດຢັ້ງຈຸລັງມະເຮັງໄດ້ດີກວ່າ ແລະ ປອດໄພຕໍ່ຮ່າງກາຍຫຼາຍກວ່າຢ່າງຫຼວງຫຼາຍ .

ຄວາມສຳເລັດໃນຄັ້ງນີ້ ຖືເປັນບາດກ້າວບຸກທະລຸຄັ້ງສຳຄັນຂອງວົງການແພດລະດັບໂລກ ທີ່ຈະຊ່ວຍເປີດປະຕູສູ່ການພັດທະນາຢາປິ່ນປົວໂລກມະເຮັງສະໝອງທີ່ມີປະສິດທິພາບສູງໃນອະນາຄົດ ແລະ ເພີ່ມໂອກາດໃນການລອດຊີວິດໃຫ້ແກ່ຜູ້ປ່ວຍໄດ້ຫຼາຍຂຶ້ນ .

ທີ່ມາ: SOHA ສື່ຫວຽດນາມ

Lao Youth​ ​Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles