ເພື່ອເປັນການຫຼີກລ້ຽງຄວາມສູນເສຍທີ່ອາດຈະເກີດຂຶ້ນ ຕໍ່ລູກຫຼານ ແລະ ສັງຄົມ ທັງເປັນການຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ທີ່ອາດເກີດຂຶ້ນ, ຫຼີກລ່ຽງບັນຫານັກສອບເສັງມີການສະຫຼອງ, ການຫຼີ້ນກິນຟູມເຟືອຍ ແບບຄຶກຄະນອງ, ພາໃຫ້ເກີດອຸປະຕິເຫດ ແລະ ກໍ່ຄວາມບໍ່ສະຫງົບຂຶ້ນໃນໄລຍະການສອບເສັງ.
ຄະນະກໍາມະການປົກຄອງເມືອງ ຂໍຖືເປັນກຽດແຈ້ງການມາຍັງບັນດາຜູ້ປະກອບການຮ້ານກິນດື່ມ, ບັນເທີງ, ຄາຣາໂອເກະ, ສະນຸກເກີ ແລະ ຮ້ານປີ້ງ-ຕໍ (ທີ່ຂາຍເຫຼົ້າ-ເບຍ) ພາຍໃນເມືອງຄໍາເກີດ ຊາບວ່າ:
1. ໃຫ້ບັນດາຜູ້ປະກອບການຮ້ານກິນດື່ມ, ຮ້ານບັນເທີງ, ຄາຣາໂອເກະ, ສະນຸກເກີ ແລະ ຮ້ານປີ້ງ ຕໍາ (ທີ່ຂາຍເຫຼົ້າ- ເບຍ) ພາຍໃນເມືອງ ປິດບໍລິການຊົ່ວຄາວ ໃນຊ່ວງສອບເສັງມັດທະຍົມຕອນຕົ້ນ (ມ4) ແລະ ມັດທະຍົມຕອນປາຍ (ມ 7) ເຊິ່ງມີລາຍອຽດດັ່ງນີ້:
– ຊັ້ນມັດທະຍົມຕອນຕົ້ນ (ມ4) ໃຫ້ປິດບໍລິການໃນວັນທີ 10-12 ມິຖຸນາ 2026 ໃນເວລາ 15:00 ໂມງເປັນຕົ້ນ ໄປໃນແຕ່ລະວັນຂອງວັນດັ່ງກ່າວ;
– ຊັ້ນມັດທະຍົມຕອນປາຍ (ມ7) ໃຫ້ປິດບໍລິການໃນວັນທີ 17-19 ມິຖຸນາ 2026 ໃນເວລາ 15:00 ໂມງເປັນຕົ້ນ ໄປໃນແຕ່ລະວັນຂອງວັນດັ່ງກ່າວ;
2. ຫ້າມບໍ່ໃຫ້ນັກຮຽນຕັ້ງກຸ່ມເພື່ອຊຸມແຊວ, ສ້າງສັນກິນເຫຼົ້າ, ກິນເບຍ ແລະ ມົ້ວສຸມສານເສບຕິດທຸກປະເພດ ຕາມສະຖານທີ່ຕ່າງໆ.
3. ສໍາລັບຮ້ານອາຫານເປັນຕົ້ນ: ຮ້ານຂາຍເຝີ-ເຂົ້າປຽກ, ຮ້ານຂາຍຂອງກິນສຸກ, ຮ້ານຂາຍອາຫານຕາມສັ່ງ ແມ່ນ ສາມາດເປີດໄດ້ເປັນປົກກະຕິຕາມລະບຽບການ, ແຕ່ຫ້າມຂາຍເຄື່ອງດື່ມທີ່ມີທາດມຶນເມົາໃນຊ່ວງໄລຍະ (ມ4) ແລະ (ມ7) ຢ່າງເດັດຂາດ;
4. ມອບໃຫ້ຄະນະສະເພາະກິດຂັ້ນເມືອງ, ຄະນະຄຸ້ມຄອງຮ້ານກິນດື່ມ, ບັນເທີງ, ຄາຣາໂອເກະຂັ້ນເມືອງ ເປັນເຈົ້າ ການຕິດຕາມກວດກາຢ່າງເຂັ້ມງວດ; ຖ້າຫາກພົບເຫັນມີການລະເມີດແຈ້ງການສະບັບນີ້ໃຫ້ຄະນະຮັບຜິດຊອບ ປະຕິບັດ ຕາມລະບຽບການ ແລະ ກົດຫມາຍທີ່ກ່ຽວຂ້ອງຢ່າງເຂັ້ມງວດ.
ລາຍລະອຽດຕາມແຈ້ງການດ້ານລຸ່ມ





