ເກີດເຫດສະຫຼົດ ນັກບິນໜຸ່ມເຊື້ອສາຍອິນເດຍ ເສຍຊີວິດຈາກເຮລີຄອບເຕີຕົກ ທັ້ງທີ່ຫາກໍ່ແຕ່ງງານໄດ້ບໍ່ເທົ່າໃດຊົ່ວໂມງ ສ່ວນເຈົ້າສາວປອດໄພ

ເກີດເຫດສະຫຼົດໃຈທີ່ກຳລັງເປັນກະແສຂ່າວໂດ່ງດັງໃນສະຫະລັດອາເມຣິກາ ແລະ ອິນເດຍ ເມື່ອນັກບິນໜຸ່ມເຊື້ອສາຍອິນເດຍ ປະສົບອຸປະຕິເຫດເຮລິຄອບເຕີຕົກເສຍຊີວິດ ຫຼັງຈາກສຳເລັດພິທີແຕ່ງງານໄດ້ພຽງບໍ່ເທົ່າໃດຊົ່ວໂມງ ສ່ວນເຈົ້າສາວລອດຊີວິດປາຕິຫານ ແຕ່ໄດ້ຮັບບາດເຈັບ.

ຕາມການລາຍງານຂອງສື່ທ້ອງຖິ່ນ ສະຫະລັດ​ ອາເມຣິກາ ໃນວັນທີ 1 ມິຖຸນາ 2026 ລະບຸວ່າ: ຜູ້ເສຍຊີວິດຄື ທ້າວ ເດຟ ຟິຈີ (Dave Fiji) ອາຍຸ 25 ປີ ເປັນນັກບິນຂອງສາຍການບິນ ເດລຕາ ແອລາຍສ໌ (Delta Air Lines) ໄດ້ປະສົບອຸປະຕິເຫດເຮລິຄອບເຕີ ໂຣບິນສັນ ອາ 66 (Robinson R66) ແບບ 5 ບ່ອນນັ່ງ ຕົກຢູ່ເຂດດໍສັນ ເຄານ໌ຕີ (Dawson County) ລັດຈໍເຈຍ ເຮັດໃຫ້ ເດຟ ແລະ ນັກບິນເຮລິຄອບເຕີເສຍຊີວິດໃນທີ່ເກີດເຫດ ທັງສອງຄອບຄົວມີພື້ນເພມາຈາກລັດເກຣລະ ທາງຕອນໃຕ້ຂອງປະເທດອິນເດຍ.

ຈາກວັນແຫ່ງຄວາມສຸກ ກາຍເປັນໂສກນາດຕະກຳ​ ກ່ອນເກີດເຫດຮ້າຍ, ທັງຄູ່ຫາກໍໄດ້ເຂົ້າພິທີແຕ່ງງານຢູ່ທີ່ “ເດິ ຣີເວຍ” (The Reviere) ສະຖານທີ່ຈັດງານຊື່ດັງ ໂດຍມີແຂກເຂົ້າຮ່ວມສະແດງຄວາມຍິນດີຫຼາຍຮ້ອຍຄົນ ເຊິ່ງຄອບຄົວເປີດເຜີຍວ່າ ງານແຕ່ງງານດຳເນີນໄປຢ່າງສົມບູນແບບ ແລະ ເຕັມໄປດ້ວຍຮອຍຍິ້ມ.

ຫຼັງຈາກສຳເລັດງານລ້ຽງໃນເວລາປະມານ 21:30 ໂມງ, ຄູ່ບ່າວສາວມີກຳນົດເດີນທາງດ້ວຍເຮລິຄອບເຕີໄປຍັງສະໜາມບິນ ພີຊທຣີ–ດີແຄລບ໌ (Peachtree–DeKalb Airport) ເພື່ອເຂົ້າພັກຢູ່ໂຮງແຮມໃນຕົວເມືອງແອດແລນຕາ. ແຕ່ໃນຊ່ວງທ້າຍຂອງງານ ໄດ້ມີຝົນຕົກ ແລະ ໝອກໜາ ເຮັດໃຫ້ການເບິ່ງເຫັນຫຼຸດລົງ.​

ທ່ານ ຈໍຣ໌ຈ ຟິຈີ, ພໍ່ຂອງຜູ້ຕາຍເປີດເຜີຍວ່າ: ລູກຊາຍເຊິ່ງເປັນນັກບິນທີ່ມີປະສົບການ ໄດ້ສະແດງຄວາມກັງວົນກ່ຽວກັບສະພາບອາກາດກ່ອນຂຶ້ນບິນວ່າ “ຖ້າເປັນລາວ ເຂົາຈະບໍ່ບິນໃນສະພາບອາກາດແບບນີ້ ເພາະເບິ່ງບໍ່ເຫັນທາງເລີຍ”. ເຖິງຢ່າງໃດກໍຕາມ, ນັກບິນເຮລິຄອບເຕີໄດ້ຕັດສິນໃຈນຳເຄື່ອງຂຶ້ນບິນ ໂດຍເຊື່ອວ່າການບິນໃນລະດັບຄວາມສູງ ຈະຊ່ວຍຫຼີກເລ່ຽງບັນຫາທັດສະນະວິໄສໄດ້, ກ່ອນທີ່ເຄື່ອງຈະຕົກໃນເຂດປ່າຕຶບໜ້າ ແລະ ພູ​ ທາງຕາເວັນຕົກສ່ຽງໃຕ້ຂອງເມືອງດໍສັນວິລ.

ເຈົ້າສາວ (ນາງ ເຈສນີ) ເຊິ່ງມີອາຊີບເປັນພະຍາບານ ໄດ້ຕິດຢູ່ໃຕ້ຊາກເຮລິຄອບເຕີ ແລະ ຕົ້ນໄມ້ທີ່ລົ້ມທັບເປັນເວລາດົນເກືອບ 5 ຊົ່ວໂມງ ກ່ອນທີ່ເຈົ້າໜ້າທີ່ກູ້ໄພຈະເຂົ້າເຖິງໂຕ. ນາງເລົ່າວ່າ: “ເມື່ອຟື້ນຂຶ້ນມາ ກໍພົບວ່າຕົນເອງຢູ່ໃຕ້ຊາກເຄື່ອງ ແລະ ເຫັນເດຟນອນຢູ່ເທິງເອິກ, ເມື່ອສຳຜັດໂຕ​ ແລະຮ້ອງເອີ້ນ ຈຶ່ງຮູ້ທັນທີວ່າເຂົາໄດ້ຈາກໄປແລ້ວ ເພາະຮ່າງກາຍຂອງເຂົາເຢັນສະ”. ປັດຈຸບັນ ນາງໄດ້ຮັບບາດເຈັບຕາມຮ່າງກາຍ ແຕ່ບໍ່ມີກະດູກຫັກ ທັງນີ້ ກຳລັງຢູ່ໃນອາການໂສກເສົ້າ ແລະ ສະເທືອນໃຈຢ່າງຮຸນແຮງ.

ເຈົ້າໜ້າທີ່ກູ້ໄພຕ້ອງໃຊ້ຄວາມພະຍາຍາມຢ່າງໜັກ ແລະ ໃຊ້ເວລາດົນຫຼາຍຊົ່ວໂມງ ເນື່ອງຈາກຈຸດເກີດເຫດເປັນປ່າຕຶບ ແລະ ພູຊັນ ຕ້ອງໄດ້ໃຊ້ລົດວິບາກ ແລະ ຕັດຕົ້ນໄມ້ເພື່ອເປີດທາງ.

ດ້ານບໍລິສັດ ເພຣສທີຈ ເຮລິຄອບເຕີສ໌ (Prestige Helicopters) ເຈົ້າຂອງເຄື່ອງ ລະບຸວ່າ ຕະຫຼອດ 40 ປີ ບໍ່ເຄີຍມີອຸປະຕິເຫດຮ້າຍແຮງແບບນີ້ ແລະ ນັກບິນກໍມີຄວາມຄຸ້ນເຄີຍກັບເສັ້ນທາງເປັນຢ່າງດີ. ປັດຈຸບັນ, ຄະນະກຳມະການຄວາມປອດໄພການຂົນສົ່ງແຫ່ງຊາດ ສຫະລັດ (NTSB) ກຳລັງເລັ່ງສືບສວນຫາສາເຫດທີ່ແທ້ຈິງ ໂດຍຄາດວ່າຈະມີລາຍງານເບື້ອງຕົ້ນພາຍໃນ 30 ວັນ.

​ທີ່ມາ: World​ ​Forum

​Lao Youth​ Radio​ ​FM​90​MHz​p

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles