ແຈ້ງທຶນການສຶກສາຂອງລັດຖະບານ ສ.ເກົາຫຼີ ສໍາລັບປີ 2026

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງພະນັກງານ-ນັກສຶກສາຊາບວ່າ: ລັດຖະບານ ສປປ ເກົາຫຼີ ໃຫ້ທຶນການສຶກສາແກ່ພະນັກງານ ແລະ ນັກສຶກສາລາວ ທົ່ວໄປ ທີ່ມີຄວາມສົນໃຈຢາກໄປສຶກ ສາຕໍ່. ໃນລະດັບ ປະລິນຍາຕີ, ວິຊາ ພາສາເກົາຫຼີ, ຫຼັກສູດຮຽນເປັນ ພາສາເກົາຫຼີ ຈໍານວນ 02 ທຶນ. ພາຍໃຕ້ທຶນຂອງ ລັດຖະບານ ສປປ ເກົາຫຼີ.

I. ເງື່ອນໄຂຜູ້ສະຫມັກ

ຕ້ອງເປັນຄົນລາວ/ຖືສັນຊາດລາວ, ອາຍຸບໍ່ເກີນ 25ປີ, ສຸຂະພາບທາງກາຍ ແລະ ຈິດໃຈແຂງແຮງດີ; ສໍາເນົາປະກາສະນີຍະບັດ ແລະ ຄະແນນຈົບ ມ.7 ມີຜົນການຮຽນຄະແນນ 7/10 ຂຶ້ນໄປ.

II. ເງື່ອນໄຂຂອງທຶນຮັບຜິດຊອບ: ຄ່າຮຽນ, ຄ່າລົງທະບຽນ, ຫໍພັກ, ເບ້ຍລ້ຽງ, ຄ່າປະກັນສຸຂະພາບ ແລະ ປະກັນໄພອຸປະຕິເຫດໃນໄລຍະກໍາລັງສຶກສາຢູ່ປະເທດດັ່ງກ່າວ, ນອກຈາກນັ້ນແມ່ນນັກສຶກສາຮັບຜິດຊອບເອງ.

III. ວິທີສະຫມັກ

ຜູ້ສົນໃຈສະຫມັກໃຫ້ພົວພັນ, ສອບຖາມຂໍ້ມູນລາຍລະອຽດ ແລະ ແບບຟອມສະຫມັກຢູ່ ກົມກິດຈະການນັກສຶກສາ (ເຂດສະຫນາມກິລາເຈົ້າອານຸວົງ) ຍືນເອກະສານສະຫມັກຜ່ານກົມກິດຈະການນັກສຶກສາຈົນເຖິງ ວັນພະຫັດ, ວັນທີ 11 ມິຖຸນາ 2026 ເປັນມື້ປິດຮັບສະຫມັກ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ດໍາເນີນການສະຫມັກໃຫ້ທັນເວລາດ້ວຍ.
ສາມາດດາວໂຫຼດເອົາແບບຟອມໃນເວັບໄຊຂອງກົມ www.mes.dka.edu.la.

ອ່ານລາຍລະອຽດຕື່ມຕາມແຈ້ງການ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles