ຍີ່ປຸ່ນລົງທຶນໃນລາວຕໍ່ເນື່ອງ! ກວ່າ 160 ບໍລິສັດ ຮ່ວມຂັບເຄື່ອນເສດຖະກິດ ແລະ ຖ່າຍທອດເຕັກໂນໂລຊີສູ່ລາວ

ກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ເອກະຊົນລາວ-ຍີ່ປຸ່ນ ໄດ້ຈັດຂຶ້ນຢ່າງຕໍ່ເນື່ອງນັບແຕ່ປີ 2007 ຕາມຂໍ້ຕົກລົງຂອງລັດຖະບານທັງສອງປະເທດ ໂດຍມີເປົ້າໝາຍເພື່ອສ້າງກົນໄກປຶກສາຫາລື ແລະ ແກ້ໄຂບັນຫາການລົງທຶນຮ່ວມກັນ. ມາຮອດປີ 2026 ການປະຊຸມດັ່ງກ່າວໄດ້ຈັດຂຶ້ນເປັນຄັ້ງທີ 19 ພ້ອມສະທ້ອນໃຫ້ເຫັນການຮ່ວມມືອັນແໜ້ນແຟ້ນລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.

ປັດຈຸບັນ ມີບໍລິສັດຍີ່ປຸ່ນເຂົ້າມາລົງທຶນໃນ ສປປ ລາວ ຫຼາຍກວ່າ 160 ບໍລິສັດ ທັງໃນຮູບແບບການລົງທຶນໂດຍກົງ ແລະ ການຂະຫຍາຍຖານການຜະລິດຈາກປະເທດເພື່ອນບ້ານ ເຂົ້າມາພົວພັນໃນຮູບແບບ “ຕ່ອງໂສ້ການຜະລິດ” ຂອງພາກພື້ນ ແລະ ສາກົນ.

ບັນດາບໍລິສັດຍີ່ປຸ່ນ ບໍ່ພຽງແຕ່ສ້າງການລົງທຶນໃນລາວເທົ່ານັ້ນ ແຕ່ຍັງຊ່ວຍສ້າງວຽກເຮັດງານທຳໃຫ້ແຮງງານລາວ ພ້ອມທັງຝຶກອົບຮົມທັກສະວິຊາຊີບ ແລະ ຖ່າຍທອດເຕັກໂນໂລຊີທັນສະໄໝ ມາສູ່ ສປປ ລາວ ໂດຍສະເພາະໃນຂະແໜງການຜະລິດ ແລະ ອຸດສາຫະກຳ.

ກອງປະຊຸມປີ 2026 ຍັງໄດ້ຫາລືໃນຫຼາຍປະເດັນສຳຄັນ ເຊັ່ນ:

• ການປັບປຸງລະບົບພາສີ ແລະ ອາກອນ VAT

• ການສ້າງສະພາບແວດລ້ອມຮອງຮັບພະລັງງານສະອາດ

• ການອຳນວຍຄວາມສະດວກດ້ານການແລກປ່ຽນເງິນຕາຕ່າງປະເທດ

• ການປັບປຸງບັນຍາກາດການລົງທຶນໃຫ້ດີຂຶ້ນ

ປີ 2026 ຍັງເປັນປີທຳອິດ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເຊິ່ງຍີ່ປຸ່ນຖືເປັນໜຶ່ງໃນປະເທດຄູ່ຮ່ວມມືສຳຄັນ ທີ່ໄດ້ຊ່ວຍເຫຼືອ ແລະ ລົງທຶນໃນລາວຢ່າງຕໍ່ເນື່ອງ.

ຝ່າຍຍີ່ປຸ່ນ ຍັງໄດ້ຢືນຢັນຈະສືບຕໍ່ຮ່ວມມືກັບຝ່າຍລາວ ເພື່ອປັບປຸງສະພາບແວດລ້ອມການລົງທຶນ ແລະ ຮ່ວມແກ້ໄຂບັນຫາອຸປະສັກຕ່າງໆ ເພື່ອດຶງດູດການລົງທຶນໃໝ່ໆ ເຂົ້າມາໃນ ສປປ ລາວ ຫຼາຍຂຶ້ນ ໂດຍເນັ້ນໄປທີ່ການພັດທະນາສີຂຽວ ແລະ ຍືນຍົງ.

ທີ່ມາ: ຂ່າວເສດຖະກິດການຄ້າ

: Lao Youth Radio

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles