ສຳເລັດໂຄງການຄຸ້ມຄອງປ່າໄມ້ແບບພູມີທັດ ພ້ອມສົ່ງເສີມຊີວິດປະຊາຊົນ ໃນ 3 ແຂວງພາກເໜືອ

ພິທີປິດໂຄງການຈັດຕັ້ງປະຕິບັດການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ (I-GFLL) ຢູ່ແຂວງຫົວພັນ, ແຂວງຫລວງພະບາງ ແລະ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ 2026 ທີ່ນະຄອນຫລວງວຽງຈັນ ທ່າມກາງການເຂົ້າຮ່ວມຂອງບັນດາພາກສ່ວນກ່ຽວຂ້ອງ.

ໃນພິທີ ໄດ້ຮັບກຽດຈາກ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພ້ອມດ້ວຍ ທ່ານ ຮັນສ ອຸນຣິກ ຊຸດແບ໋ກ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສະຫະພັນເຢຍລະມັນ ປະຈຳ ສປປ ລາວ, ມີປະທານຄະນະປົກຄອງແຂວງຫົວພັນ, ແຂວງໄຊຍະບູລີ, ບັນດາປະທານ-ຮອງປະທານປົກຄອງເມືອງ ທັງ 15 ເມືອງເປົ້າໝາຍ ແລະ ພາກສ່ວນຕ່າງໆ ເຂົ້າຮ່ວມ.

ທ່ານ ກິແກ້ວ ສິງນາວົງ ໃຫ້ຮູ້ວ່າ: ໂຄງການ I-GFLL ແມ່ນໂຄງການຈັດຕັ້ງປະຕິບັດຢູ່ 3 ແຂວງພາກເໜືອ ລວມ 15 ເມືອງ ແລະ 282 ບ້ານ ປະກອບມີ:

ແຂວງຫົວພັນ 7 ເມືອງ 150 ບ້ານ

ແຂວງຫລວງພະບາງ 4 ເມືອງ 66 ບ້ານ

ແຂວງໄຊຍະບູລີ 4 ເມືອງ 66 ບ້ານ

ໂຄງການນີ້ ເປັນການຮ່ວມມືທາງວິຊາການແບບສອງຝ່າຍ ລະຫວ່າງ ລັດຖະບານ ສປປ ລາວ ແລະ ສາທາລະນະລັດສະຫະພັນເຢຍລະມັນ ໂດຍມີຈຸດປະສົງເພື່ອຊ່ວຍລັດຖະບານລາວ ໃນການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດ ກ່ຽວກັບການອະນຸລັກປ່າໄມ້ ແລະ ການຫລຸດຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ.

ນອກຈາກນັ້ນ ໂຄງການຍັງໄດ້ສະໜັບສະໜູນ ຈຸດປະສົງຂອງຍຸດທະສາດປ່າໄມ້ ປີ 2020 ແລະ ຍຸດທະສາດການປ່ຽນແປງດິນຟ້າອາກາດຂອງ ສປປ ລາວ ພ້ອມທັງການຈັດຕັ້ງປະຕິບັດແຜນງານຫລຸດຜ່ອນການປ່ອຍອາຍເຮືອນແກ້ວ (ERP) ທີ່ໄດ້ຮັບການຕອບຮັບຈາກກອງທຶນກາກບອນ FCPF ໃນເດືອນ ມິຖຸນາ 2018.

ສຳລັບໄລຍະການດຳເນີນໂຄງການ ໄດ້ເລີ່ມຕັ້ງແຕ່ປີ 2020-2024 ແລະ ໄດ້ຂະຫຍາຍເວລາອອກອີກ 1 ປີ ຈົນຮອດປີ 2025 ໂດຍໄດ້ຮັບທຶນຈາກ ກອງທຶນດິນຟ້າອາກາດສີຂຽວ (GCF) ລວມມູນຄ່າ 16,1 ລ້ານເອີໂຣ

ງົບປະມານດັ່ງກ່າວ ໄດ້ແບ່ງອອກເປັນ 2 ບ້ວງຫຼັກ ຄື:

ການຈັດຕັ້ງປະຕິບັດໂດຍ ກົມປ່າໄມ້ ແລະ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ມູນຄ່າ 11.098.938 ເອີໂຣ

ໂຄງການ GIZ CliPAD ມູນຄ່າ 5.401.062 ເອີໂຣ

ພ້ອມນີ້ ຍັງໄດ້ຮັບທຶນສະໜັບສະໜູນເພີ່ມເຕີມ ຈາກກະຊວງພັດທະນາເສດຖະກິດ ແຫ່ງສະຫະພັນເຢຍລະມັນ (BMZ) ຈຳນວນ 6,5 ລ້ານເອີໂຣ ແລະ ທຶນສົມທົບຈາກ ລັດຖະບານ ສປປ ລາວ ອີກ 11.838.361 ເອີໂຣ.

ການສະຫລຸບປິດໂຄງການໃນຄັ້ງນີ້ ຖືເປັນການສະທ້ອນໃຫ້ເຫັນເຖິງຄວາມສຳເລັດຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາ ໃນການອະນຸລັກປ່າໄມ້, ຮັກສາຊັບພະຍາກອນທຳມະຊາດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນຢ່າງຍືນຍົງ.

ທີ່ມາ: ຂປລ

Lao Youth Radio

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles