ສຸດຍອດນ້ອງໝາ ຫາເງິນໄດ້ 14,000 ໂດລາ ຈາກການເກັບຕຸກນ້ຳພລາສຕິກຂາຍ

ສໍານັກຂ່າວ Vnexpress ໄດ້ລາຍງານຂ່າວຄວາມໜ້າຮັກຂອງ ສ່ຽວປາຍ (Xiaobai), ໝານ້ອຍຄໍາຮູ້ຈາກເມືອງກວາງໂຈ່ວ, ສປ ຈີນ. ທີ່ໄດ້ກາຍເປັນກະແສໂດ່ງດັງ ພາຍຫຼັງໃຊ້ເວລາ 7 ປີ ອອກເກັບຂວດນ້ຳພລາສຕິກຕາມຖະໜົນ ຈົນສ້າງລາຍຮັບໄດ້ຫຼາຍກວ່າ 14,000 ໂດລາ (ປະມານ 300 ກວ່າລ້ານກີບ) ເຊິ່ງສ່ວນໃຫຍ່ ມາຈາກການຂາຍຂວດນໍ້າພລາສຕິກ ແລະ ການເຮັດຄອນເທນ ລົງໃນສື່ສັງຄົມອອນລາຍ ທີ່ມີຜູ້ຕິດຕາມຫຼາຍແສນຄົນ.

ໂດຍທາງເຈົ້າຂອງ ໄດ້ເປີດເຜີຍວ່າ: ສ່ຽວປາຍ ມີຄວາມສາມາດພິເສດໃນການໄຂຝາ ແລະ ຢຽບຂວດນ້ຳ ໃຫ້ແປເພື່ອສະດວກໃນການຄາບມາ.​ນອກຈາກນີ້, ເຈົ້າຂອງຍັງໄດ້ກ່າວອີກວ່າ: ລາຍຮັບປະມານ 40% ແມ່ນໄດ້ນຳໄປບໍລິຈາກໃຫ້ແກ່ສູນກູ້ໄພສັດ ແລະ ຊື້ອາຫານໃຫ້ກັບແມວຈອນຈັດ ເພື່ອສ້າງປະໂຫຍດຄືນແກ່ສັງຄົມ.

ເລື່ອງລາວນີ້, ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມສະຫຼາດຂອງສັດ, ແຕ່ໄດ້ກາຍເປັນແຮງບັນດານໃຈ ໃນການຮັກສາສິ່ງແວດລ້ອມ ແລະ ການແບ່ງປັນຄວາມຮັກແພງ ໃຫ້ແກ່ສັດຮ່ວມໂລກທີ່ດ້ອຍໂອກາດອີກດ້ວຍ.

ທີ່ມາ: Vnexpress

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles