ພະຍຸໝາກເຫັບຖຫຼົ່ມ “ບ້ານວຽງຄຳ” ເມືອງສີໂຄດຕະບອງ ເສຍຫາຍໜັກກວ່າ 1,500 ຫຼັງຄາເຮືອນ, ພົບຜູ້ບາດເຈັບ 8 ຄົນ

​ບ້ານວຽງຄຳ ກາຍເປັນເຂດທີ່ໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດ ຈາກເຫດການພະຍຸລະດູຮ້ອນ ແລະ ໝາກເຫັບຕົກໃນທ້າຍອາທິດຜ່ານມາ ສ້າງຄວາມເສຍຫາຍແກ່ເຮືອນຊານ, ໂຮງຮຽນ, ວັດວາອາຮາມ ແລະ ພາຫະນະ ເປັນບໍລິເວນກວ້າງ ໂດຍຍັງບໍ່ສາມາດປະເມີນມູນຄ່າຄວາມເສຍຫາຍໄດ້.

​ທ່ານ ປໍວ່າງ ໄຊຢ້າວວົງ ເລຂາພັກບ້ານ, ນາຍບ້ານວຽງຄຳ ໄດ້ໃຫ້ສຳພາດຕໍ່ທີມຂ່າວສື່ມວນຊົນ ປກສ ໃນວັນທີ 23 ມີນາ 2026 ວ່າ: ເຫດການດັ່ງກ່າວເກີດຂຶ້ນໃນເວລາປະມານ 16:00-17:00 ໂມງ ຂອງວັນທີ 22 ມີນາ 2026. ລົມພະຍຸ ແລະ ໝາກເຫັບທີ່ຕົກລົງມາຢ່າງກະທັນຫັນ ໄດ້ສົ່ງຜົນກະທົບດັ່ງນີ້:

• ​ເຮືອນປະຊາຊົນ: ເປ່ເພເສຍຫາຍຢ່າງໜັກໜ່ວງລວມທັງໝົດ 1,593 ຫຼັງຄາເຮືອນ.

• ​ສິ່ງກໍ່ສ້າງສາທາລະນະ: ໂຮງຮຽນ 3 ຫຼັງ, ວັດວາອາຮາມ, ຕະຫຼາດ ແລະ ຮ້ານຄ້າ ໄດ້ຮັບຄວາມເສຍຫາຍ.

• ​ຜູ້ບາດເຈັບ: ພົບຜູ້ບາດເຈັບເລັກໜ້ອຍ 5 ຄົນ ແລະ ບາດເຈັບສົມຄວນ 3 ຄົນ.

• ​ຊັບສິນອື່ນໆ: ພາຫະນະ (ລົດໃຫຍ່-ລົດຈັກ), ບ່ອນທຳການຜະລິດ ແລະ ຊັບສິນຕ່າງໆ ຂອງພໍ່ແມ່ປະຊາຊົນທົ່ວບ້ານໄດ້ຮັບຄວາມເສຍຫາຍເປັນຈຳນວນຫຼາຍ.

​ນອກຈາກບ້ານວຽງຄຳແລ້ວ, ພະຍຸໝາກເຫັບໃນຄັ້ງນີ້ຍັງໄດ້ແຜ່ຂະຫຍາຍວົງກວ້າງ ໄປຍັງບ້ານອ້ອມຂ້າງທີ່ມີຊາຍແດນຕິດຈອດກັນ ໃນເຂດເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງໄດ້ຮັບຜົນກະທົບໜັກເຊັ່ນດຽວກັນ ຄື:

• ​ບ້ານໜອງແຕ່ງເໜືອ

• ​ບ້ານຈັນສະຫວ່າງ

• ​ບ້ານຕາດທອງ

• ​ບ້ານຈຳປາ

​ປັດຈຸບັນ, ອຳນາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງ ພວມເລັ່ງເກັບກຳຂໍ້ມູນລະອຽດ ເພື່ອປະເມີນມູນຄ່າຄວາມເສຍຫາຍທັງໝົດ ແລະ ວາງແຜນການຊ່ວຍເຫຼືອຟື້ນຟູໃນຂັ້ນຕໍ່ໄປ. ພ້ອມກັນນັ້ນ ກໍຂໍໃຫ້ປະຊາຊົນຕິດຕາມການລາຍງານສະພາບອາກາດຢ່າງໃກ້ຊິດ ເພື່ອເຝົ້າລະວັງພະຍຸລະດູຮ້ອນທີ່ອາດເກີດຂຶ້ນໄດ້ອີກໃນໄລຍະນີ້.

​ທີ່ມາ: ຄວາມສະຫງົບ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles