ວັນທີ 24 ມີນາ ຂອງທຸກໆປີ, ແມ່ນວັນ ວັນນະໂຣກ ໂລກ. ໃນປີນີ້ ແມ່ນຄົບຮອບ 144 ປີ ພາຍຫຼັງໄດ້ປະກາດການຄົ້ນພົບເຊື້ອຈຸລິນຊີ ໄມໂຄແບັກທີຣຽມ ທູເບີຄູ ໂລຊິສ (Mycobacterium tuberculosis) ທີ່ເປັນສາເຫດຂອງວັນນະໂຣກ ໂດຍທ່ານ Robert Koch ວັນທີ 24 ມີນາ ປີ 1882.
ພະຍາດວັນນະໂຣກ ແມ່ນເປັນໜຶ່ງໃນພະຍາດຊຶມເຊື້ອຮ້າຍແຮງອັນດັບຕົ້ນໆ ທີ່ຂ້າຊີວິດຂອງຄົນໃນໂລກ ສົ່ງຜົນກະທົບທາງດ້ານສຸຂະພາບ, ເສດຖະກິດ ແລະ ສັງຄົມໃຫ້ກັບປວງຊົນໃນທົ່ວໂລກ ແລະ ເປັນສາເຫດຫຼັກໆ ຂອງການເສຍຊີວິດໃນຜູ້ຕິດເຊື້ອເຮສໄອວີ ທັງທີ່ພະຍາດດັ່ງກ່າວສາມາດປ້ອງກັນ ແລະ ປິ່ນປົວໃຫ້ຫາຍດີໄດ້.
ທ່ານຮູ້ ຫຼື ບໍ່ ວ່າ ວັນນະໂລກ ແມ່ນຫຍັງ?
ວັນນະໂລກ ແມ່ນພະຍາດຕິດຕໍ່ທີ່ເກີດຈາກການຕິດເຊື້ອແບັກທິເຣຍຊະນິດໜຶ່ງ ເຊິ່ງໂດຍສ່ວນໃຫຍ່ແມ່ນສົ່ງຜົນກະທົບຕໍ່ປອດຂອງຄົນເຮົາ. ວັນນະໂລກສາມາດແຜ່ກະຈາຍຜ່ານທາງອາກາດ ໃນເວລາທີ່ຄົນເປັນພະຍາດວັນນະໂລກ ໄອ, ຈາມ ຫຼື ຖົ່ມນໍ້າລາຍອອກມາ .
ໃນ ສປປ ລາວ, ອີງຕາມການຄາດຄະເນຂອງອົງການອະນາໄມໂລກ ມີຄົນທີ່ເສຍຊີວິດປະມານ 1,100 ຄົນຕໍ່ປີ ຈາກພະຍາດວັນນະໂລກ. ໃນທົ່ວໂລກ, ມີຄົນເສຍຊີວິດຍ້ອນພະຍາດວັນນະໂລກເຖິງ 1.25 ລ້ານຄົນ ໃນປີ 2023.
ແຕ່ວ່າ ພະຍາດວັນນະໂລກ ແມ່ນສາມາດປ້ອງກັນ ແລະ ປິ່ນປົວໃຫ້ຫາຍດີໄດ້.
ຈົ່ງພ້ອມກັນປະກອບສ່ວນ ລົບລ້າງວັນນະໂຣກ ເພື່ອຊ່ວຍຊີວິດ, ຮີບດ່ວນໃນການປະກອບສ່ວນດ້ານບຸກຄະລາກອນ ຕໍ່ສູ້ກັບວັນນະໂຣກ ໃຫ້ບັນລຸຕາມຄຳໝັ້ນສັນຍາຂອງຜູ້ນຳໂລກ ແລະ ຖະແຫຼງການທາງການເມືອງ ຂອງ ກອງປະຊຸມລະດັບສູງ ເພື່ອລົບລ້າງວັນນະໂຣກ.
ຈົ່ງພ້ອມກັນ ປະກອບສ່ວນ ຮັບປະກັນການເຂົ້າເຖິງການປ້ອງກັນ ແລະ ເບິ່ງແຍງດູແລຮັກສາຢ່າງສະເໝີພາບ ໂດຍສອດຄ່ອງກັບຈຸດປະສົງຂອງ ອົງການອະນາໄມໂລກ ໃນການບັນລຸການປົກຄຸມສຸຂະພາບທົ່ວປວງຊົນ.
ກະຊວງສາທາລະນະສຸກ ໄດ້ມີວິໄສທັດໃນການເລັງເຫັນໃຫ້ ສປປ ລາວ ປາສະຈາກການຕິດເຊື້ອວັນນະໂຣກ ແລະ ການເປັນພະຍາດ ວັນນະໂຣກ ແລະ ໄດ້ຮັບຮອງເອົາຫຼັກໄຊ ແລະ ເປົ້າໝາຍຍຸດທະສາດ ລົບລ້າງວັນນະໂຣກ ຕາມອົງການອະນາໄມໂລກ ແລະ ເປົ້າໝາຍການ ພັດທະນາແບບຍືນຍົງ ເພື່ອບໍ່ໃຫ້ມີພະຍາດວັນນະໂຣກ ຢູ່ໃນໂລກ .
ບໍ່ໃຫ້ມີການເສຍຊີວິດ, ບໍ່ໃຫ້ເປັນພະຍາດ, ບໍ່ໃຫ້ມີຜົນກະທົບຍ້ອນພະຍາດວັນນະໂຣກ ໃນປີ 2030. ແຜນງານຄວບຄຸມວັນນະໂຣກ ໄດ້ເຊື່ອມສານເອົາວຽກງານການດູແລຮັກສາສຸຂະພາບຂັ້ນຕົ້ນ ໃນຂອບເຂດທົ່ວປະເທດ .
ເຖິງຢ່າງໃດກໍຕາມ, ຍັງມີຈຳນວນຄົນເຈັບ ວັນນະໂຣກບໍ່ໜ້ອຍ ທີ່ບໍ່ໄດ້ຮັບການບົ່ງມະຕິ ແລະ ປິ່ນປົວ ຊຶ່ງໝາຍເຖິງວັນນະໂຣກ ຍັງສືບຕໍ່ແຜ່ເຊື້ອຢູ່ໃນຊຸມຊົນ .
ມັນເປັນສິ່ງສຳຄັນ ທີ່ຕ້ອງໄດ້ຂໍການສະໜັບສະໜູນຈາກບັນດາຄູ່ຮ່ວມງານ ແລະ ທຸກໆຄົນ ເພື່ອຮັບປະກັນໃຫ້ທຸກໆກໍລະນີສົງໄສ ສາມາດເຂົ້າເຖິງການ ບໍລິການສາທາລະນະສຸກ ແລະ ໄດ້ຮັບການປິ່ນປົວທັນທີ .
ເພື່ອໃຫ້ບັນລຸເປົ້າໝາຍການລົບລ້າງວັນນະໂຣກ ແມ່ນຮຽກຮ້ອງໃຫ້ມີການປະກອບສ່ວນຈາກຫຼາຍຂະແໜງການ ໂດຍສະເພາະບັນດາຜູ້ນຳ ກະຊວງ ແລະ ຂະແໜງການຕ່າງໆ ຂອງກະຊວງສາທາລະນະສຸກ, ພະນັກງານແພດ , ແຜນງານວັນນະໂຣກ, ຜູ້ນຳຊຸມຊົນ/ອົງການຈັດຕັ້ງທາງສັງຄົມ, ໄວໜຸ່ມ ແລະ ບຸກຄົນທົ່ວໄປ ລວມທັງ ຊຸມຊົນຜູ້ທີ່ໄດ້ຮັບຜົນກະທົບ ເພື່ອມີສ່ວນຮ່ວມ ແລະ ຄວາມຮັບຜິດຊອບ ໃນການລົບລ້າງວັນນະໂຣກ ໃຫ້ໄດ້ຕາມພັນທະສັນຍາ.
Lao Youth Radio FM90MHz


