ຍີ່ປຸ່ນຊ່ວຍເຫຼືອລ້າ ກວ່າ 79ຕື້ກີບ ຕໍ່ຕ້ານອາຊາຍາກຳຂ້າມຊາດ ລາວ, ກຳປູເຈຍ, ໄທ ແລະ ຫວຽດນາມ

ໃນວັນທີ 16 ກຸມພາທີ່ຜ່ານມາ, ພະນະທ່ານ ໂອຕະກະ ມະຊະໂຕະ, ເອກອັກຄະຣາຊະທູດຍີ່ປຸ່ນ​ ປະຈຳປະເທດໄທ​ ແລະ ທ່ານ ເດວຟິນ ຊັນ, ຕາງໜ້າອົງການສະຫະປະຊາຊາດ​ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ປະຈຳຂົງເຂດ ໄດ້ຮ່ວມລົງນາມໃນເອກະສານແລກປ່ຽນໂຄງການຊ່ວຍເຫຼືອລ້າມູນຄ່າ 516 ລ້ານເຢນ ເພື່ອປະຕິບັດ “ໂຄງການເສີມສ້າງຄວາມຮ່ວມມືຂ້າມແດນ ເພື່ອຕໍ່ຕ້ານອາຊະຍາກຳຂ້າມຊາດໃນຂົງເຂດລຸ່ມແມ່ນ້ຳຂອງ (ສປປ ລາວ​, ກຳປູເຈຍ​, ໄທ​ ແລະ ຫວຽດນາມ​ )” ໃນເຮືອນພັກທ່ານທູດຢູ່ທີ່ບາງກອກ.

ໂຄງການດັ່ງກ່າວຈະຊ່ວຍຍົກລະດັບຄວາມສາມາດໃນການສືບສວນສອບສວນ ແລະ ການຮ່ວມມືໃນພາກພື້ນ ໂດຍເນັ້ນໜັກໃນການຕໍ່ສູ້ກັບບັນຫາການສໍ້ໂກງທາງອິນເຕີເນັດຜ່ານການສະໜອງເຄື່ອງມືສະເພາະ, ການຝຶກອົບຮົມເຈົ້າໜ້າທີ່ ແລະ ພັດທະນາແນວທາງປະຕິບັດການ ເພື່ອເສີມສ້າງຄວາມປອດໄພ ແລະ ການພັດທະນາທີ່ຍືນຍົງໃຫ້ແກ່ປະເທດໃນຂົງເຂດແມ່ນ້ຳຂອງ.

​ທີ່ມາ: ສະຖານທູດຍີ່ປຸ່ນປະຈຳລາວ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles