ເມື່ອໂລກໝຸນໄວຈົນບາງຄັ້ງ “ສັດທາ” ກໍຕ້ອງປັບຕົວ ຫຼ້າສຸດມະຫາວິທະຍາໄລກຽວໂຕ ປະເທດຍີ່ປຸ່ນ ໄດ້ສ້າງສຽງຮືຮາໄປທົ່ວໂລກ ດ້ວຍການເປີດຕົວ “Buddharoid” (ບຸດດາລອຍ) ຫຸ່ນຍົນພະສົງທີ່ຂັບເຄື່ອນດ້ວຍລະບົບປັນຍາປະດິດ (AI) ສຸດລ້ຳ ເພື່ອມາເປັນທີ່ເພິ່ງທາງໃຈໃນຍຸກທີ່ພະສົງໃນຍີ່ປຸ່ນເລີ່ມຂາດແຄນ
Buddharoid ແມ່ນໃຜ? ແລະ ເຮັດຫຍັງໄດ້ແດ່?
ຫຸ່ນຍົນຮິວມານອຍ (Humanoid) ຕົວນີ້ ບໍ່ໄດ້ມີດີແຕ່ຮູບລັກສະນະ ແຕ່ມັນຖືກຕິດຕັ້ງ “ສະໝອງກົນ” ທີ່ຊື່ວ່າ BuddhaBotPlus:
1. ຮຽນຮູ້ຈາກຄຳພີ: ມັນຖືກຝຶກຝົນດ້ວຍຂໍ້ມູນຈາກຄຳພີທາງພຸດທະສາສະໜາທີ່ເລິກເຊິ່ງ ແລະ ຊັບຊ້ອນທີ່ສຸດ.
2. ໂຕ້ຕອບໄດ້ຄືຄົນ: ສາມາດພະນົມມືໄຫວ້, ເຄື່ອນໄຫວຮ່າງກາຍ ແລະ ສົນທະນາທຳໄດ້ຢ່າງຄ່ອງແຄ້ວ.
3. ທີ່ປຶກສາທີ່ໄວ້ໃຈໄດ້: ເໝາະສຳລັບຄົນທີ່ມີເລື່ອງບໍ່ສະບາຍໃຈ ແຕ່ບໍ່ກ້າເວົ້າກັບມະນຸດດ້ວຍກັນ. ຫຸ່ນຍົນຕົວນີ້ພ້ອມຮັບຟັງໂດຍບໍ່ມີການຕັດສິນ
ລອງຂອງຈິງ ເມື່ອນັກຂ່າວຖາມທຳກັບ AI
ໃນການສາທິດ ນັກຂ່າວຈາກ NHK ໄດ້ລອງລະບາຍຄວາມໃນໃຈວ່າ: “ຂ້ອຍມັກຄິດຫຼາຍ ແລະ ວິຕົກກັງວົນຢູ່ສະເໝີ” Buddharoid ກໍໄດ້ໃຫ້ທຳມະເຕືອນສະຕິແບບສຸດຄົມວ່າ:
“ຫຼັກທຳສອນວ່າ ສິ່ງສຳຄັນຄືການບໍ່ຫຼົງເຊື່ອຄວາມຄິດຂອງຕົນເອງຢ່າງງົມງາຍ ຫຼື ຮີບຮ້ອນເຮັດສິ່ງຕ່າງໆເກີນໄປ ວິທີໜຶ່ງຄືການເຮັດຈິດໃຈໃຫ້ສະຫງົບ ແລະ ປ່ອຍວາງຈາກຄວາມຄິດນັ້ນ”
ເປັນຫຍັງຍີ່ປຸ່ນຕ້ອງມີ “ພະ AI”?
ຍີ່ປຸ່ນກຳລັງປະເຊີນກັບວິກິດ “ຂາດແຄນພະສົງ” ຢ່າງໜັກ ເນື່ອງຈາກສັງຄົມຜູ້ສູງອາຍຸ ແລະ ປະຊາກອນທີ່ຫຼຸດລົງ. ຫຸ່ນຍົນ Buddharoid ຈຶ່ງອາດຈະກາຍເປັນ:
1. ຕົວແທນປະກອບພິທີກຳ: ໃນພື້ນທີ່ຫ່າງໄກສອກຫຼີກທີ່ບໍ່ມີພະສົງອາໄສຢູ່.
2. ຂົວຕໍ່ທາງຈິດໃຈ: ດຶງດູດຄົນຮຸ່ນໃໝ່ໃຫ້ເຂົ້າຫາທຳມະໄດ້ງ່າຍຂຶ້ນຜ່ານເຕັກໂນໂລຊີ.
ຄວາມທ້າທາຍ ແລະ ຈິດວິຍານ
ແນ່ນອນວ່າ “ຫຸ່ນຍົນ” ກັບ “ສາສະໜາ” ເປັນເລື່ອງທີ່ຕ້ອງຖົກຖຽງກັນທາງດ້ານຈິດວິຍານ ແລະ ຈັນຍາບັນ. ທາງມະຫາວິທະຍາໄລກຽວໂຕເອງກໍຍອມຮັບວ່າ ຍັງຕ້ອງມີການປຶກສາຫາລືກັນອີກຍາວນານວ່າ ຫຸ່ນຍົນສາມາດທົດແທນ “ຈິດວິນຍານ” ຂອງມະນຸດໄດ້ແທ້ ຫຼື ບໍ່?
ທີ່ມາ: TNN Tech

