ສານຂອງທ່ານນາຍົກເນື່ອງໃນໂອກາດ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກທຸກຄົນ

ສານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເນື່ອງໃນໂອກາດ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2025 ພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດການໃຊ້ຄວາມຮຸນແຮງ ຜ່ານທາງດິຈິຕອນ ຕໍ່ແມ່ຍິງ ແລະ​ ເດັກຍິງທຸກຄົນ.​

ສານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເນື່ອງໃນໂອກາດ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2025 ພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດການໃຊ້ຄວາມຮຸນແຮງ ຜ່ານທາງດິຈິຕອນ ຕໍ່ແມ່ຍິງ ແລະ​ ເດັກຍິງທຸກຄົນ

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ!

ເນື່ອງໃນໂອກາດວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ຄົບຮອບ 25 ປີ (25 ພະຈິກ 2000 – 2025), ບັນດາປະເທດໃນທົ່ວໂລກ ກໍຄື ສປປ ລາວ ພວກເຮົາໄດ້ສ້າງຂະບວນການ ລະນຶກວັນດັ່ງກ່າວ, ສໍາລັບປີນີ້ແມ່ນພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດການໃຊ້ຄວາມຮຸນແຮງຜ່ານທາງດີຈີຕອນ ຕໍ່ແມ່ຍິງ ແລະ ເດັກຍິງ ທຸກຄົນ”

ໃນນາມຕາງໜ້າໃຫ້ພັກ ແລະ ລັດຖະບານແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງພໍ່ແມ່ປະຊາຊົນ, ເພື່ອນມິດສະຫາຍ ແລະ ພະນັກງານ-ລັດຖະກອນໃນຂອບເຂດທົ່ວປະເທດ, ຖືໂອກາດນີ້ເປັນການຢັ້ງຢືນຄືນເຖິງມານະຈິດທາງການເມືອງ ແລະ ຄວາມໝາຍໝັ້ນອັນແຮງກ້າຂອງວົງຄະນາຍາດສາກົນຮ່ວມກັນໃນການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ທັງເປັນໂອກາດທີ່ດີທີ່ພວກເຮົາຈະໄດ້ພ້ອມກັນທົບທວນ ແລະ ສັງເກດຕີລາຄາຄືນກ່ຽວກັບຜົນສໍາເລັດ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດວຽກງານການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເຊິ່ງສາມາດເກີດໄດ້ຫຼາຍຮູບການ ແລະ ຜ່ານຫຼາຍຊ່ອງທາງ ໂດຍສະເພາະໃນສັງຄົມທີ່ນັບມື້ຈະຫັນໄປສູ່ລະບົບດິຈິຕອນ.

ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ!

ປັດຈຸບັນ, ທົ່ວໂລກກໍາລັງຢູ່ໃນຍຸກສະໄໝຂອງຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ເພື່ອອຳນວຍຄວາມສະດວກໃນການຕິດຕໍ່ສື່ສານ, ການສຶກສາ, ການຄ້າ ແລະ ອື່ນໆ ທີ່ເປັນປະໂຫຍດຕໍ່ສັງຄົມ ແລະ ການພັດທະນາ; ແຕ່ໃນເວລາດຽວກັນ ການປ່ຽນແປງທາງດ້ານເຕັກໂນໂລຊີ ແລະ ການເຕີບໂຕຢ່າງໄວວາຂອງປັນຍາປະດິດ (AI) ກໍ່ກຳລັງສ້າງຄວາມສ່ຽງໃໝ່ ແລະ ເພີ່ມຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຢ່າງຕໍ່ເນື່ອງ ເຊັ່ນ: ການນໍາໃຊ້ເຕັກໂນໂລຊີ ເພື່ອການສະແຫວງຫາຜົນປະໂຫຍດ ເປັນຕົ້ນ ການຕິດຕາມ, ລົບກວນ, ການສົ່ງຕໍ່ຮູບພາບສ່ວນຕົວທີ່ບໍ່ໄດ້ຮັບຄວາມຍິນຍອມ, ຂົມຂູ່ທາງອອນລາຍ, ຮູບພາບປອມລາມົກອາ ນາຈານທີ່ສ້າງດ້ວຍ ເອໄອ, ຮູບພາບວີດີໂອ ແລະ ສຽງທີ່ຖືກດັດແປງດ້ວຍ ດິຈິຕອນ,ຄຳເວົ້າທີ່ໃສ່ຮ້າຍປ້າຍສີ ແລະ ການໃຊ້ຂໍ້ມູນທີ່ບໍ່ຖືກຕ້ອງໃນເວທີສື່ສັງຄົມ ແລະ ອື່ນໆ.

ການກະທຳເຫຼົ່ານີ້ບໍ່ພຽງແຕ່ເກີດຂຶ້ນທາງອອນລາຍ ແຕ່ຍັງນຳໄປສູ່ຄວາມຮຸນແຮງໃນຊີວິດຈິງ ເຊັ່ນ: ການບັງຄັບ,​ ການລ່ວງລະເມີດທາງເພດ ໄປເຖິງການຄາຕະກຳແມ່ຍິງ ແລະ ເດັກຍິງ, ຄວາມອັນຕະລາຍເຫຼົ່ານີ້ສາມາດແກ່ຍາວ ແລະ ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ສຸຂະພາບ, ສະຫວັດດີພາບ ແລະ ຄວາມປອດໄພຂອງຜູ້ຖືກເຄາະຮ້າຍ.

ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນພາວະວິໄສ ໃນການແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຜ່ານທາງອອນລາຍ, ໃນຊຸມປີຜ່ານມາ ພັກ ແລະ ລັດ ຖະບານ ໄດ້ຮັບຮອງເອົາບັນດານະໂຍບາຍ ແລະ ກົດໝາຍທີ່ສຳຄັນ​ ເປັນຕົ້ນ: ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍ ການຕ້ານ ແລະ​ ສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງ ແລະ​ ເດັກ, ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາດຊະຍາກຳທາງອິນເຕີເນັດ,​ ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ, ດຳລັດດ້ວຍການຄວບຄຸມຂໍ້ມູນຜ່ານອິນເຕີເນັດ. ນອກຈາກນັ້ນ, ຍັງໄດ້ມີການໂຄສະນາເຜີຍແຜ່ໃນການນຳໃຊ້ສື່ອອນລາຍທີ່ຖືກຕ້ອງ, ໃຫ້ຄໍາແນະນໍາ, ຂໍ້ມູນ ແລະໃຫ້ຄໍາປຶກສາກ່ຽວກັບຄວາມຮຸນແຮງທາງອອນລາຍ ແລະ ໃຫ້ການຊ່ວຍເຫຼືອຜູ້ທີ່ຖືກຄວາມຮຸນແຮງຜ່ານທາງອອນລາຍ.

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ!

ເນື່ອງໃນໂອກາດວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2025, ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍຖືໂອກາດນີ້ ຕາງໜ້າໃຫ້ລັດຖະບານ ສະແດງຄວາມຊົມເຊີຍ ມາຍັງການຈັດຕັ້ງພັກ-ລັດ,ແນວລາວສ້າງຊາດ,ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງທ້ອງຖິ່ນ, ພາກເອກະຊົນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ໄດ້ປະກອບສ່ວນໃນວຽກງານປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງຢ່າງຕັ້ງໜ້າ.

ພ້ອມນັ້ນ, ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ,​ ອົງການຈັດຕັ້ງສາກົນ,​ອົງການບໍ່ສັງກັດລັດຖະບານ ແລະ ພາກທຸລະ ກິດ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ,​ ຊ່ວຍເຫຼືອໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ໃນການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໄດ້ຮັບຜົນດີຕະຫຼອດມາ ແລະ ຫວັງວ່າ ທຸກພາກສ່ວນ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຕື່ມອີກໃນອະນາຄົດ.

ເຖິງເວລາແລ້ວ ທີ່ພວກເຮົາ ຈະຕ້ອງຮ່ວມກັນ ປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງ ຜ່ານທາງດິຈິຕອນ ຕໍ່ແມ່ຍິງ ແລະເດັກ ຢ່າງຈິງຈັງ ແລະ ຕ້ອງຖືເປັນຄວາມຮັບຜິດຊອບຮ່ວມກັນຂອງທຸກພາກສ່ວນໃນສັງຄົມ; ຂ້າພະເຈົ້າຮຽກຮ້ອງມາຍັງທຸກຂະແໜງການ, ບໍລິສັດທີ່ໃຫ້ບໍລິການດ້ານເຕັກໂນໂລຊີ, ຄູ່ຮ່ວມພັດທະນາ,​ ອົງການຈັດຕັ້ງສາກົນ,​ ອົງການບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ ຮ່ວມກັນກຳນົດມາດຕະການ ແລະ ສະໜອງຊັບພະຍາ ກອນທີ່ຈໍາເປັນ ເພື່ອປ້ອງກັນ​ ແລະ ແກ້ໄຂ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຜ່ານທາງດິຈິຕອນ ດ້ວຍການ:

1. ສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ການປັບຕົວໃນການນຳໃຊ້ນະວັດຕະກຳ ດິຈິຕອນໃຫ້ ແມ່ຍິງ, ເດັກຍິງ ແລະ ທຸກພາກສ່ວນໃນສັງຄົມ;

2. ກຳນົດໃຫ້ການໃຊ້ຄວາມຮູນແຮງ ຜ່ານທາງດິຈິຕອນ ຕໍ່ແມ່ຍິງ ແລະ ເດັກຍິງ ເປັນຄວາມຜິດທາງອາຍາ;

3. ສ້າງຄວາມເຂັ້ມແຂງໃຫ້ຂະແໜງການບັງຄັບໃຊ້ກົດໝາຍໃນການສືບສວນ ແລະ ດໍາເນີນຄະດີ ເພື່ອສາມາດນໍາເອົາຜູ້ກະທໍາຜິດມາລົງໂທດຕາມກົດໝາຍ; ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ພາກສ່ວນທີ່ຮັບຜິດຊອບຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໃຫ້ສາມາດໃຫ້ການບໍລິການຢ່າງມີປະສິດທິພາບ ແລະ ຍຸດຕິທຳ;

4. ພາກສ່ວນທີ່ກ່ຽວຂ້ອງຂອງລັດ​ ແລະເອກະຊົນຮ່ວມກັນ ຄົ້ນຄວ້າສ້າງນິຕິກໍາ ແລະ ມາດຕະການທີ່ເໝາະສົມໃນການຄຸ້ມຄອງ, ຕິດຕາມ ການນໍາໃຊ້ລະບົບດິຈິຕອນ ເປັນຕົ້ນ ຈັນຍາບັນ, ການຄວບຄຸມທາງດ້ານເນື້ອຫາ ແລະ ການໃຫ້ຄໍາແນະນໍາຕໍ່ຜູ້ໃຊ້ບໍລິການ.

ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ການຈັດຕັ້ງຂະບວນການລະນຶກ ວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ພາຍໃຕ້ຄຳຂວັນ “ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດການໃຊ້ຄວາມຮຸນແຮງຜ່ານທາງດິຈິຕອນ ຕໍ່ແມ່ຍິງ ແລະເດັກຍິງ ທຸກຄົນ ” ໃນປີ 2025 ນີ້ ຈົ່ງບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

ອວຍພອນໃຫ້ພີ່ນ້ອງຮ່ວມຊາດ ຈົ່ງປາສະຈາກຄວາມຮຸນແຮງທຸກປະເພດ, ຄອບຄົວມີຄວາມສາມະຄີປອງດອງ, ມີຄວາມສະເໝີພາບຍິງ-ຊາຍ,​ ສັງຄົມມີຄວາມສະຫງົບປອດໄພ, ປະເທດຊາດ ມີຄວາມສີວິໄລ.

ຂໍຂອບໃຈ!

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles