ຂີ້ເຫຍື້ອອະວະກາດ ທີ່ມະນຸດສ້າງຂຶ້ນກໍາລັງໂຄຈອນອ້ອມໂລກດ້ວຍຄວາມໄວສູງເຖິງ 28,000 ກິໂລແມັດຕໍ່ຊົ່ວໂມງ. ເຊິ່ງຂີ້ເຫຍື້ອດັ່ງກ່າວແມ່ນຈຳພວກວັດຖຸ ຫຼື ຊິ້ນສ່ວນຂອງເຄື່ອງຈັກທີ່ມະນຸດປະຖິ້ມໄວ້ໃນອະວະກາດລວມທັງ: ດາວທຽມທີ່ໝົດອາຍຸ ແຕ່ຍັງຄ້າງຢູ່ໃນວົງໂຄຈອນ (ປະມານ 3,000 ດວງ) ແລະ ເສດຊາກຈໍານວນນັບບໍ່ຖ້ວນຈາກບັ້ງໄຟ ຊິ້ນສ່ວນໂລຫະທີ່ຫຼຸດອອກມາ ແລະ ເສດຈາກການຕໍາກັນ.
ມີດາວທຽມທີ່ເຮັດວຽກປົກກະຕິພຽງແຕ່ປະມານ 2,000 ດວງເທົ່ານັ້ນ ແຕ່ມີດາວທຽມທີ່ໝົດອາຍຸເຖິງ 3,000 ດວງ ທີ່ລອຍຢູ່. ມີຂີ້ເຫຍື້ອຂະໜາດໃຫຍ່ກວ່າ 10 ຊັງຕີແມັດ ປະມານ 34,000 ຊິ້ນ ແລະ ຂະໜາດນ້ອຍອີກນັບລ້ານ. ສາເຫດຫຼັກເກີດຈາກ: ການສົ່ງວັດຖຸຈາກໂລກຂຶ້ນໄປອະວະກາດ ແລະ ປະໄວ້ໃນວົງໂຄຈອນ, ການຕໍາກັນລະຫວ່າງວັດຖຸໃນອະວະກາດ, ການທົດລອງອາວຸດທໍາລາຍດາວທຽມໃນວົງໂຄຈອນ (ໂດຍມະຫາອໍານາດເຊັ່ນ: ສະຫະລັດ, ຈີນ, ອິນເດຍ) ແລະ ຂີ້ເຫຍື້ອທີ່ຢູ່ໃນວົງໂຄຈອນລະດັບຕ່ໍາຈະຕົກກັບລົງສູ່ຊັ້ນບັນຍາກາດ ແລະ ຖືກເຜົາໄໝ້ພາຍໃນບໍ່ກີ່ປີ ແຕ່ຂີ້ເຫຍື້ອໃນວົງໂຄຈອນລະດັບສູງອາດຈະຢູ່ໄດ້ອີກຫຼາຍຮ້ອຍ ຫຼື ຫຼາຍພັນປີ.
ອັນຕະລາຍຕໍ່ພາລະກິດອະວະກາດ: ດາວທຽມຕ້ອງເຄື່ອນຫຼົບຂີ້ເຫຍື້ອເພື່ອຫຼີກລ້ຽງການຕໍາກັນ. ເຄີຍມີກໍລະນີດາວທຽມຈີນຢຸດປະຕິບັດງານ (ປີ 2021) ແລະ ກໍລະນີດາວທຽມຖືກທໍາລາຍ (ປີ 2009) ຍ້ອນການຕໍາກັບຂີ້ເຫຍື້ອອະວະກາດ. ຫຼ້າສຸດ, ຍານອະວະກາດຂອງຈີນໄດ້ຮັບຄວາມເສຍຫາຍຈົນເຮັດໃຫ້ໜ້າຕ່າງຍານແຕກຮ້າວ ເຊິ່ງເປັນສັນຍານເຕືອນໃຫຍ່.
ຜົນກະທົບຕໍ່ໂລກ: ຂີ້ເຫຍື້ອທີ່ຕົກລົງມາສູ່ໂລກເຊັ່ນ: ເສດຊາກຈໍານວນໜຶ່ງທີ່ພົບຢູ່ບໍລິເວນຊາຍຫາດໃນເມັກຊິກ ອາດຈະຖືກສັດກິນເຊັ່ນ: ເຕົ່າທະເລທີ່ໃກ້ຈະສູນພັນ ເຊິ່ງເປັນອັນຕະລາຍຕໍ່ສິ່ງແວດລ້ອມ ແລະ ລະບົບນິເວດ.
ຄວາມພະຍາຍາມໃນການແກ້ໄຂ: ອົງການສະຫະປະຊາຊາດ (UN) ກໍານົດໃຫ້ບໍລິສັດຕ່າງໆຕ້ອງນໍາດາວທຽມອອກຈາກວົງໂຄຈອນພາຍໃນ 25 ປີ ຫຼັງຈາກໝົດອາຍຸການໃຊ້ງານ ແລະ ຫຼາຍບໍລິສັດກຳລັງຄິດຄົ້ນວິທີໃໝ່ໆເພື່ອ ເກັບກູ້ຂີ້ເຫຍື້ອອະວະກາດເຊັ່ນ: ການອອກແບບເຄື່ອງມືເພື່ອນໍາດາວທຽມກັບສູ່ຊັ້ນບັນຍາກາດເພື່ອໃຫ້ເກີດການເຜົາໄໝ້ ແຕ່ສ່ວນໃຫຍ່ຍັງເໝາະກັບວັດຖຸຂະໜາດໃຫຍ່.
ທ່າອ່ຽງໃນອະນາຄົດ: ບັນຫາອາດຈະໃຫຍ່ຂຶ້ນອີກຍ້ອນຫຼາຍບໍລິສັດມີແຜນຈະສ້າງ ກຸ່ມດາວທຽມຂະໜາດໃຫຍ່ ເພື່ອສົ່ງສັນຍານອິນເຕີເນັດໂດຍອາດຈະມີດາວທຽມເພີ່ມຂຶ້ນເຖິງ 50,000 ດວງໃນວົງໂຄຈອນ ເຊິ່ງຈະເພີ່ມຄວາມສ່ຽງຕໍ່ອຸບັດເຫດ ແລະ ຂີ້ເຫຍື້ອຕົກລົງສູ່ໂລກ.
ທີ່ມາ: Today