ທ່ານໄດ້ລ້ຽງແມວດຳບໍ່? 18 ສິງຫາ ວັນຍົກຍ້ອງແມວດຳ

ວັນທີ 17 ສິງຫາ ຂອງທຸກໆປີ ແມ່ນວັນຍົກຍ້ອງແມວດຳ ຫຼື Black Cat Appreciation Day ເຫດຜົນທີ່ຕ້ອງມີວັນນີ້ນັ້ນ ກໍ່ເພື່ອໃຫ້ແມວດຳໄດ້ຮັບຄວາມຮັກຫຼາຍຂຶ້ນ ເພື່ອໃຫ້ທຸກຄົນຮູ້ຈັກຄຸນຄ່າຂອງແມວດຳ ແລະ ໃຫ້ຄວາມຮັກ ຄວາມສຳຄັນກັບແມວດຳ ເຊັ່ນດຽວກັນກັບແມວສີອື່ນໆ.​

ເພາະໃນສະໄໝກ່ອນ ຄວາມເຊື່ອຂອງມະນຸດເຮົາ ໄດ້ທຳຮ້າຍສັດໂລກທີ່ໜ້າຮັກຢ່າງນ້ອງແມວດຳ ທີ່ຖືກກ່າວຫາວ່າ​ ເປັນສິ່ງຊົ່ວຮ້າຍ, ເປັນສັນຍາລັກແຫ່ງຄວາມໂຊກຮ້າຍ ແລະ ກໍແມ່ນມະນຸດອີກຫັ້ນແຫຼະ ທີ່ສ້າງຕົວຕົນອັນແສນຊົ່ວຮ້າຍໃຫ້ກັບແມວດຳ​ ວ່າເປັນຕົວແທນຂອງແມ່ມົດ​ ທີ່ຈະນຳພາຄວາມຊົ່ວຮ້າຍມາສູ່ຜູ້ລ້ຽງ, ເຮັດໃຫ້ເປັນເຫດຜົນອີກຢ່າງໜຶ່ງວ່າ​ ເປັນຫຍັງແມວດຳຈຶ່ງຖືກຖິ້ມຫຼາຍກວ່າແມວສີອື່ນໆ.​

ສຳລັບຢູ່ປະເທດລາວເຮົາເອງ ກໍມີຄ່ານິຍົມ ແລະ ຄວາມເຊື່ອດັ້ງເດີມກ່ຽວກັບແມວດຳ (ລວມເຖິງໝາດຳ) ວ່າເປັນສັນຍາລັກຂອງສິ່ງລີ້ລັບ, ຜີສາງນາງໄມ້ ຫຼື ລາງບອກເຫດຮ້າຍ. ແຕ່ໃນຄວາມເປັນຈິງແລ້ວ ຄວາມເຊື່ອເຫຼົ່ານັ້ນ “ບໍ່ມີມູນຄວາມຈິງ ແລະ ບໍ່ມີຫຼັກຖານທາງວິທະຍາສາດໃດໆມາຮອງຮັບ”. ພວກມັນເປັນພຽງສັດລ້ຽງທີ່ມີຊີວິດ, ມີຄວາມຮູ້ສຶກ ແລະ ຕ້ອງການຄວາມຮັກຄວາມອົບອຸ່ນຄືກັນກັບສັດອື່ນໆ.

​ໃນບາງວັດທະນະທຳ ເຊັ່ນ: ຍີ່ປຸ່ນ ແລະ ​ສະກັອດແລນ, ແມວດຳຖືກເບິ່ງວ່າເປັນສັນຍາລັກແຫ່ງຄວາມໂຊກດີ, ການນຳພາໂຊກລາບ ແລະ ຄວາມຮັ່ງມີມາສູ່ເຮືອນ.

ງານວິໄຈຊີ້ໃຫ້ເຫັນວ່າ ເມລານິນ (Melanin) ທີ່ເຮັດໃຫ້ຂົນຂອງພວກມັນເປັນສີດຳ ເຮັດໃຫ້ແມວດຳມີລະບົບພູມຄຸ້ມກັນທີ່ແຂງແຮງ ແລະ ທົນທານຕໍ່ພະຍາດບາງຊະນິດໄດ້ດີ.

​ ແມວດຳມີນິໄສຂີ້ອ້ອນ, ຊື່ສັດ ແລະ ຂີ້ດື້ບໍ່ຕ່າງຈາກແມວສີອື່ນໆ ເມື່ອທ່ານໄດ້ລອງລ້ຽງ ທ່ານຈະຮູ້ວ່າສີຂົນບໍ່ໄດ້ກຳນົດຄວາມຮັກທີ່ພວກມັນມີໃຫ້ທ່ານ.

​ເຖິງເວລາປ່ຽນ “ຄວາມເຊື່ອ” ໃຫ້ເປັນ “ຄວາມຮັກ”ໃນໂອກາດ ວັນຍົກຍ້ອງແມວດຳ ນີ້, ຈົ່ງຮ່ວມກັນທຳລາຍອະຄະຕິ ແລະ ຄວາມເຊື່ອຜິດໆ ດ້ວຍການເປີດອົກເປີດໃຈ, ມອບຄວາມຮັກ, ເບິ່ງແຍງ ແລະ ໃຫ້ກຽດຊີວິດນ້ອຍໆເຫຼົ່ານີ້. ຖ້າທ່ານກຳລັງຊອກຫາສະມາຊິກໃໝ່ເຂົ້າເຮືອນ ລອງເປີດໂອກາດໃຫ້ “ເຈົ້າຂົນດຳ” ໄດ້ເຂົ້າໄປເປັນສ່ວນໜຶ່ງໃນຄອບຄົວຂອງທ່ານ ແລ້ວທ່ານຈະຮູ້ວ່າ ແມວດຳ ບໍ່ໄດ້ນຳມາເຊິ່ງໂຊກຮ້າຍ… ແຕ່ແມ່ນຄວາມຮັກອັນບໍລິສຸດ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles